ກອງປະຊຸມໃຫຍ່ຊາວໜຸ່ມສານປະຊາຊົນສູງສຸດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍມອນໄຊ ລາວມົວຊົງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ,ສະຫາຍ ຄຳພັນ ບຸນພາຄົມ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ສານປະຊາຊົນສູງສຸດ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມຂອງສະຫາຍ ທິບພະສອນ ລາດວົງໄຊ ກຳມະການຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານຊາວໜຸ່ມ ຫົວໜ້າຫ້ອງການ ສານປະຊາຊົນສູງສຸດ,ມີສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພູນທອງ ໄຊຍະສິງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສປສສ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານຊາວໜຸ່ມ ສານປະຊາຊົນສູງສຸດ ສະໄໝທີ IVຜ່ານມາ ໂດຍຫຍໍ້ວ່າ: ຄະນະບໍລິຫານງານຊາວໜຸ່ມ ສານປະຊາຊົນສູງສຸດ ໄດ້ດໍາເນີນກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ຄັ້ງທີ IV ຂອງຕົນຂຶ້ນໃນປີ 2020 ຊຶ່ງໄດ້ຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ຈໍານວນ 9 ສະຫາຍຍິງ 2 ສະຫາຍມີສະມາຊິກຊາວໜຸ່ມທັງໝົດ 154 ສະຫາຍຍິງ 69 ສະຫາຍ.ຕະຫຼອດໄລຍະທີ່ຜ່ານມາ ຄະນະຊາວໝຸ່ມປະຊາຊົນປະຕິວັດລາວ ສປສສ ໄດ້ຕັ້ງໜ້ານໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກ ຊາວໜຸ່ມສານປະຊາຊົນສູງສຸດ ຄັ້ງທີ IV ອອກເປັນໜ້າວຽກ ແລະ ໂຄງການອັນລະອຽດ ຕາມມະຕິ VIII ຂອງຜູ້ແທນຊາວໜຸ່ມທົ່ວປະເທດ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ ແລະ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມເປັນມາດຖານເງື່ອນໄຂໃຫ້ເປັນແຜນການເຄື່ອນໄຫວໃນການຈັດຕັ້ງວຽກງານວິຊາສະເພາະຂອງຕົນຢ່າງມີຫົວຄິດປະດິດສ້າງພາຍໃຕ້ການນໍາພາຈາກຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ເຮັດໃຫ້ຄະນະຊາວໜຸ່ມຂອງພວກເຮົາໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດທີ່ກໍານົດໄວ້ ແລະ ມີຜົນສໍາເລັດຫຼາຍດ້ານເປັນກ້າວໆມາ ເປັນຕົ້ນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສປສສ ເວລາໃດກໍຖືວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກເພື່ອຍົກສູງຄວາມຮັບຮູ້ທາງດ້ານການເມືອງ,ລະບຽບຫຼັກການ, ມູນເຊື້ອຂອງຊາດ, ຂອງພັກ ແລະ ໄດ້ເອົາໃຈໃສ່ສ້າງເງື່ອນໄຂໃຫ້ສະມາຊິກໄດ້ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທໍາປະຕິວັດ, ຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີ ແລະ ວຽກງານວິຊາສະເພາະນັບມື້ສູງຂຶ້ນກາຍເປັນພະນັກງານນໍາພາທີ່ຈົງຮັກພັກດີ,ມີຄວາມຊື່ສັດບໍລິສຸດຕໍ່ການຈັດຕັ້ງ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຜົນສໍາເລັດ, ຮັກສາໄດ້ຄວາມສາມັກຄີພາຍໃນ ແລະ ພາຍນອກ.
ກອງປະຊຸມໃນຄັ້ງນີ້:ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານຊາວໜຸ່ມສານປະຊາຊົນສູງສຸດ ສະໄໝທີ Vເພື່ອສືບຕໍ່ນຳພາຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີVຊາວໜຸ່ມສານປະຊາຊົນສູງສຸດ.ກອງປະຊຸມຄັ້ງປະຖົມມະລືກຄະນະບໍລິຫານງານຊາວໜຸ່ມສານປະຊາຊົນສູງສຸດ ສະໄໝທີ V ເລືອກເອົາ ສະຫາຍ ອານຸສິດ ສຸຂະທຳມະວົງ ເປັນເລຂາ,ສະຫາຍນາງ ແກ້ວຫຼ້າ ຄຳວົງສາ ເປັນຮອງສະຫາຍ ບຸນທະວີ ລຽນດາລາ ເປັນຮອງ ແລະ ສະຫາຍ ນາງ ແກ້ວຫຼ້າ ຄຳວົງສາ ເປັນປະທານກວດກາ.
ໃນຕອນທ້າຍກອງປະຊຸມ, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຄະນະບໍລິຫານງານຊາວໜຸ່ມ ສປສສ ຊຸດເກົ່າ ທີ່ໄດ້ນຳພາສະມາຊິກແຕ່ລະຂັ້ນສາມາດຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ. ເຖິງຢ່າງໃດກໍຕາມ ເພື່ອເຮັດໃຫ້ເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງທີ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສປສສ ໄດ້ຮັບການຈັດຕັ້ັງປະຕິບັດເຂົ້າສູ່ພາກຕົວຈິງເປັນລວງດຽວກັນ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສານປະຊາຊົນສູງສຸດ ຕ້ອງເອົາໃຈໃສ່ບາງດ້ານດັ່ງນີ້:
1.ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມເພີ່ມທະວີຄວາມສາມາດໃນການເຕົ້າໂຮມຄວາມສາມັກຄີເປັນເອກະພາບໃນການເຄື່ອນໄຫວວຽກງານໂດຍສະເພາະບັນດາໂຄງການຈຸດສຸມຂອງຊາວໜຸ່ມ, 2.ເພີ່ມທະວີການນໍາພາຕໍ່ວຽກງານການເມືອງນໍາພາແນວຄິດ ແນໃສ່ຮັບປະກັນໃຫ້ຄະນະຊາວໜຸ່ມສະມາຊິກຊາວໜຸ່ມ ມີຄຸນທາດການເມືອງໜັກແໜ້ນມີຄຸນສົມບັດສິນທໍາປະຕິວັດມີຄວາມຮູ້ຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍມະຕິຄໍາສັ່ງຂອງພັກຂອງລັດ ແລະ ຂອງຊາວໜຸ່ມ ເພື່ອກາຍເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ, 3.ຕ້ອງເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ” ຍູ້ແຮງການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ບຸກຂອງຊາວໜຸ່ມ ຕິດພັນກັບຂໍ້ແຂ່ງຂັນ ມີ ຮັບປະກັນ ຂອງສານປະຊາຊົນ ໃຫ້ເປັນຂະບວນການຟົດຟື້ນເພື່ອສາມາດສ້າງໄດ້ວຽກດີ-ຄົນເດັ່ນວຽກຈິງ-ຄົນແທ້ໃນຂະບວນການຕົວຈິງ, 4.ເອົາໃຈໃສ່ວຽກງານປັບປຸງການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ ແນໃສ່ຮັບປະກັນໃຫ້ມີພະນັກງານສືບທອດປ່ຽນແທນທີ່ມີລັກສະນະຕໍ່ເນື່ອງພຽງພໍທາງດ້ານປະລິມານ ແລະ ຄຸນນະພາບມີຄຸນທາດການເມືອງໜັກແໜ້ນມີຄວາມຮູ້ຄວາມສາມາດ ແລະ ມີຄວາມສຳນິຊໍານານທາງດ້ານວຽກງານພັກ-ພະນັກງານວຽກງານວິຊາສະເພາະໃນລະດັບທີ່ແນ່ນອນສາມາດເປັນໃຈກາງໃນການເຕົ້າໂຮມກໍາລັງແຮງສັງລວມຂອງຊາວໜຸ່ມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, 5.ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ ປີ ຄັ້ງທີ II ໃຫ້ສໍາເລັດຜົນຕາມເປົ້າໝາຍທີ່ຕັ້ງໄວ້, 6.ຕ້ອງເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມໃຫ້ຫຼຸດໜ້ອຍຖອຍລົງໂດຍສະເພາະແມ່ນບັນຫາຢາເສບຕິດອຸບັດເຫດຕາມທ້ອງຖະໜົນການຫັນປ່ຽນໂດຍສັນຕິຂອງສັດຕູຄ່ານິຍົມທີ່ບໍ່ຖືກຕ້ອງໃນໝູ່ຊາວໜຸ່ມ ແລະ ສິ່ງຫຍໍ້ທໍ້ອື່ນໆ, 7. ເພີ່ມທະວີການພົວພັນຮ່ວມມືກັບພາກສ່ວນອື່ນເພື່ອຍາດແຍ່ງການສະໜັບສະໜູນ ແລະ ການຮ່ວມມື ຊ່ວຍເຫຼືອທາງດ້ານວິຊາການເຕັກນິກວິທະຍາສາດ ໃຫ້ມີປະສິດທິຜົນຂຶ້ນກ່ວາເກົ່າ, 8.ເພີ່ມທະວີວຽກງານຕິດຕາມກວດກາຂອງຄະນະໜ່ວຍຊາວໜຸ່ມໃຫ້ແທດເຖິງເຂັ້ມງວດ ແລະ ສາມາດປະຕິບັດບົດບາດໜ້າທີ່ໃນການຕິດຕາມກວດກາການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໜ່ວຍຊາວໜຸ່ມຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຕ່າງໆ ຢ່າງມີວິທະຍາສາດ ແລະ ຮັບປະກັນໄດ້ຄວາມສາມັກຄີ.
(ຂ່າວ:ຕຸໄລເພັດ)