ເພື່ອສົ່ງເສີມວິຊາຊີບການຜະດຸງຄັນໃນທົ່ວປະເທດ, ສະມາຄົມຜະດຸງຄັນລາວໄດ້ສ້າງຕັ້ງຂຶ້ນ
ໃນປີ2022 ເພື່ອເປັນອົງການຈັດຕັ້ງທີ່ນໍາພາໃນວຽກງານການສົ່ງເສີມແລະກວດກາຊຶ່ງປັດຈຸບັນແມ່ນເປັນຄູ່ຮ່ວມຈັດຕັ້ງປະຕິບັດຂອງອົງການUNFPA. ເພື່ອເປັນສັນຍາລັກຂອງການຟື້ນຄືນວິຊາຊີບຜະດຸງຄັນໃນສປປລາວ, ໃນປີ2023 ສາມວິທະຍາໄລທີ່ສາມາດສ້າງນັກສຶກສາຜະດຸງຄັນປະມານ200 ຄົນໃນແຕ່ລະປີ, ໄດ້ກາຍເປັນແຫຼ່ງທຳອິດໃນພາກພື້ນອາຊີ-ປາຊີຟິກທີ່ໄດ້ຮັບການຮັບຮອງຈາກສະຫະພັນຜະດຸງຄັນສາກົນໂດຍໄດ້ຮັບການສະໜັບສະໜູນຈາກອົງການUNFPA.
ທ່ານນາງສຸກສະຫວັນປະເສີດສັກຮອງຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບແຂວງຄຳມ່ວນໄດ້ໃຫ້ຮູ້ເຖິງວິວັດທະນາການຂອງຜະດຸງຄັນໃນການຊ່ວຍເຫຼືອຊີວິດແລະສົ່ງເສີມສິດທິໃນສປປລາວ,ພາຍໃຕ້ການຂະໜານນາມວ່າວິລະຊົນໃນຊຸດສີບົວທີ່ໄດ້ເປັນສ່ວນໜຶ່ງຂອງວິວັດທະນາການດ້ານວິຊາຊີບຜະດຸງຄັນຕະຫຼອດໄລຍະເກືອບ 35 ປີໃນການປະຕິບັດໜ້າທີ່ຂອງຕົນ. ໃນການປະກອບສ່ວນຂອງຕົນແມ່ນໜຶ່ງໃນມູນເຊື້ອອັນຍາວນານຂອງແມ່ຍິງລາວໃນການຫຼໍ່ຫຼອມເສັ້ນທາງ 100 ປີໃນການພັດທະນາວິຊາຊີບຜະດຸງຄັນໃນປະເທດ.ໃນບັນດາຜູ້ປະກອບສ່ວນໃນວຽກງານນີ້ກໍລວມເຖິງທ່ານນາງສ້ອຍແກ້ວສີບຸນເຮືອງຊຶ່ງຖືວ່າເປັນໜຶ່ງໃນຄະນະຜະດຸງຄັນອາວຸໂສໃນສປປລາວ. ເພິ່ນໄດ້ເປັນທີ່ຮູ້ຈັກໃນນາມແມ່ຄົນທີສອງຂອງການຜະດຸງຄັນຊຶ່ງໄດ້ຮັບກຽດໃນການໃຫ້ກຳເນີດວິຊາຊີບຜະດຸງຄັນໃນປະເທດໃນໄລຍະດໍາເນີນໜ້າທີ່ຢູ່ໂຮງໝໍມະໂຫສົດພ້ອມທັງສອນນັກສຶກສາແພດຢູ່ມະຫາວິທະຍາໄລເປັນເວລາ 34 ປີຈົນມາຮອດໄລຍະອອກພັກຜ່ອນບຳນານໃນປີ 1999.
ທ່ານນາງສຸກສະຫວັນປະເສີດສັກໄດ້ໃຫ້ຮູ້ຕື່ມວ່າ: ໄລຍະທີ່ອັດຕາການຕາຍຂອງແມ່ມີອັດຕາທີ່ສູງຢ່າງໜ້າຕົກໃຈ. ໃນຕົ້ນປີ 1990, ສປປລາວມີອັດຕາການຕາຍຂອງແມ່ (MMR) ທີ່ສູງທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຕົນ​ໄດ້ເລີ່ມ​ເຮັດ​ວຽກ​ຢູ່​ໂຮງໝໍ​ແຂວງ​ຄຳ​ມ່ວນໃນ​​ປີ 1990​ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ ແມ່ນມີວຽກງານຫຼາຍຢ່າງທີ່ຕ້ອງປະຕິບັດ. ຮອດປີ 2005, ການຂາດຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມສົ່ງຜົນຕໍ່ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ທີ່ສູງສຸດໃນພາກພື້ນ.ໃນໄລຍະຕໍ່ມາ ​ກໍໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງຫຼວງຫຼາຍ​ໃນ​ດ້ານການ​ປົກປ້ອງຊີວິດ​​ແມ່ໃນ​ໄລຍະ​ຖືພາ​ແລະ ​ໄລຍະເກີດ​ລູກໃນ​ປະເທດລາວ​. ໃນລະຫວ່າງປີ 2000 ຫາ 2020, ອັດຕາການຕາຍຂອງແມ່ໃນປະເທດຫຼຸດລົງຈາກ 579 ຄົນມາເປັນ 126 ຄົນຕໍ່ການເກີດມີຊີວິດ 100,000 ຄົນ (ຂໍ້ມູນຈາກທະນາຄານໂລກ)ຊຶ່ງນີ້ໝາຍວ່າອັດຕາການເສຍຊີວິດຂອງແມ່ ແມ່ນຫຼຸດລົງເຖິງ 78.23% ແລະຖືວ່າເປັນໜຶ່ງໃນການຫຼຸດອັດຕາການເສຍຊີວິດອັນໃຫຍ່ຫຼວງໃນໂລກ. ພ້ອມກັນນັ້ນ, ອັດຕາການຕາຍຂອງເດັກເກີດໃໝ່ ແລະອັດຕາການຕາຍຂອງເດັກກໍມີທ່າອ່ຽງຫຼຸດລົງຊຶ່ງເຫັນໄດ້ຈາກໂຕເລກການເສຍຊີວິດທີ່ຫຼຸດລົງມາເປັນ 12 ແລະ 25 ຄົນຕໍ່ການເກີດມີຊີວິດ 1,000 ຄົນຕາມລໍາດັບໃນປີ 2023 (ຂໍ້ມູນຈາກການສຳຫຼວດດັດຊະນີໝາຍສັງຄົມລາວ (LSIS) ຄັ້ງທີ III ປີ 2023), ເມື່ອສົມທຽບກັບປີ 2012 ອັດຕາການຕາຍຂອງເດັກເກີດໃໝ່ແມ່ນ 32 ແລະອັດຕາການຕາຍຂອງເດັກແມ່ນ 68 ຄົນຕໍ່ 1,000 ການເກີດມີຊີວິດ (ຂໍ້ມູນຈາກການສຳຫຼວດດັດຊະນີໝາຍສັງຄົມລາວ (LSIS) ຄັ້ງທີ I ປີ 2012).
ນາງແອສປາຍຄໍາສິງນັກສຶກສາຜະດຸງຄັນອາຍຸ22 ປີ, ປັດຈຸບັນສຶກສາຢູ່ວິທະຍາໄລວິທະຍາສາດສຸຂະພາບແຂວງຊຽງຂວາງໃຫ້ຮູ້ວ່າ: ຕົນເອງຄອງຄອຍມື້ທີ່ຈະຮຽນຈົບແລະກາຍເປັນຜະດຸງຄັນ. ຕົນມີຄວາມກະຕືລືລົ້ນຫຼາຍໃນວຽກການຊ່ວຍເກີດລູກແລະກໍມີຈິດໃຈມັກຮັກເດັກນ້ອຍຊຶ່ງເປັນໜຶ່ງໃນສາມວິທະຍາໄລໃນສປປລາວທີ່ໄດ້ຮັບການຮັບຮອງລະດັບສາກົນ.ເຖິງວ່າຄວາມຄືບໜ້າມີຄວາມພົ້ນເດັ່ນ, ແຕ່ກໍຍັງມີວຽກງານຄົງຄ້າງອີກຫຼາຍຢ່າງທີ່ຍັງຕ້ອງສືບຕໍ່ປະຕິບັດ.ການຂາດຜູ້ໃຫ້ບໍລິການສຸຂະພາບໃນເຂດຫ່າງໄກສອກຫຼີກແລະເຂດຊົນນະບົດຫຼາຍບ່ອນຍັງສືບຕໍ່ເປັນປັດໃຈສ່ຽງທີ່ເປັນອັນຕະລາຍຕໍ່ຊີວິດຂອງແມ່ຍິງແລະເດັກຍິງເນື່ອງຈາກການເກີດພາວະແຊກຊ້ອນຈາກການຖືພາແລະການເກີດລູກ. ຜະດຸງຄັນມີບົດບາດສໍາຄັນໃນການຊ່ວຍຊີວິດ—ບໍ່ພຽງແຕ່ການຊ່ວຍເຫຼືອດ້ານສຸຂະພາບທາງເພດແລະສຸຂະພາບຈະເລີນພັນທີ່ຈໍາເປັນເທົ່ານັ້ນ,ແຕ່ຍັງສາມາດໃຫ້ການຊ່ວຍເຫຼືອທີ່ຄົບຖ້ວນແກ່ຄົນເຈັບຂອງເຂົາເຈົ້າ. ພວກເຂົາພ້ອມໃຫ້ການຊ່ວຍເຫຼືອໃນທຸກໄລຍະ, ສະໜອງການດູແລກ່ອນເກີດ, ຮັບປະກັນການເກີດລູກທີ່ປອດໄພ, ສະໜອງການດູແລຫຼັງເກີດ, ຊ່ວຍໃນການຕັດສິນໃຈດ້ານການວາງແຜນຄອບຄົວ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແມ່ຍິງແລະເດັກຍິງໃຫ້ນໍາໃຊ້ສິດທິຂອງພວກເຂົາແລະໃນການຕັດສິນໃຈໂດຍອີງໃສ່ຂໍ້ມູນ. ການໃຫ້ຄໍາແນະນໍາທີ່ຊ່ວຍປ່ຽນແປງຊີວິດນີ້ ສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການເສຍຊີວິດຂອງແມ່ທີ່ສາມາດປ້ອງກັນໄດ້, ເຮັດໃຫ້ແມ່ຍິງດໍາລົງຊີວິດຢ່າງມີສຸຂະພາບທີ່ດີແລະຈະເລີນຮຸ່ງເຮືອງກັບຄອບຄົວແລະຄົນທີ່ພວກເຂົາຮັກ.
ເພື່ອແກ້ໄຂບັນຫາດັ່ງກ່າວ, ອົງການ UNFPA ຍັງຄົງຢຶດໝັ້ນຕໍ່ຄໍາໝັ້ນສັນຍາໃນການສົ່ງເສີມຄວາມກ້າວໜ້າໃນວຽກການຜະດຸງຄັນໃນສປປລາວ, ກໍຄືດັ່ງທີ່ໄດ້ຈັດຕັ້ງປະຕິບັດຢູ່ໃນຫຼາຍກວ່າ 125 ປະເທດທົ່ວໂລກ. ໂດຍຕັ້ງໜ້າສຸມ​ໃສ່ການ​ເພີ່ມ​ທະວີຄຸນນະພາບ​ການ​ສຶກສາ​, ສ້າງ​ຫຼັກ​ການ ​ແລະນະ​ໂຍບາຍດ້ານບຸກຄະລາກອນ​ທີ່​ເຂັ້ມ​ແຂງ, ພ້ອມທັງຊຸກຍູ້​ໃຫ້ສະມາຄົມ​ຜະດຸງຄັນ​ແຫ່ງຊາດມີຄວາມເຂັ້ມແຂງ​​ ເພື່ອຊ່ວຍສົ່ງເສີມ​ ​ແລະສະໜັບສະໜູນ​ວິຊາຊີບດັ່ງກ່າວ​.ເພື່ອສືບຕໍ່ວຽກງານອີງໃສ່ພື້ນຖານທີ່ໄດ້ສ້າງສາມາກ່ອນໜ້ານີ້, ຍຸດທະສາດການຜະດຸງຄັນສະບັບໃໝ່ ຂອງປະເທດລາວທີ່ພວມຖືກພັດທະນາແມ່ນມີຄວາມສອດຄ່ອງກັບຍຸດທະສາດການຜະດຸງຄັນທົ່ວໂລກປີ 2018-2030 ຂອງອົງການ UNFPAຊຶ່ງປະກອບມີ 6 ເສົາຄໍ້າຫຼັກ. ເສົາຄໍ້າເຫຼົ່ານີ້ ລວມເຖິງການຍອມຮັບໃນວຽກການຜະດຸງຄັນແມ່ນອົງປະກອບທີ່ຈໍາເປັນຕໍ່ການບັນລຸການເຂົ້າເຖິງການດູແລສຸຂະພາບທາງເພດແລະສຸຂະພາບຈະເລີນພັນທົ່ວປວງຊົນ.ທຸກ​ພາກສ່ວນ​ກ່ຽວຂ້ອງ​ຕ້ອງ​ໃຫ້ຄຳ​ໝັ້ນ​ສັນຍາຢ່າງເລິກເຊິ່ງເພື່ອ​ຮັກສາ ​ແລະສືບຕໍ່ສົ່ງເສີມ​ໃຫ້ມີຄວາມ​ຄືບ​ໜ້າ​ຢ່າງຕໍ່ເນື່ອງ. ອັນນີ້ໝາຍເຖິງການຮັບປະກັນການສະໜອງທຶນທີ່ພຽງພໍ,ການເພີ່ມຕໍາແໜ່ງຜະດຸງຄັນແລະຮັບປະກັນໃຫ້ມີການປະຕິບັດຕາມຂໍ້ກໍານົດການຝຶກອົບຮົມຢ່າງເຂັ້ມງວດເພື່ອທີ່ຈະສືບຕໍ່ໃຫ້ມີການຮັບຮອງຢ່າງຕໍ່ເນື່ອງພວກເຮົາຕ້ອງສືບຕໍ່ປະຕິບັດໜ້າທີ່ຜະດຸງຄັນທຸກຄົນຕ້ອງມີທັກສະແລະຄວາມຮູ້ ເພື່ອສະໜັບສະໜູນຊຸມຊົນແລະໃຫ້ການຊ່ວຍຊີວິດ. ພວກເຮົາຕ້ອງຮ່ວມກັນຊ່ວຍເຮັດໃຫ້ອັດຕາການຕາຍຂອງແມ່ ຫຼຸດລົງເປັນສູນ.
ຂ່າວ: ຍຸພິນທອງ
ຂໍ້ມູນ: UNFPA