ໃນວັນທີ 17 ມັງກອນນີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງ, ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາບັນດາອົງການ, ກອງບັນຊາການ, ວິທະຍາຄານ, ກົມກອງ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍນາຍ ແລະ ພົນທະຫານ ອ້ອມຂ້າງ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ຍັງໄດ້ຮັບຊົມການສະແດງຈາກສິລະປະກອນກອງທັບ ຊຶ່ງສະແດງເຖິງມູນເຊຶ້ອການເຕີບໃຫຍ່ຂອງຊາດ, ຂອງພັກ, ຂອງກອງທັບ ຂອງປະຊາຊົນລາວບັນດາເຜົ່າ ໃນຕະຫຼອດໄລຍະທີ່ຜ່ານມາ.
ໃນໂອກາດອັນມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວປາໄສ ຕໍ່ພິທີວ່າ: ຕະຫຼອດໄລຍະ 76 ປີ ທີ່ຜ່ານມາ, ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງພັກເດັດຂາດ, ໂດຍກົງ ແລະ ຮອບດ້ານວາງແນວທາງປ້ອງກັນຊາດທົ່ວປວງຊົນຮອບດ້ານຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ, ກອງທັບປະຊາຊົນລາວພວກເຮົາສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະ ສ້າງວິລະກໍາອັນລໍ້າເລີດ ທີ່ເປັນຄວາມເອກອ້າງທະນົງໃຈໃຫ້ແກ່ກອງທັບປະຊາຊົນລາວ ກໍຄືປະເທດຊາດຂອງພວກເຮົາ ໂດຍຢຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ກອງທັບປະຊາຊົນລາວສາມາດປະກອບສ່ວນຮັບປະກັນ ເຮັດໃຫ້ປະເທດຊາດ ມີຄວາມສະ ຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເປັນກໍາລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ເດັດດ່ຽວປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ໃນການປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບປະຊາຊົນລາວ; ທັງເປັນການຝຶກຝົນຫຼໍ່ຫຼອມທັດສະນະຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ຮູ້ຈັກອີງໃສ່ກໍາລັງແຮງສັງລວມຂອງທົ່ວປວງຊົນ, ຫັນກໍາລັງລົງກໍ່ສ້າງຮາກຖານຢ່າງແຂງແຮງ, ເຮັດໃຫ້ສະພາບຢູ່ຮາກຖານມີຄວາມສະຫງົບໂດຍພື້ນຖານ ແລະ ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນຕໍ່ກອງທັບປະຊາຊົນລາວ ພ້ອມກັນເປັນກໍາລັງແຮງທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິ, ການກໍ່ຄວາມບໍ່ສະຫງົບ, ການແຊກຊຶມ ແລະ ເຄື່ອນໄຫວເກາະຜິດ, ບຽດຢຶດຕາມຊາຍແດນຂອງອິດທິກໍາລັງປະຕິການໄດ້ຢ່າງທັນການ,ຮັກສາໄດ້ຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮ້ອຍ ທາງສັງຄົມເປັນຢ່າງດີ. ໄປຄຽງຄູ່ກັບການເຄື່ອນໄຫວປະຕິບັດໜ້າທີ່ ແລະ ການກຽມພ້ອມສູ້ຮົບ, ກອງທັບພວກເຮົາຍັງໄດ້ສຸມກໍາລັງ, ພາຫະນະເຕັກນິກ ແລະ ງົບປະມານເພື່ອກອບກູ້ໄພພິບັດທໍາມະຊາດ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດໄດ້ຢ່າງທັນການ. ປັດໄຈສໍາຄັນໜຶ່ງອີກທີ່ປະກອບສ່ວນສ້າງໃຫ້ກອງທັບປະຊາຊົນລາວພວກເຮົາເຕີບໃຫຍ່ເຂັ້ມແຂງ ແລະ ສາມາດເຮັດສໍາເລັດໜ້າທີ່ອັນສູງສົ່ງຂອງຕົນນັ້ນກໍແມ່ນການປະກອບສ່ວນອູ້ມຊູຊ່ວຍເຫຼືອອັນໃຫຍ່ຫຼວງຂອງບັນດາປະເທດເພື່ອນມິດຍຸດທະສາດສັງຄົມນິຍົມໃນຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນກໍຄື ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍພະນັກງານ-ນັກຮົບ ຕ້ອງສຸມທຸກຄວາມສາມາດ ແລະ ກໍາລັງສືບຕໍ່ເຮັດໜ້າທີ່ການເມືອງໜຶ່ງໃຫ້ໄດ້ດີ, ເປັນຕົ້ນ: ພ້ອມກັນຢຶດໝັ້ນໃນເສັ້ນທາງ, ຈຸດໝາຍ ແລະ ອຸດົມການສັງຄົມນິຍົມປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ໃນການສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ສິວິໄລ ແລະ ຍຸຕິທໍາ. ເພີ່ມທະວີວຽກງານສ້າງ ແລະ ປັບປຸງພັກໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງໂດຍຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍປະຊາທິປະໄຕໄປພ້ອມກັບການເພີ່ມທະວີລະບຽບວິໄນພາຍໃນພັກ, ກອງທັບຢ່າງເຂັ້ມງວດ; ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງພະນັກງານ, ສະມາຊິກພັກໃນທຸກການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ແລະ ການດໍາລົງຊີວິດ, ເພີ່ມທະວີບົດບາດການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດຢ່າງເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບຢ່າງມີລະບຽບແບບແຜນ ແລະ ທັນສະໄໝ, ມີສະຕິຕໍ່ການຈັດຕັ້ງ-ລະບຽບວິໄນ ແລະ ເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານສຶບທອດປ່ຽນແທນໃນແຕ່ລະຂັ້ນ ຂອງທຸກຂະແໜງການໃຫ້ມີຄຸນນະພາບ; ເພີ່ມທະວີວຽກງານອົບຮົມຫັດແອບ ເພື່ອຍົກສູງຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ກຽມພ້ອມສູ້ຮົບ; ອອກແຮງກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນຕິດພັນກັບການກໍ່ສ້າງ ກົມກອງ 3 ປອດ, ນັກຮົບວັດທະນະທໍາ-ກົມກອງວັດທະນະທໍາຕັ້ງໜ້າປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ເຂັ້ມແຂງໃນທຸກດ້ານ, ເຊີດຊູນ້ໍາໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງແນວຄິດປະຢັດມັດທະຍັດ ແລະ ສົ່ງເສີມການຜະລິດ, ການປູກ, ການລ້ຽງ ຕາມເງື່ອນໄຂ ແລະ ທ່າແຮງຂອງກົມກອງທ້ອງຖິ່ນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ-ນັກຮົບດີຂຶ້ນເລື້ອຍໆ.
(ຂ່າວ-ພາບ: ສຸກສາຄອນ + ຄຳອ້າຍ)