ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ບໍລິສັດ Microsoft ປະ​ກາດ​ຜົນ​ການດຳເນີນງານໃນ​​ໄຕ​ມາດ​ທີ 2 ​ຂອງປີ​​​ງົບ​ປະ​ມານ​2025, ໂດຍມີ​ລາຍ​ຮັບທັງໝົດ 69.6 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 12% ເມື່ອ​ທຽບ​ໃສ່​ປີ​ກາຍແລະ ມີກໍາໄລສຸດທິຂອງຕົນສໍາລັບໄຕມາດທີ່ສິ້ນສຸດລົງໃນວັນທີ 31 ເດືອນທັນວາ ຜ່ານມາແມ່ນ 24.1 ຕື້ໂດລາ, ເພີ່ມຂຶ້ນ 10% ເມື່ອທຽບປີຕໍ່ປີ.
ບໍລິສັດMicrosoftລະບຸວ່າ: ລາຍຮັບຈາກການດໍາເນີນງານເພີ່ມຂຶ້ນ 17% ເປັນ 31.7 ຕື້ໂດລາ, ໂດຍລາຍຮັບຈາກການບໍລິການຊັອຟແວກ່ຽວກັບການຜະລິດເພີ່ມຂຶ້ນ 14% ເປັນ 29.4 ຕື້ໂດລາ, ລາຍຮັບຈາກທຸລະກິດຄລາວອັດສະລິຍະເພີ່ມຂຶ້ນ 19% ເປັນ 25.5 ຕື້ໂດລາ, ສ່ວນ​ລາຍ​ຮັບ​ຈາກ​ການ​ບໍ​ລິ​ການ​ສ່ວນ​ບຸກ​ຄົນ​ຍັງ​ຄົງ​ທີ່ 14,7 ຕື້​ໂດ​ລາ​.
Microsoft ມີກຳໄລ3.23 ໂດລາຕໍ່ຫຸ້ນ, ເພີ່ມຂຶ້ນ 10% ຈາກປີກ່ອນແລະບໍລິສັດໄດ້ສົ່ງເງິນຄືນໃຫ້ແກ່ຜູ້ຖືຫຸ້ນ ຈຳນວນ 9.7 ຕື້ໂດລາໂດຍຜ່ານເງິນປັນຜົນແລະການຊື້ຫຸ້ນຄືນໃນໄຕມາດທີ 2 ຂອງປີງົບປະມານ 2025.
ທ່ານ ສັດຕະຍາ ນາເດລລາ ປະທານ ແລະ CEO ຂອງ Microsoft ກ່າວວ່າ: ພວກເຮົາກໍາລັງປະດິດສ້າງສິ່ງໃໝ່ໃນທຸກລະດັບຂອງເຕັກໂນໂລຊີ ແລະຊ່ວຍໃຫ້ລູກຄ້າສາມາດປົດລັອກຜົນຕອບແທນຈາກການລົງທຶນຂອງປັນຍາປະດິດ(AI)ໄດ້ຢ່າງເຕັມສ່ວນ ເພື່ອຍາດເອົາໂອກາດອັນມະຫາສານໃນອະນາຄົດ, ທຸລະກິດ AI ຂອງພວກເຮົາສ້າງລາຍຮັບໄດ້ຫຼາຍກວ່າ 13 ຕື້ໂດລາຕໍ່ປີ, ເພີ່ມຂຶ້ນ 175% ເມື່ອທຽບໃສ່ປີຕໍ່ປີ.
ທ່ານ ເອມີ ຮູດ ຮອງປະທານ ແລະ ຫົວໜ້າການເງິນ ຂອງ Microsoft ກ່າວວ່າ: ໃນໄຕມາດນີ້ ລາຍຮັບຂອງ Microsoft Cloud ຢູ່ທີ່ 40.9 ຕື້ໂດລາ, ເພີ່ມຂຶ້ນ 21% ຕໍ່ປີ. ໂດຍພວກເຮົາຍັງຄົງມຸ່ງໝັ້ນຮັກສາຄວາມດຸ່ນດ່ຽງລະຫວ່າງຫຼັກການການດໍາເນີນງານກັບການລົງທຶນໃນຄລາວ ແລະ ພື້ນຖານໂຄງລ່າງ ປັນຍາປະດິດຢ່າງຕໍ່ເນື່ອງ.