ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ (9 ມັງກອນ 1990-9 ມັງກອນ 2025) ຂຶ້ນໃນວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານທອງລຸນສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດແຫ່ງສປປລາວ, ມີທ່ານໄຊຊະນະໂຄດພູທອນກໍາມະການສູນກາງພັກຫົວໜ້າ ອອປສ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ອອປສ ແລະ ອົງການໄອຍະການທະຫານໃນຂອບເຂດທົ່ວປະເທດພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ອອປສ ເຂົ້າຮ່ວມ.
ໃນພິທີ, ທ່ານໄຊຊະນະໂຄດພູທອນໄດ້ລາຍງານຜົນງານການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນແຫ່ງ ສປປ ລາວ ຕະຫຼອດໄລຍະ 35 ປີຜ່ານມາ ໂດຍຍົກໃຫ້ເຫັນບັນດາຜົນສຳເລັດຫຼາຍດ້ານ, ອົງການໄອຍະການປະຊາຊົນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 9 ມັງກອນ 1990. ໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນສູງສຸດຊຸດທີ II ໃນວັນທີ 23 ພະຈິກປີ 1989 ໄດ້ຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນແຫ່ງສປປລາວສະບັບທຳອິດແລະປະກາດໃຊ້ໂດຍດຳລັດຂອງປະທານປະເທດເລກທີ 05 ລົງວັນທີ 9 ມັງກອນປີ 1990 ເປັນຂີດໝາຍປະຫວັດສາດສຳຄັນຂອງອົງການໄອຍະການປະຊາຊົນແລະໄດ້ກາຍເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນລາວ ຊຶ່ງເປັນອົງການອຳນາດລັດ, ມີພາລະບົດບາດກວດກາການປະຕິບັດກົດໝາຍໃຫ້ຖືກຕ້ອງແລະເປັນເອກະພາບໃນທຸກກະຊວງ, ຄະນະກຳມະການແຫ່ງລັດ, ສຳນັກງານ, ວິສາຫະກິດ, ອົງການຈັດຕັ້ງອື່ນໆຂອງລັດແລະສັງຄົມ, ຄະນະກຳມະການປົກຄອງທ້ອງຖິ່ນ, ລັດຖະກອນແລະພົນລະເມືອງ.ນັບແຕ່ນັ້ນມາ, ອົງການໄອຍະການປະຊາຊົນໄດ້ຜ່ານໄລະຍະແຫ່ງການທົດສອບແລະເຕີບໃຫ່ຍຂະຫຍາຍຕົວມາຮອດປັດຈຸບັນນີ້ພໍດີ35ປີ (9 ມັງກອນ 1990–9 ມັງກອນ 2025).ບົນເສັ້ນທາງແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ, ອົງການໄອຍະການປະຊາຊົນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ ແລະ ໄດ້ປະເຊີນໜ້າກັບສິ່ງທົດສອບ ແລະ ທ້າທາຍຫຼາຍປະການດ້ວຍຄວາມເອົາໃຈໃສ່ຊີ້ນໍາ-ນຳພາຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ດ້ວຍຄວາມບຸກບືນຫ້າວຫັນ, ດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກ ຕະຫຼອດຮອດສະມາຊິກພັກ-ພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນທັງໝົດໃນແຕ່ລະຮຸ່ນ, ອົງການໄອຍະການປະຊາຊົນສາມາດເຮັດຫຼ້ອນໜ້າທີ່ ທີ່ພັກ, ປະຊາຊົນມອບໝາຍໃຫ້ສາມາດປັບປຸງ ແລະ ພັດທະນາຕົນເອງໃຫ້ກາຍເປັນອົງການທີ່ເຂັ້ມແຂງທາງດ້ານການເມືອງ, ການຈັດຕັ້ງ ແລະ ບຸກຄະລາກອນໄດ້ໂດຍພື້ນຖານ ເປັນການປະກອບສ່ວນອັນສຳຄັນ, ມີຄວາມພາກພູມໃຈຕໍ່ຜົນສຳເລັດອັນຍິ່ງໃຫຍ່ຂອງອົງການໄອຍະການປະຊາຊົນໃນໄລຍະ 35ປີຜ່ານມາ ແຕ່ສິ່ງດັ່ງກ່າວນັ້ນຈະບໍ່ຢຸດເຊົາໃນແນວຄວາມຄິດໃໝ່ເພື່ອພັດທະນາຕົນເອງ ແລະ ຈະສືບຕໍ່ສ້າງອົງການໄອຍະການປະຊາຊົນບົນພື້ນຖານບົດຮຽນ ແລະ ຜົນສໍາເລັດທີ່ຍາດມາໄດ້ ແລະເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍຕາມແນວທາງຂອງພັກ ຊຶ່ງໄດ້ກາຍມາເປັນມູນເຊື້ອອັນດີງາມຂອງອົງການໄອຍະການປະຊາຊົນໃນການປົກປ້ອງກົດໝາຍ ແລະ ຄວາມຍຸຕິທຳໃນສັງຄົມ.
ໂອກາດນີ້, ທ່ານທອງລຸນສີສຸລິດໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ພ້ອມຍົກໃຫ້ເຫັນຄວາມໝາຍສໍາຄັນພາລະບົດບາດຂອງອົງການໄອຍະການປະຊາຊົນ. ວຽກງານໄອຍະການຍັງເປັນວຽກງານໜຶ່ງທີ່ສຳຄັນ, ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເພື່ອປົກປັກຮັກສາຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ. ສະນັ້ນ, ຈຶ່ງຖືໄດ້ວ່າອົງການໄອຍະການປະຊາຊົນ ແມ່ນເຄື່ອງມືອັນສໍາຄັນຂອງຊົນຊັ້ນກໍາມະກອນ-ຊາວນາ, ປະຊາຊົນ ຕະຫຼອດຮອດພົນລະເມືອງລາວທັງໝົດທີ່ຮັກຊາດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ພົນລະເມືອງ ແລະ ປົກປ້ອງຄວາມຍຸຕິທຳໃນສັງຄົມລາວ ເພື່ອແນໃສ່ປົກປ້ອງໝາກຜົນຂອງການປະຕິວັດ, ຮັບປະກັນຄວາມໝັ້ນຄົງໃຫ້ລະບອບປະຊາທິປະໄຕປະຊາຊົນລາວ ໂດຍມີພັກປະຊາຊົນປະຕິວັດລາວເປັນຜູ້ນຳພາ.
(ຂ່າວ-ພາບ: ວັນເພັງ)