ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ພົບປະໂອ້ລົມຕໍ່ຜູ້ບໍລິຫານການສຶກສາທິການ ແລະກິລາຂອງແຂວງ ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ມັງກອນຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງ ໂດຍມີທ່ານຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ຄະນະນຳພະແນກສຶກສາທິການ ແລະກິລາແຂວງ, ສູນການສຶກສາ, ຫົວໜ້າ-ຮອງຫົວໜ້າຫ້ອງກາສຶກສາທິການ-ກິລາເມືອງ-ນະຄອນ, ມະຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລຄູສະຫວັນນະເຂດ, ສະຖາບັນການສຶກສາພາກລັດ-ເອກະຊົນ ແລະ ບັນດາໂຮງຮຽນອ້ອມຂ້າງແຂວງເຂົ້າຮ່ວມຮັບຝັງ.
ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ໄດ້ລາຍງານສະພາບການສຶກສາໄລຍະຜ່ານມາວ່າ: ພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດ ຊີ້ນຳ-ນໍາພາ 10 ຂະແໜງ, 4 ສູນ, 7 ໂຮງຮຽນທີ່ຂຶ້ນກັບ ແລະ14 ຫ້ອງການສຶກສາທິການ ແລະກິລາເມືອງ, 1 ນະຄອນ ແລະໄດ້ປະສານສົມທົບກັບ 8 ສະຖາບັນການສຶກສາພາຍໃນແຂວງ; ໃນທ້າຍສົກຮຽນ 2022-2023 ທົ່ວແຂວງມີໂຮງຮຽນຈໍານວນ 1,962 ແຫ່ງ, ທ້າຍສົກຮຽນ 2023-2024 ມີໂຮງຮຽນຈໍານວນ 1,945 ແຫ່ງ, ຫຼຸດລົງ 17 ແຫ່ງ ແລະຮອດຕົ້ນສົກຮຽນ 2025 ທົ່ວແຂວງມີຈໍານວນໂຮງຮຽນທັງໝົດ 1,924 ແຫ່ງ, ຫຼຸດລົງ 21 ແຫ່ງ, ຈໍານວນນັກຮຽນທົ່ວແຂວງມີ 172,887 ຄົນຍິງ 86,749 ຄົນ, ຄູສອນ ແລະພະນັກງານລັດຖະກອນສຶກສາ-ກິລາທົ່ວແຂວງມີ7,197 ຄົນຍິງ 4,412 ຄົນ.ໃນນັ້ນ, ພະນັກງານລັດຖະກອນຄູ 6,589 ຄົນ ແລະຄູອາສາສະໝັກໄດ້ຮັບອັດຕາຈ້າງທົ່ວແຂວງ 1,296 ຄົນ, ຈໍານວນຄູສອນພາກເອກະຊົນທັງໝົດ 562 ຄົນ. ສຳລັບພິທີໄຂສົກຮຽນໃໝ່ ສົກຮຽນປີນີ້ ແມ່ນເປັນແບບເຄື່ອນທີ່ ທີ່ເປັນຄັ້ງປະຫວັດສາດ, ເປັນບຸນປາງໃຫຍ່ຂອງແຂວງ ໂດຍໄດ້ຮັບຄວາມເປັນຫ່ວງເປັນໃຍ ແລະຄວາມເອົາໃຈໃສ່ຈາກຄະນະນໍາຂັ້ນແຂວງ ທີ່ໃຫ້ຄວາມສໍາຄັນ ແລະຖືເອົາວຽກງານການສຶກສາເປັນບັນຫາກົກ ໂດຍນໍາພາ-ຊີ້ນໍາຂອງທ່ານເຈົ້າແຂວງ, ຮອງເຈົ້າແຂວງ ພ້ອມດ້ວຍທ່ານຄະນະປະຈຳພັກແຂວງ ໃນການລົງໄຂສົກຮຽນໃໝ່ ປະກອບມີ 6 ເມືອງ: ພະລານໄຊ, ພິນ, ເຊໂປນ, ນອງ, ຊົນນະບູລີ ແລະເມືອງທ່າປາງທອງ; ສໍາເລັດການລະດົມທຶນ ເພື່ອລົງຊຸກຍູ້ວຽກງານການສຶກສາ ໂດຍເປັນປະທານຂອງທ່ານເຈົ້າແຂວງສະຫວັນນະເຂດ ລວມເປັນມູນຄ່າໄດ້ 1.4 ຕື້ກີບ.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໃຫ້ບັນດາຄະນະພັກ-ຄະນະນໍາຂົງເຂດການສຶກສາ ລວມເຖິງພະນັກງານຄູ-ອາຈານໃນແຕ່ລະສະຖາບັນ ເອົາໃຈໃສ່ຕໍ່ກັບສິດ, ໜ້າທີ່ ແລະພາລະບົດບາດຂອງຄະນະພັດທະນາການສຶກສາໃນແຕ່ລະຂັ້ນ ເພື່ອໃຫ້ໄດ້ເຄື່ອນໄຫວຢ່າງຈິງຈັງ ຊຶ່ງຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບມືກັບບັນຫາສິ່ງທ້າທາຍໃນສະພາບປັດຈຸບັນ ໂດຍສະເພາະບັນຫາການຂາດແຄນຄູສອນ, ການປະລະການຮຽນ; ພ້ອມນັ້ນ ຕ້ອງໄດ້ສ້າງເງື່ອນໄຂດຶງດູດເຮັດໃຫ້ນັກຮຽນຢາກຮຽນໜັງສືໃຫ້ຫຼາຍຂຶ້ນ ໂດຍການປົກປັກຮັກສາໂຮງຮຽນໃຫ້ມີຄວາມສະອາດ, ສວຍງາມ, ມີການປັບປຸງ, ປະດັບປະດາ ລວມເຖິງການສ້າງສະພາບແວດລ້ອມທີ່ດີຢູ່ພາຍໃນໂຮງຮຽນ, ມີການປັບປຸງ-ແກ້ໄຂໂຮງຮຽນທີ່ບໍ່ໄດ້ມາດຖານ, ສ້າງສະຕິຄວາມເປັນເຈົ້າຂອງຄູ-ອາຈານ ໂດຍຕິດຕາມການຮຽນ-ການສອນ ເພື່ອປະເມີນທາງດ້ານຄຸນະພາບ ພ້ອມທັງມີການປັບປຸງແກ້ໄຂດ້ານອ່ອນໃຫ້ດີຂຶ້ນ, ເອົາໃຈໃສ່ຍົກລະດັບຄູ-ອາຈານໃນແຕ່ລະໂຮງຮຽນໃຫ້ມີຄວາມຮູ້, ຄວາມສາມາດ, ປະສານສົມທົບພົວພັນວຽກງານລະຫວ່າງອໍານາດການປົກຄອງບ້ານ, ໂຮງຮຽນ ແລະຄອບຄົວ-ສັງຄົມໃນການຊຸກຍູ້ຕິດຕາມລູກຫຼານໄດ້ເຂົ້າເຖິງການສຶກສາຢ່າງທົ່ວເຖິງ.
(ແຫຼ່ງຂ່າວ: ແຂວງສະຫວັນະເຂດ)