ເມື່ອບໍ່ດົນມານີ້, 2 ກໍາລັງ ປກຊ-ປກສ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈຳນວນ 157 ສະຫາຍ ໄດ້ເຂົ້າທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ຂອບເຂດບ້ານ ຫ້ວຍໜໍ່ຂົມ ເມືອງປາກທາ ແຂວງບໍ່ແກ້ວ ມີເນື້ອທີທັງໝົດ 27 ເຮັກຕາ.
ການທໍາລາຍສວນຝິ່ນຄັ້ງນີ້, ແມ່ນໄດ້ເອົາໄມ້ຟາດ, ລົກຕົ້ນອ່ອນຖີ້ມ ເພື່ອບໍ່ໃຫ້ສາມາດເກັບກູ້ຜົນຜະລິດ ແລະ ແກ່ນຝິ່່ນໄວ້ເພື່ອເປັນແນວພັນໃນຕໍ່ໜ້າໄດ້. ໄລຍະຜ່ານມາ ທາງເຈົ້າໜ້າທີ່ໄດ້ເຕົ້າໂຮມປະຊາຊົນ, ອໍານາດການປົກຄອງບ້ານ ເພື່ອເຜີຍແຜ່ຜົນຮ້າຍຂອງຝິ່ນ ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ. ຝິ່ນແມ່ນເປັນຢາເສບຕິດຊະນິດໜຶ່ງທີ່ເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງ, ຄວາມສະຫງົບປອດໄພ ແລະ ກົດໜ່ວງທ່ວງດຶງການພັດທະນາເສດຖະກິດຂອງຊາດ. ດັ່ງນັ້ນຈຶ່ງຮຽກຮ້ອງເຖິງບຸກຄົນ, ຄອບຄົວ ແລະ ການຈັດຕັ້ງທຸກຂັ້ນຕ້ອງເປັນເຈົ້າການ ໃນການຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍຊ່ວຍເປັນຫູເປັນຕາ ມີພັນທະໃຫ້ຂໍ້ມູນຂ່າວສານ ແລະ ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານດັ່ງກ່າວ.
(ຂ່າວ: ພາກ ສຸທິປັນຍາ)