ວັນທີ່ 30 ທັນວານີ້, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດພິທີສະຫຼຸບຜົນງານເຂົ້າຮ່ວມແຂ່ງຂັນກິລາ ໃນງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຫຼື “ສາລະວັນ ເກມ 2024” ທີ່ແຂວງສາລະວັນເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ່ 13-22 ທັນວາ 2024. ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ, ຄູຝຶກ ແລະນັກກິລາ ເຂົ້າຮ່ວມ.
ການແຂ່ງຂັນຄົ້ງນີ້, ແຂວງຫຼວງພະບາງ ໄດ້ສົ່ງຄະນະນຳ, ຄູຝຶກ ແລະນັກກິລາເຂົ້າຮ່ວມທັງໝົດ 207 ຄົນ.ໃນນີ້,ມີນັກກິລາ ຈຳນວນ 138 ຄົນ ຍິງ 63 ຄົນ, ໂດຍຄັດເລືອກມາຈາກບັນດາເມືອງ ແລະນະຄອນ ຫຼວງພະບາງ ເຂົ້າຮ່ວມແຂ່ງຂັນໃນ 12 ປະເພດກິລາຄື: ປະເພດບານເຕະ, ບານບ້ວງ, ເທຄວັນໂດ, ດອກປີກໄກ່, ໜ້າເກັກ, ເປຕັງ, ກະຕໍ້, ບານສົ່ງຫາດຊາຍ, ໝາກເສິກ, ປິ່ງປ໋ອງ, ໝາກແລ້ ແລະແລ່ນ-ລານ.ຜ່ານການເຂົ້າຮ່ວມແຂາງຂັນສາມາດຍາດໄດ້ 8 ຫຼຽນຄຳ, 6 ຫຼຽນເງີນ ແລະ 8 ຫຼຽນທອງແດງ, ລວມ22 ຫຼຽນ ຈັດຢູ່ໃນອັນດັບທີ່ 6 ຂອງຕາຕະລາງສະຫຼຸບຫຼຽນ.
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຜົນງານທີ່ຄູຝຶກ ແລະນັກກິລາຍາດມາໄດ້ ທັງເນັ້ນໃຫ້ຄະນະຮັບຜິດຊອບ ພ້ອມກັນຖອດຖອນບົດຮຽນຈາກການເຂົ້າຮ່ວມແຂ່ງຂັນ ເພື່ອວາງແຜນປັບປຸງບາງບັນຫາຄົງຄ້າງ, ເພື່ອເຮັດໃຫ້ການເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນທ້າຍປີ 2025 ໃຫ້ໄດ້ຮັບຜົນດີຫຼາຍກວ່າເກົ່າ, ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ສະຫະພັນກິລາແຕ່ລະປະເພດ ໃຫ້ສືບຕໍ່ຈັດການແຂ່ງຂັນຢ່າງຕໍ່ເນື່ອງ ເພື່ອຄັດເລືອກນັກກິລາໃຫ້ໄດ້ຕາມຄາດໝາຍ, ສ່ວນນັກກິລາເອງ ຕ້ອງສືບຕໍ່ໃນການຝຶກຊ້ອມໃຫ້ຫຼາຍຂຶ້ນ ເພື່ອມີຄວາມພ້ອມຕໍ່ການແຂ່ງຂັນຄັ້ງຕໍ່ໄປ.
ຕອນທ້າຍພິທີ ໄດ້ມີການມອບໃບຍ້ອງຍໍ ແລະເງີນລາງວັນໃຫ້ກັບນັກກິລາທີ່ໄດ້ຮັບຫຼຽນ ນັບທັງປະເພດບຸກຄົນ, ປະເພດຄູ່ ແລະປະເພດທີມ, ພິເສດໄດ້ມີການມອບໃບຍ້ອງຍໍ ໃຫ້ນັກກິລາບານເຕະຍີງ-ຊາຍທີ່ເຂົ້າຮ່ວມແຂ່ງຂັນລາຍການໂຄປາ ໂຄຄາໂຄລາ ຊຶ່ງແຂວງຫຼວງພະບາງສາມາດຍາດໄດ້ລາງວັນຊະນະເລີດສຳລັບທີມຊາຍ ສ່ວນທີມຍີງສາມາດຍາດໄດ້ອັນດັບທີ່ 3 ໂດຍແມ່ນ ທ່ານຮອງເຈົ້າແຂວງ ແລະຄະນະນຳ ພະແນກສຶກສາທິການ ແລະ ກິລາແຂວງຂຶ້ນມອບຢ່າງສົມກຽດ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)