ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ມັງກອນ ຜ່ານມາ ວ່າ: Amret, ໜຶ່ງໃນສະຖາບັນການເງິນຈຸລະພາກຊັ້ນນໍາຂອງກຳປູເຈຍ ເປີດເຜີຍວ່າ, ທະນາຄານຊິໂນແພກ(SinoPac)ໄດ້ປະສົບຜົນສໍາເລັດໃນການຊື້ຫຸ້ນ 80%ຂອງAmret ຊຶ່ງເປັນສ່ວນໜຶ່ງຂອງເປົ້າໝາຍຂອງທະນາຄານທີ່ຕ້ອງການຂະຫຍາຍທຸລະກິດໄປສູ່ອາຊີຕາເວັນອອກສ່ຽງໃຕ້. ເນື່ອງຈາກເລັງເຫັນເຖິງທ່າແຮງການຂະຫຍາຍຕົວຂອງພາກພື້ນ.
ນອກ​ນີ້, Amret​ແມ່ນ​ອົງການ​ທີ່​ສຳຄັນ​ໃນ​ຂະ​ແໜງ​ການ​ເງິນ​ຂອງ​ກຳປູ​ເຈຍ ໂດຍມີສາຂາ 150 ແຫ່ງ ແລະ ລູກຄ້າຫຼາຍກວ່າ 630,000 ຄົນ..
ທ່ານ ດິນ ດອສ ຊີອີໂອຂອງ Amretສະແດງຄວາມຍິນດີທີ່ ທະນາຄານ SinoPacຈະເຂົ້າສູ່ກຳປູເຈຍຢ່າງເປັນທາງການໃນຖານະເຈົ້າຂອງຫຼັກຂອງ Amret, ໂດຍທະນາຄານ SinoPacເປັນຜູ້ໃຫ້ກູ້ຢືມແກ່ Amretມາເປັນເວລາດົນນານແລ້ວ. ດັ່ງນັ້ນ, ສອງ​ຝ່າຍ​ຈຶ່ງ​ໄດ້​ມີ​ການ​ພົວພັນ​ທີ່​ໝັ້ນຄົງ ​ແລະ ​ໄດ້​ຮັບ​ຮູ້​ຄຸນຄ່າ​ຂອງ​ກັນ​ເປັນ​ເວລາ​ດົນ​ນານ.
ໃນເດືອນພຶດສະພາ 2024, ທະນາຄານ SinoPacໄດ້ປະກາດເຂົ້າຊື້ຫຸ້ນ 80% ຂອງ Amretໃນງວດທໍາອິດດ້ວຍມູນຄ່າປະມານ 435 ລ້ານໂດລາ.ໂດຍຈະມີການເຂົ້າຊື້ຫຸ້ນເພີ່ມອີກ 2 ງວດ, ງວດລະ 10%ໃນໄລຍະປີທໍາອິດແລະ ປີທີສອງຕາມລໍາດັບ.
ຕາມ​ຂໍ້​ມູນ​ຈາກ​ທະນາຄານ​ແຫ່ງ​ຊາດ​ກຳປູ​ເຈຍ ລາຍງານວ່າ:ປັດຈຸ​ບັນ​ກຳປູ​ເຈຍ​ມີ​ທະນາຄານ​ການ​ຄ້າ 59 ​ແຫ່ງ, ທະນາຄານ​ພິ​ເສດ 9 ​ແຫ່ງ, ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ 87 ​ແຫ່ງ ​ແລະ​ສະ​ຖາ​ບັນ​ສິນ​ເຊື່ອ​ຊົນນະບົດ 115 ​ແຫ່ງ.