ໂດຍ:ວັນໄຊ ຕະວິນຍານ
ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ ໄດ້ສັງລວມ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານເສດຖະກິດຂອງແຂວງ ຂະຫຍາຍຕົວ 5.13% (ມະຕິສະພາຮັບຮອງ 5.2%) ລວມຍອດຜະລິດຕະພັນພາຍໃນແຂວງ (GPP)ປະຕິບັດໄດ້ 13.742 ຕື້ກີບ (ມະຕິສະພາຮັບຮອງ 8,131.53 ຕື້ກີບ), ສະເລ່ຍຕໍ່ຫົວຄົນ ບັນລຸ41 ລ້ານກວ່າກີບ ຫຼື 1,927 ໂດລາ (ມະຕິສະພາຮັບຮອງ 23.4 ລ້ານກີບ) ແຂວງບໍລິຄໍາໄຊ ໄດ້ຮັບມອບໝາຍຈາກລັດຖະບານ ເປັນແຂວງກຸ້ມຕົນເອງດ້ານງົບປະມານລາຍຮັບ ແລະ ລາຍຈ່າຍ ພ້ອມທັງດຸ່ນດ່ຽງໃຫ້ສູນກາງເປັນປີທີສອງ,ຜ່ານການຈັດຕັ້ງການຈັດເກັບລາຍຮັບເຂົ້າງົບປະມານ ຫັນເປັນທັນສະໄໝ,ການສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບ ແລະ ປະຕິບັດມາດຕະການຕ່າງໆຕາມລະບຽບຂອງການເງິນຢ່າງເຂັ້ມງວດ;ຈຶ່ງເຮັດໃຫ້ການຈັດເກັບລາຍຮັບ ໃນປີ 2024 ໄດ້ທັງໝົດ 1,674.34 ຕື້ກີບ ເທົ່າກັບ 117.75% ຂອງແຜນປີ, ໃນນັ້ນ: ພູດສູນກາງ 736.24 ຕື້ກີບ ເທົ່າກັບ 100.99% ຂອງແຜນປີ; ພູດທ້ອງຖິ່ນ 938.10 ຕື້ກີບ ເທົ່າກັບ 135.37% ຂອງແຜນປີ.ໄດ້ເອົາໃຈໃສ່ປະຕິບັດການຄຸ້ມຄອງລາຍຈ່າຍງົບປະມານ ບົນຈິດໃຈປະຢັດ ແລະ ຕ້ານການຟຸ່ມເຟືອຍ ຢ່າງເປັນເຈົ້າການ.ສິງພົ້ນເດັ່ນ: ສາມາດຈ່າຍເງິນເດືອນພະນັກງານ-ລັດຖະກອນ ນັບທັງພະນັກງານອອກຮັບອຸດໜູນບໍານານໄດ້ເປັນປົກກະຕິ; ນອກຈາກນັ້ນ,ກໍຍັງຈໍາກັດລາຍຈ່າຍງົບປະມານທີ່ບໍ່ຈໍາເປັນ ເພື່ອຮັບປະກັນການນໍາໃຊ້ງົບປະມານຕາມຈິດໃຈປະຢັດໄປຕາມແຜນທີ່ສະພາຮັບຮອງ ບົນພື້ນຖານຮັບປະກັນລາຍຈ່າຍ ທີ່ເປັນບຸລິມະສິດຂອງແຂວງ ປີ 2024 ສາມາດປະຕິບັດໄດ້ 597.96 ຕື້ກີບ ເທົ່າກັບ 99.82% ຂອງແຜນປີ.ແກ້ໄຂໜີ້ສິນການລົງທຶນຂອງລັດ ທີ່ຕິດພັນກັບວາລະແຫ່ງຊາດ ຊຶ່ງສາມາດປະຕິບັດໄດ້ 322 ໂຄງການ, ມູນຄ່າ 98.91 ຕື້ກີບ; ໃນນີ້: ໃຊ້ເງິນບ້ວງເກີນແຜນປີ 2023 ຈໍານວນ 51.17 ຕື້ກີບ, ສາມາດປົດອອກຈາກສາລະບານແຜນລົງທຶນໄດ້ 78 ໂຄງການ, ມູນຄ່າ 13.90 ຕື້ກີບ (ໃນນີ້: ນໍາໃຊ້ເງິນເກີນແຜນຂອງແຂວງ ຊໍາລະ 38 ໂຄງການ ມູນຄ່າ 10.71 ຕື້ກີບ; ງົບປະມານປົກກະຕິຊໍາລະ 39 ໂຄງການມູນຄ່າ 2.96 ຕື້ກີບ ແລະ ກອງທຶນທາງ ຊໍາລະ 1 ໂຄງການ ມູນຄ່າ 0.23 ຕື້ກີບ)ຕິດຕາມຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ໄປພ້ອມກັບການປະຕິບັດແຈ້ງການສະບັບເລກທີ 1160/ຫວຂ, ລົງວັນທີ 29 ພະຈິກ 2023 ກ່ຽວກັບບັນດາລາຍການສິນຄ້າທີ່ຕ້ອງການໃຫ້ມີມາດຕະການເກືອດຫ້າມນໍາເຂົ້າ ແລະ ລາຍການສິນຄ້າທີ່ສາມາດຜະລິດຢູ່ພາຍໃນ; ຊຸກຍູ້ຫົວໜ່ວຍທຸລະກິດ ໃຫ້ເຂົ້າເຖິງແຫຼ່ງທຶນໃນບ້ວງຕ່າງໆ ມາຮອດປັດຈຸບັນປະຕິບັດໄດ້ບ້ວງປະກອບທຶນຂອງລັດຖະບານ 3% ຈໍານວນ 18 ຫົວໜ່ວຍ ມູນຄ່າ 32 ຕື້ກວ່າກີບ; ບ້ວງ 12% ທີ່ມອບໃຫ້ຈຸນລະພາກປ່ອຍ 26 ຫົວໜ່ວຍ ມູນຄ່າ 1,050 ຕື້ກີບ; ບ້ວງກໍ່ຕັ້ງກອງທຶນ 6.5% ຈໍານວນ1 ຫົວໜ່ວຍ ມູນຄ່າ 650 ລ້ານກີບ; ບ້ວງນະໂຍບາຍສິນເຊື່ອເພື່ອກະຈາຍລາຍຮັບສູ່ທ້ອງຖິ່ນ (765 ) ຈໍານວນ 41 ຫົວໜ່ວຍ ມູນຄ່າ 50 ຕື້ກວ່າກີບ; ຄັດເລືອກເປົ້າໝາຍຫົວໜ່ວຍຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອຂໍແຫຼ່ງທຶນ ບ້ວງເງິນປະກອບທຶນຂອງ ລັດຖະບານ ປະຈໍາປີ 2024 ໄດ້ 29 ຫົວໜ່ວຍ; ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ທົ່ວແຂວງມີ 16 ຫົວຫນ່ວຍ, ສິນຄ້າໂອດັອບມີ 138 ລາຍການ.
ທ່ານ ສອນທະນູ ທໍາມະວົງ ຍັງໄດ້ຍົກໃຫ້ເຫັນ ຜົນສໍາເລັດໃນການຜະລິດສະບຽງອາຫານ ຄື:ຜະລິດເຂົ້າໄດ້ທັງໝົດ 118,842.40 ໂຕນ ເທົ່າກັບ 100.04% ຂອງແຜນປີ, ສະເລ່ຍໃສ່ຫົວຄົນໄດ້ 354 ກິໂລ/ຄົນ/ປີ, ເທົ່າກັບ 74.36% ຂອງແຜນປີ (ແຜນປີ 476 ກິໂລ/ຄົນ/ປີ), ການຜະລິດພືດລວມ ໄດ້ 53,542 ຮຕ ລື່ນແຜນປີ 80.21% (ແຜນປີ 29,710 ຮຕ). ນອກນັ້ນ,ຍັງໄດ້ເອົາໃຈໃສ່ລ້ຽງສັດໃຫຍ່ຫັນໄປສູ່ການລ້ຽງເປັນຟາມແບບອຸດສາຫະກໍາ ແລະ ແບບທອມຫຼາຍຂຶ້ນ.ເອົາໃຈໃສ່ການປັບປຸງເສັ້ນທາງທີ່ເປ່ເພໃຫ້ສາມາດທຽວໄດ້ ສະດວກ, ຊຸກຍູ້-ຕິດຕາມໂຄງການຂະຫຍາຍທາງ 13 ໃຕ້ ທັງ 3 ສັນຍາ ສໍາເລັດ 100%, ໂຄງການກໍ່ສ້າງ-ສ້ອມແປງ ເສັ້ນທາງເລກ 8 ໄລຍະພູໄຮ ປະຕິບັດໄດ້ 31%; ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ ປະຕິບັດໄດ້ 88.88%,ຕິດຕາມທາງດ່ວນປາກຊັນ-ວຽງຈັນ ແລະ ທາງດ່ວນປາກຊັນ-ໄຊຈໍາພອນ ອອກສູ່ຊາຍແດນ ສສ ຫວຽດນາມ.ຊຸກຍູ້ ແລະ ກວດກາຢ່າງໃກ້ຊິດ ໃນການປະຕິບັດຕາມ ມາດຕະຖານ-ເຕັກນິກ, ສັນຍາສໍາປະທານ ແລະ ມາດຕະການປົກປັກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ. ກິດຈະການຊອກ ຄົ້ນ-ສໍາຫຼວດແຮ່ທາດຢູ່ພາຍໃນແຂວງ ໄດ້ຮັບອະນຸຍາດຈາກຂັ້ນສູນກາງ ແລະ ຂັ້ນແຂວງ ລວມທັງໝົດມີ 10 ບໍລິສັດ (ແຂວງອະນຸຍາດ 5 ບໍລິສັດ), ປັດຈຸບັນມີຜູ້ລົງທືນທາງດ້ານບໍ່ແຮ່ ທີ່ຂັ້ນແຂວງອອກອະນຸຍາດ 32 ບໍລິສັດ, ມີ 69 ກິດຈະການ, ເນື້ອທີ່ທັງໝົດ 245.6 ເຮັກຕາ. ໝົດປີ 2024 ສາມາດອອກໃບຕາດິນໄດ້ 16,124 ຕອນ ເທົ່າກັບ 79.60% ຂອງແຜນປີ; ພ້ອມນີ້,ກໍໄດ້ອອກແຈ້ງການໂຈະການອອກໃບແຈ້ງທີ່ດິນ ຫຼື ສໍາມະໂນຕອນດິນ ເພື່ອໃຫ້ພິຈາລະນາອອກໃບຕາດິນ ເພື່ອໃຫ້ສຸມໃສ່ ແຕ່ວຽກງານອອກໃບຕາດິນໃຫ້ມີຄວາມວ່ອງໄວ ແລະ ບໍ່ໃຫ້ມີຊ່ອງວ່າງໃນການບຸກລຸກເຂດສະຫງວນຂອງລັດ.ໄດ້ເອົາໃຈໃສ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສຸມທຶນຮອນເຂົ້າໃນການປັບປຸງ ແລະ ກໍ່ສ້າງບັນດາໂຄງລ່າງຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເຂດລຽບຕາມຊາຍແດນ ແລະ ເຂດຈຸດສຸມພັດທະນາຊົນນະບົດໃນທົ່ວແຂວງ ຕາມເງື່ອນໄຂຄວາມສາມາດຕົວຈິງຂອງງົບປະມານ ແລະ ປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມຫຼາຍຂຶ້ນ ສາມາດແກ້ໄຂຄອບຄົວທີ່ບັນລຸມາດຖານທຸກຍາກ ກວມເອົາ 96.58%, ຄອບຄົວທີ່ຍັງທຸກຍາກ ກວມເອົາ 3.42%, ບ້ານທີ່ບັນລຸມາດຕະຖານພົ້ນທຸກ ກວມເອົາ 93.31%, ບ້ານຍັງທຸກຍາກກວມເອົາ 6.69% ແລະ ບ້ານທີ່ບັນລຸມາດຕະຖານພັດທະນາ ກວມເອົາ 79.23% ຂອງຈໍານວນບ້ານທົ່ວແຂວງ.
ແຂວງໄດ້ສຸມໃສ່ການປັບປຸງການຮຽນ-ການສອນ ໃຫ້ມີຄຸນນະພາບ,ປະຕິບັດເປົ້າໝາຍ ການພັດທະນາຍືນຍົງ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດ 14 ຄາດໝາຍຫຼັກ ແມ່ນມີ 6 ຄາດໝາຍທີ່ສາມາດບັນລຸໄດ້ຕາມແຜນ, 1 ຄາດໝາຍທີ່ມີຄວາມກ້າວໜ້າແຕ່ບໍ່ສາມາດບັນລຸ ແລະ 7 ຄາດໝາຍທີ່ບໍ່ມີຄວາມກ້າວໜ້າ ແລະ ທົດຖອຍ; ສໍາເລັດການຈັດຕັ້ງປະຕິບັດ 11 ຕົວຊີ້ບອກໃນຂົງເຂດສາທາລະນະສຸກ,ໄດ້ເປີດຂະບວນການສັກວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທົ່ວແຂວງ ໄດ້ 27,763 ຄົນ ເທົ່າກັບ 2.7% ຂອງກຸ່ມເປົ້າໝາຍ.ໄດ້ມີຄວາມພະຍາຍາມປັບປຸງ,ຍົກລະດັບເຄື່ອງມືວຽກງານຖະແຫຼງຂ່າວ, ການອອກຂ່າວ ເປັນທັນສະໄໝ ວ່ອງໄວ ແລະ ມີຄຸນນະພາບ.ສ້າງຄອບຄົວວັດທະນະທໍາ ໄດ້ 128 ຄອບຄົວ, ເທົ່າກັບ 9.25% ຂອງແຜນປີ ແລະ ສ້າງບ້ານວັດທະນະທໍາໄດ້ 1 ບ້ານ, ເທົ່າກັບ 100% ຂອງແຜນປີ, ສໍາເລັດການຈັດງານເປີດປີທ່ອງທ່ຽວລາວ-ທ່ອງທ່ຽວແຂວງບໍລິຄໍາໄຊ 2024 ທີ່ບຸນພະບາດ-ໂພນສັນ ແລະ ງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ,ເກັບກໍາສະຖິຕິນັກທ່ອງທ່ຽວເຂົ້າແຂວງ ທັງໝົດ 325,247 ເທື່ອຄົນ ເທົ່າກັບ 130.09% ຂອງແຜນປີ.ໄປຄ່ຽງຄູ່ກັນນັ້ນ,ແຂວງຍັງສຸມໃສ່ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ:ສໍາພາດເອົາແຮງງານລາວ ເພຶ່ອໄປເຮັດວຽກຢູ່ ປະເທດ ສ ເກົາຫຼີ ໄດ້ 6 ຄັ້ງ ມີແຮງງານ 168 ຄົນ, ຊຸກຍູ້ຫົວໜ່ວຍທຸລະກິດ ຮັບແຮງງານລາວເຂົ້າເຮັດວຽກໄດ້ 339 ຄົນ ເທົ່າກັບ 544% ຂອງແຜນປີ (ແຜນປີ 631 ຄົນ); ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທໍາໄດ້ 301 ຄົນຍິງ 155 ຄົນ ເທົ່າກັບ 120% ຂອງແຜນປີ (ແຜນປີ 250 ຄົນ); ປຸກລະດົມການບໍລິຈາກເລືອດ ທັງໃນສູນ ແລະ ນອກສູນ ໄດ້ 205 ຄັ້ງ ມີຜູ້ເຂົ້າຮ່ວມ 10,340 ຄົນ, ໄດ້ເລືອດ 2,240 ຖົງ. ສ່ວນຂົງເຂດວຽກງານການປົກຄອງ, ບໍລິຫານລັດ ແລະ ຍຸຕິທໍາ ແຂວງໄດ້ປັບປຸງກົງຈັກ ແລະ ບຸກຄະລາກອນ ຕາມທິດກະທັດຮັດ, ຮັບປະກັນຄຸນນະພາບ ໂດຍໄດ້ຄົ້ນຄວ້າການຂຽນກໍານົດຕໍາແໜ່ງງານຂັ້ນແຂວງໄດ້ 24 ພາກສ່ວນ ແລະ ຂັ້ນເມືອງໄດ້ 50 ພາກສວ່ນ;ປັບປຸງພາລະບົດບາດການຈັດຕັ້ງ ແລະ ການເຄື່ອນໄຫວໄດ້ 4 ພາກສ່ວນ; ຄົ້ນຄວ້າການຂໍອະນຸມັດ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ໄດ້7 ພາກສ່ວນ.