ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງໄດ້ລາຍງານການຈັດຕັ້ງປະຕິບັດກິດຈະກໍາປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ2024 ໃນວັນທີ 5 ກຸມພາຜ່ານມານີ້ທີ່ຫໍວັດທະນະທໍາແຫ່ງຊາດວ່າ: ສໍາລັບກິດຈະກໍາປີທ່ອງທ່ຽວລາວ 2024 ຂອງແຂວງຫຼວງພະບາງໃນ 1 ປີຜ່ານມາ ປະກອບມີທັງໝົດ 41 ກິດຈະກໍາ (ກິດຈະກຳລະດັບຊາດ 2 ກິດຈະກຳ) ໄດ້ຈັດຕັ້ງປະຕິບັດສໍາເລັດລວມ 33 ກິດຈະກໍາ ເທົ່າກັບ 80.48% ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ລວມ 8 ກິດຈະກໍາເທົ່າກັບ 19.52%.
ຜ່ານການຈັດຕັ້ງປະຕິບັດໃນການເປີດປີທ່ອງທ່ຽວລາວ 2024 ເຫັນວ່າໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຫຼວງພະບາງທັງໝົດ 2,326,758 ເທື່ອຄົນ. ໃນນັ້ນ,ມີນັກທ່ອງທ່ຽວສາກົນ 1,551,334 ເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນ 775,424 ເທື່ອຄົນ, ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 1,297,060 ເທື່ອຄົນ ເທົ່າກັບ 125%, ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ 1.20 ຕື້ກວ່າໂດລາ.ພ້ອມນັ້ນ, ແຂວງຫຼວງພະບາງໄດ້ຖືເອົາວຽກງານການທ່ອງທ່ຽວເປັນເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງຕາມຍຸດທະສາດສ້າງໃຫ້ແຂວງຫຼວງພະບາງ ເປັນອຸດສາຫະກໍາການທ່ອງທ່ຽວທີ່ຍືນຍົງ, ທັນສະໄໜ ແລະ ມີຄຸນນະພາບເຊື່ອມໂຍງກັບພາກພື້ນ ແລະ ສາກົນໂດຍໄດ້ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງແນໃສ່ຮັບໃຊ້ວຽກງານທ່ອງທ່ຽວ, ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ມໍຣະດົກໂລກຫຼວງພະບາງໃຫ້ຄົງຄຸນຄ່າຕະຫຼອດມາພ້ອມທັງປະຕິບັດຕາມແຜນພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວຂອງແຂວງ ເພື່ອຈັດຕັ້ງປະຕິບັດວຽກງານເຂົ້າສູ່ລວງເລິກ; ຂະແໜງການທ່ອງທ່ຽວກໍໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ໃນແຕ່ລະໄລຍະ ແລະໄດ້ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານ, ສິ່ງອໍານວຍຄວາມສະດວກ, ປັບປຸງສະຖານທີ່ທ່ອງທ່ຽວ, ພັດທະນາສິ່ງຮອງຮັບ, ສ້າງກົນໄກການຄຸ້ມຄອງ ແລະ ສົ່ງເສີມການຕະຫຼາດການທ່ອງທ່ຽວ, ການຮ່ວມມືພາຍໃນ ແລະ ຕ່າງປະເທດ, ສ້າງຂີດຄວາມສາມາດທາງດ້ານວິຊາການໃຫ້ແກ່ພາກລັດ ແລະ ພາກທຸລະກິດ, ສຶກສາອົບຮົມວຽກງານແນວຄິດໃຫ້ແກ່ຜູ້ປະກອບການທຸລະກິດການທ່ອງທ່ຽວໂດຍທາງກົງ ແລະ ທາງອ້ອມດ້ວຍຫຼາຍຮູບການ; ເປີດກວ້າງນະໂຍບາຍການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ເຮັດໃຫ້ຫຼວງພະບາງໄດ້ກາຍເປັນເມືອງທ່ອງທ່ຽວ ຊຶ່ງແຕ່ລະປີໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມນັບມື້ນັບຫຼາຍຂຶ້ນ.
ທ່ານນາງ ສຸດາພອນ ຄົມທະວົງ ກ່າວຕື່ມວ່າ: ໃນປີ 2025 ແຂວງຫຼວງພະບາງຈະສືບຕໍ່ເອົາໃຈໃສ່ໃນຫຼາຍວຽກງານ, ປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກໃນສະຖານທີ່ທ່ອງທ່ຽວຫຼາຍແຫ່ງໃຫ້ມີຄວາມສະດວກເພື່ອຮອງຮັບນັກທ່ອງທ່ຽວເປັນຕົ້ນເສັ້ນທາງເຂົ້າເຖິງ, ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຮັບໃຊ້ພາຍໃນສະຖານທີ່ທ່ອງທ່ຽວ, ບຸກຄະລາກອນບໍລິການການທ່ອງທ່ຽວ ແລະ ອື່ນໆ.ປັດຈຸບັນແຂວງຫຼວງພະບາງມີໂຮງແຮມ ແລະ ຣີສອດ 116 ແຫ່ງ, ເຮືອນພັກ 454 ແຫ່ງ, ຮ້ານອາຫານ 351 ຮ້ານ, ຮ້ານບັນເທິງ ແລະ ກິນດື່ມ 81 ຮ້ານ, ບໍລິສັດທ່ອງທ່ຽວ 123 ບໍລິສັດ ແລະ ຮ້ານນວດ ແລະ ສະປາ 29 ຮ້ານ.
(ຂ່າວ-ພາບ: ວັນເພັງ)