ການແຂ່ງຂັນກິລາໝາກແລ້ໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 17 ທັນວານີ້ ທີ່ໂຮງຮຽນມັດທະຍົມສົມບູນ ອົງແກ້ວ, ໂດຍການເຂົ້າຮ່ວມຂອງທ່ານ ພູວັນ ວົງສຸດທິ ຄະນະກຳມະການໂອແລັມປິກແຫ່ງຊາດ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ນາງ ບົວຄໍາ ທິບພະວົງ ປະທານສະຫະພັນກິລາໝາກແລ້ແຫ່ງຊາດລາວ, ທ່ານ ພົນຈັດຕະວາ ສີເສີດ ສອນດາລາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ທັງເປັນປະທານສະຫະພັນກິລາໝາກແລ້ແຂວງສາລະວັນ, ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ທ່ານ ນາງ ບົວຄຳ ທິບພະວົງ ໃຫ້ຮູ້ວ່າ: ການແຂ່ງຂັນກິລາໝາກແລ້ຄັ້ງນີ້ ມີ 14 ພາກສ່ວນເຂົ້າຮ່ວມຊີງ.ກິລາໝາກແລ້ແມ່ນກິລາພື້ນເມືອງລາວເປັນກິລາກາຍຍະກຳມວນຊົນເພື່ອສຸຂະພາບເພື່ອຄວາມສາມັກຄີ ມິດຕະພາບ ຊຶ່ງໄດ້ຕິດພັນກັບວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າແຕ່ເໜືອເຖິງໃຕ້ມາແຕ່ດຶກດຳບັນ ແລະ ໄດ້ສືບທອດມາຈາກມູນເຊື້ອຮີດຄອງປະເພນີສິລະປະວັດທະນາທຳອັນເກົ່າແກ່ທີ່ດີງາມມາຫຼາຍເຊັ່ນຄົນ. ດັ່ງນັ້ນ, ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ມີນະໂຍບາຍຊຸກຍູ້, ສົ່ງເສີມກິລາໝາກແລ້ ພື້ນເມືອງທີ່ເຄີຍເອີ້ນກັນມາເຖິງປັດຈຸບັນໄດ້ນາມມະຍົດເປັນກິລາໝາກແລ້ແຫ່ງຊາດລາວ. ຢ່າງໃດກໍດີແຕ່ລະແຂວງແມ່ນມີຄວາມໝັ້ນໃຈທີ່ຈະຍາດຫຼຽນໃດໜຶ່ງກັບສູ່ແຂວງຂອງຕົນໃຫ້ໄດ້. ໃນນັ້ນ, ຈະມີການຊີງ 12 ຫຼຽນຄຳ, 12 ຫຼຽນເງິນ ແລະ 12 ຫຼຽນທອງ, ໂດຍຈະມີການແຂ່ງຂັນໄປຮອດວັນທີ 21 ທັນວາ 2024 ຈຶ່ງສຳເລັດ.
ທ່ານ ນາງ ບົວຄຳ ທິບພະວົງໄດ້ກ່າວຕື່ມວ່າ: ນັບແຕ່ກິລາໝາກແລ້ ໄດ້ຮັບການສ້າງຕັ້ງ ກະຊວງສຶກສາທິການ ແລະ ກິລາ (ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ) ກໍໄດ້ປະຕິບັດພະລະບົດບາດໜ້າທີ່ຊີ້ນໍາ-ນໍາພາ ສະຫະພັນກິລາໝາກແລ້ ຢ່າງໃກ້ຊິດ. ຄະນະສະຫະພັນກິລາໝາກແລ້ແຫ່ງຊາດໄດ້ບຸກບືນສູ້ຊົນສ້າງ ແລະ ປັບປຸງປຶ້ມຄູ່ມື ກົດລະບຽບ ແລະ ກະຕິກາຂອງກິລາໝາກແລ້ ພ້ອມທັງຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນປີ 2017.
(ຂ່າວ-ພາບ:ບຸນອູ້ມ)