ໂດຍ: .ບຸດປະຊາ
ທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະທົ່ວ​ປວງ​ຊົນ​ລາວ​ທັງ​ຊາດກຳລັງກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ພັກ ປປລ) ຄົບຮອບ 70 ປີຊຶ່ງແມ່ນໜຶ່ງໃນ 3 ວັນປະຫວັດສາດທີ່ສຳຄັນຂອງພັກ, ຂອງຊາດໃນປີຄົບຮອບວັນບຸນໃຫຍ່ປີ2025; ໜັງສືພິມປະຊາຊົນ, ໄດ້ເປີດຄໍລໍາສຳລັບໂຄສະນາເຜີຍແຜ່ຈຸດເລີ່ມຕົ້ນ ປະຫວັດສາດຄວາມເປັນມາຂອງພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວໂດຍສະເພາະບາງເຫດການທີ່ມີຄວາມໝາຍທາງປະຫວັດສາດມາໄດ້ໄລຍະໜຶ່ງແລ້ວ ແລະ ຄໍລໍານີ້ກໍກຳລັງກ້າວສູ່ການເປີດກວ້າງໃຫ້ທຸກພາກສ່ວນໄດ້ມີສ່ວນຮ່ວມສະແດງຄວາມ​ຮູ້​ສຶກຕໍ່ຜົນງານການນໍາພາຂອງ​ພັກ ແລະ ອື່ນໆ.
ການເປີດກວ້າງດັ່ງກ່າວ, ເປັນການເສີມຂະຫຍາຍບົດບາດຂອງໜັງສືພິມປະຊາຊົນ ທີ່ເປັນເວທີຂອງມະຫາຊົນ ໃນການສະແດງຄວາມຄິດຄວາມເຫັນ, ການສະແດງທັດສະນະແບບສ້າງສັນຕໍ່ບັນຫາຕ່າງໆທີ່ກ່ຽວຂ້ອງ,ເສີມຂະຫຍາຍບົດບາດເປັນສາຍໃຍຜູກພັນ ລະຫວ່າງມະຫາຊົນ ກັບ ພັກ-ລັດ, ທັງເປັນການປຸກລະດົມສັງຄົມ ໃຫ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມກະຕືລືລົ້ນສ່ອງແສງຄວາມຄິດຄວາມເຫັນ ທີ່ສະທ້ອນຊຶ່ງກັນ ແລະ ກັນ ໄປຕາມທິດທາງທີ່ສ້າງສັນແບບທຸກຄົນມີສ່ວນຮ່ວມ ຢ່າງເປັນຂະບວນການທີ່ຟົດຟື້ນ, ກວ້າງຂວາງ, ເລິກເຊິ່ງ ແລະ ມີເນື້ອໃນໜັກແໜ້ນ ປະກອບສ່ວນໃຫ້ແກ່ການໂຄສະນາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ ໄດ້ມີບັນຍາກາດທີ່ຟົດຟື້ນ, ຫຼາຍຮູບຫຼາຍສີ ທັງແນໃສ່ຜັນຂະຫຍາຍຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 182/ຄລສພ, ລົງວັນທີ 12 ກໍລະກົດ 2024 ວ່າດ້ວຍການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ຊຶ່ງໃນນີ້ແມ່ນຈະໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວຄົບຮອບ 70 ປີ ໃຫ້ໄດ້ມີຜົນໄດ້ຮັບທີ່ດີ ເປັນຂະບວນຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ໜັງສືພິມປະຊົນ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນສະແດງທັດສະນະຫຼືສະ​ແດງ​ຄວາມ​ຮູ້​ສຶກຕໍ່ຜົນ​ງານ​ການ​ນຳ​ພາ​ຂອງພັກເຮົາ, ພັກທີ່ມີທາດແທ້ໃນການເປັນພັກຂອງຊົນຊັ້ນກຳມະກອນ ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ປະ​ຊາ​ຊົນລາວ​ບັນ​ດາ​ເຜົ່າ ຊຶ່ງນັບແຕ່ມື້ສ້າງຕັ້ງຂຶ້ນ ພັກເຮົາກໍໄດ້ກຳນົດອຸດົມການຂອງຕົນຢ່າງຈະແຈ້ງຄື: ນໍາພາປວງຊົນລາວ ດຳເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ເພື່ອນໍາເອົາຄວາມເປັນເອກະລາດມາໃຫ້ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ, ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ; ພັກເຮົາໄດ້ຂະຫຍາຍອຸດົມການໃຫ້ມີຄວາມສອດຄ່ອງຄື: ນໍາພາທົ່ວປວງຊົນລາວປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ຊຶ່ງລວມຄວາມແລ້ວ ກໍມີຄວາມໝາຍດຽວກັນກັບຄໍາວ່າສັງຄົມນິຍົມ.
ເພື່ອໃຫ້ການສະແດງທັດສະນະຫຼື​ ສະ​ແດງ​ຄວາມ​ຮູ້​ສຶກມີຈຸດສຸມ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ຈຶ່ງມີບາງຂໍ້ສະເໜີດັ່ງນີ້:
1). ສະເໜີໃຫ້ບັນດາກະຊວງ-ອົງການ ທັງສູນກາງ ແລະ ທ້ອງຖິ່ນສະ​ແດງ​ຄວາມ​ຮູ້​ສຶກຕໍ່ວັນສ້າງຕັ້ງພັກຄົບຮອບ 70 ປີ, ການນໍາພາຂອງພັກຕໍ່ກັບວຽກງານຂອງຕົນ ແລະ ຜົນສຳເລັດພາຍໃຕ້ການນໍາພາ​ຂອງ​ພັກໃນໄລຍະຜ່ານມາ ໂດຍສະເພາະແມ່ນຜົນງານຂອງການຈັດຕັ້ງພັກຂັ້ນຂອງຕົນ ທີ່ຍາດມາໄດ້, ອັນສຳຄັນຖ້າມີຮູບພາບເມື່ອກ່ອນ ມາສົມທຽບກັບປັດຈຸບັນ ໃຫ້ເຫັນການພັດທະນາທີ່ດີຂຶ້ນຍິ່ງເປັນການດີ;
2). ພິເສດ, ສຳລັບແຂວງວິລະຊົນ, ເມືອງວິລະຊົນ ແລະ ບ້ານວິລະຊົນ ສະເໜີໃຫ້ເນັ້ນໜັກການສ່ອງແສງ ເຖິງຜົນງານການນໍາພາຂອງພັກ ແລະ ການປະກອບສ່ວນສຳຄັນຂອງທ້ອງຖິ່ນຕົນໃນໄລຍະຜ່ານມາ ໃຫ້ເຫັນຢ່າງຈະແຈ້ງ; ພ້ອມດຽວກັນ, ກໍໃຫ້ເຜີຍແຜ່ຄວາມເອົາໃຈໃສ່ຂອງພັກ-ລັດ ແລະ ອົງການປົກຄອງຂັ້ນຂອງຕົນ ໃນການສ້າງສາພັດທະນາທ້ອງຖິ່ນຕົນ ໃຫ້ມີຄວາມຈະເລີນກ້າວໜ້າເລື້ອຍໆ ສົມກັບເປັນບ້ານ, ເມືອງ, ແຂວງ ທີ່ໄດ້ຮັບນາມມະຍົດເປັນດິນແດນວິລະຊົນແຫ່ງຊາດ.
3). ພັກນໍາພາອົງການຈັດຕັ້ງມະຫາຊົນ ຊຶ່ງໃນນີ້ບັນດາຫົວໜ່ວຍແຮງງານຕ່າງໆ ທີ່ມີອົງການຈັດຕັ້ງມະຫາຊົນ ກໍຄືການຈັດຕັ້ງກຳມະບານ ແມ່ນສະເໜີໃຫ້ມີທັດສະນະທີ່ສະແດງເຖິງການນໍາພາຂອງພັກ ຕໍ່ກັບວຽກງານທີ່ກ່ຽວຂ້ອງກັບຫົວໜ່ວຍແຮງງານຕົນ ແລະ ຜົນງານທີ່ຫົວໜ່ວຍຕົນຍາດມາໄດ້ ພາຍໃຕ້ການນໍາພາຂອງພັກ ເພື່ອຊ່ວຍຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາຂອງຫົວໜ່ວຍຕົນ.
4). ບັນດາບໍລິສັດ, ຫ້າງຮ້ານ, ນັກສຶກສາ-ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນທົ່ວໄປ ສະເໜີໃຫ້ສະແດງຄວາມຮູ້ສຶກຂອງຕົນຕໍ່ກັບວັນສ້າງຕັ້ງພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວຄົບຮອບ 70 ປີ ແລະ ສະແດງຄວາມ​ຮູ້​ສຶກຕໍ່ການນໍາພາຂອງພັກໃນໄລຍະຜ່ານມາ ທີ່ຕົນໄດ້ຮັບຮູ້, ເຂົ້າໃຈ ແລະ ຄວາມມຸ່ງຫວັງຂອງຕົນທີ່ມີຕໍ່ການນໍາພາຂອງພັກ.
ທັງໝົດນັ້ນ, ແມ່ນບາງແນວທາງທີ່ສະເໜີໃຫ້ພາກສ່ວນຕ່າງໆ ໄດ້ມີການສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວນີ້ ຊຶ່ງອາດຍັງບໍ່ຄົບຖ້ວນ ກໍຂໍໃຫ້ເພີ່ມຕື່ມຕາມຄວາມເໝາະສົມ ແລະ ຂໍໃຫ້ທຸກພາກສ່ວນໃຫ້ຄວາມຮ່ວມມື ເພື່ອສ້າງເງື່ອນໄຂໃຫ້ໜັງສືພິມປະຊາຊົນໄດ້ໄປສຳພາດຕົວຈິງ ຫຼື ສົ່ງຂໍ້ມູນທີ່ຮັບປະກັນຄວາມຖືກຕ້ອງ ມາທາງອີເມວ PASAXONN@YAHOO.COMຊຶ່ງສາມາດຕິດຕໍ່ມາຫາໂດຍກົງຜ່ານເບີໂທລະສັບ 021 336111. ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ເພື່ອຮ່ວມກັນໂຄສະນາໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວຄົບຮອບ 70 ປີ ໄດ້ມີບັນຍາກາດຟົດຟື້ນ.