ແນວລາວສ້າງຊາດ ແຂວງໄຊສົມບູນ ໄດ້ຈັດພິທີປະກາດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂຶ້ນໃນວັນທີ 3 ກຸມພານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ, ມີທ່ານ ເລັ່ງຊົ່ງ ຕົ່ງສີ ປະທານແນວລາວສ້າງຊາດ ແຂວງ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.
ໃນພິທີ ຍັງໄດ້ຮັບຟັງ ການຜ່ານຂໍ້ຕົກລົງອະນຸມັດເປີດການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຜ່ານຂໍ້ຕົກລົງຮັບຮອງເອົາເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງແນວລາວສ້າງຊາດ ແຂວງ ປະຈຳປີ 2024-2025 ຈາກທ່ານ ສົມດາວີ ຄໍາເມືອງຄູນ ຮອງປະທານແນວລາວສ້າງຊາດ ແຂວງ. ຈາກນັ້ນ, ບັນດາຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ກໍໄດ້ລົງທະບຽນແຂ່ງຂັນ ແລະ ຈັບມືແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງເປັນທາງການ. ທັງນີ້ ກໍເພື່ອເປັນການປຸກລະດົມກໍາລັງແຮງຂອງພະນັກງານ-ລັດຖະກອນ ເຂົ້າໃນການແຂ່ງຂັນກັນປະຕິບັດໜ້າທີ່ວຽກງານ ສົ່ງເສີມຊຸກຍູ້ວຽກດີຄົນເດັ່ນ ແລະ ຄົ້ນຫາພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ ໂດຍຜ່ານຂະບວນການແຂ່ງຂັນ ທີ່ມີການຈັດຕັ້ງ, ມີເນື້ອໃນ ແລະ ມີຄາດໝາຍສູ້ຊົນຈະແຈ້ງ ພ້ອມທັງສ້າງຄວາມເຂັ້ມແຂງໃນການພັດທະນາພະນັກງານ-ລັດຖະກອນ ໃຫ້ມີຄວາມຮູ້-ຄວາມສາມາດ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນສະເພາະໜ້າ ແລະ ຍາວນານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
(ພາບ-ຂ່າວ: ຟອງ ນໍ່ນິນທາ)