![](nimg/191665177920250127_152216.jpg)
ໄຟໄໝ້ລາມປ່າ ເປັນບັນຫາໜຶ່ງທີ່ທົ່ວໂລກ ກໍຄື ປະເທດລາວ ກຳລັງປະເຊີນຢູ່ ຊຶ່ງໄດ້ສົ່ງຜົນກະທົບຫຼາຍດ້ານ ເປັນຕົ້ນ ມົນລະພິດທາງອາກາດ (ຝຸ່ນ PM 2.5) ທີ່ເກີດຈາກຝຸ່ນລະອອງ ແລະ ຄວັນທີ່ເຈືອປົນໃນອາກາດ ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ສົ່ງຜົນກະທົບຕໍ່ຊີວິດຂອງຄົນ, ສັດ, ພືດ ແລະ ລະບົບນິເວດ. ຕໍ່ບັນຫາດັ່ງກ່າວ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຽມຄວາມພ້ອມຮອບດ້ານ ເພື່ອປ້ອງກັນສະກັດກັນໄຟໄໝ້ລາມປ່າ ທີ່ອາດຈະເກີດຂຶ້ນໃນປີ 2025 ນີ້.
ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ໄຟໄໝ້ລາມປ່າເກີດຂຶ້ນທຸກປີ ສ້າງຄວາມເສຍຫາຍຕໍ່ຊັບພະຍາກອນປ່າໄມ້, ມົນລະພິດທາງອາກາດແລະ ສິ່ງແວດລ້ອມ. ສຳລັບປີ 2024 ສະພາບເຫດການໄຟໄໝ້ລາມປ່າເກີດຂຶ້ນຫຼາຍທີ່ສຸດ ໃນເດືອນມີນາ-ເດືອນເມສາ ສ່ວນໃຫຍ່ແມ່ນຢູ່ບັນດາແຂວງພາກເໜືອ. ສະນັ້ນ, ເພື່ອສະກັດກັ້ນໄຟໄໝ້ລາມປ່າທີ່ອາດຈະເກີດຂຶ້ນໃນປີ 2025 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ແຕ່ງຕັ້ງຄະນະຮັບຜິດຊີ້ນໍາລວມ, ຄະນະວິຊາການ ແລະ ຈັດຕັ້ງກໍາລັງສາມອົງການຈັດຕັ້ງມະຫາຊົນ ຂອງກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສະກັດກັ້ນ, ຄວບຄຸມ ແລະ ດັບມອດໄຟໄໝ້ລາມປ່າ ໃນແຕ່ລະພື້ນທີ່; ສົມທົບກັບ ກຳລັງ ປກສ, ປກຊ, ອົງການປົກຄອງທ້ອງຖິ່ນ, ອາສາສະໝັກກູ້ໄພ ແລະ ປະຊາຊົນ ເພື່ອຈັດສັນຈຳນວນພົນ ແລະ ອຸປະກອນທີ່ຈຳເປັນເຂົ້າຊ່ວຍໃນການຄວບຄຸມ ແລະ ດັບມອດໄຟຢູ່ຈຸດທີ່ມີຄວາມສ່ຽງ ທີ່ຈະເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.
ນອກນີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄໍາສັ່ງກ່ຽວກັບການເພີ່ມທະວີ ຄວາມຮັບຜິດຊອບສະກັດກັ້ນ ໄຟໄໝ້ລາມປ່າ ແລະ ການຖາງປ່າເຮັດໄຮ່, ບຸກເບີກເນື້ອທີ່ປ່າໄມ້ ເພື່ອທຳການຜະລິດຢ່າງເປັນຮູບປະທຳ, ເປັນເອກະພາບ, ມີປະສິດທິຜົນສູງ ແລະ ທັນກັບສະພາບການ; ຫັນພະນັກງານລົງເຮັດວຽກຢູ່ທ້ອງຖິ່ນ ໂດຍສະເພາະພື້ນທີ່ໆມີຄວາມຫຼໍ່ແຫຼມ ແລະ ມີຄວາມສ່ຽງ ຕໍ່ກັບການບຸກລຸກ ແລະ ທຳລາຍປ່າໄມ້; ແຈກຢາຍ ແລະ ໂຄສະນາຄໍາແນະນໍາ ການປ້ອງກັນໄຟໄໝ້ລາມປ່າ; ສືບຕໍ່ດໍາເນີນການຈັດສັນພື້ນທີ່ 3 ປະເພດປ່າ (ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ) ໃນຂອບເຂດທົ່ວປະເທດ, ປັກຫຼັກໝາຍຂອບເຂດຊາຍແດນທີ່ດິນປ່າໄມ້, ຕິດປ້າຍຫ້າມຕ່າງໆ ໃສ່ພື້ນທີ່ດິນປ່າໄມ້ ທີ່ມີຄວາມສ່ຽງຕໍ່ການບຸກລຸກ ແລະ ທຳລາຍ; ເພີ່ມທະວີການກວດກາລາດຕະເວນໃນຂອບເຂດທີ່ດິນປ່າໄມ້ເພື່ອສະກັດກັ້ນບໍ່ໃຫ້ປະຊາຊົນ, ນິຕິບຸກຄົນ ເຂົ້າໄປບຸກລຸກ, ບຸກເບີກ, ຈັບຈອງທີ່ດິນປ່າໄມ້, ຂຸດຄົ້ນໄມ້ ຫຼືກິດຈະກຳອື່ນໆ ທີ່ກໍ່ໃຫ້ເກີດໄຟໄໝ້ລາມປ່າ; ກໍລະນີຫາກລະເມີດ ຕ້ອງໄດ້ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ທັງນີ້, ກໍເພື່ອປົກປັກຮັກສາປ່າໄມ້ ບໍ່ໃຫ້ຖືກທຳລາຍ ຄືນຄວາມສົມດູນໃຫ້ຊັບພະຍາກອນປ່າໄມ້.
(ຂ່າວ: ກິດຕາ)