![](nimg/107203816420250207_131913.jpg)
ຂ່າວສານຊີອາໄອລາຍງານ ໃນວັນທີ 7 ກຸມພາ ນີ້ວ່າ: ງານກິລາເອຊຽນເກມລະດູໜາວ ຄັ້ງທີ 9 ທີ່ຈັດຂຶ້ນຢູ່ນະຄອນຮາບິນຈີນ ແມ່ນງານມະຫະກຳກິລາເທິງນ້ຳກ້ອນ ແລະ ຫິມະແບບສັງລວມຂະໜາດໃຫຍ່ລະດັບສາກົນທີ່ສຳຄັນອີກງານໜຶ່ງທີ່ຈີນຈັດຂຶ້ນ ຫຼັງຈາກເຄີຍເປັນເຈົ້າພາບຈັດງານກິລາໂອແລັມປິກລະດູໜາວຢູ່ນະຄອນຫຼວງປັກກິ່ງ ຊຶ່ງເປັນງານກິລາເອຊຽນເກມລະດູໜາວທີ່ມີຈຳນວນປະເທດ ແລະເຂດແຄວ້ນ ກໍຄື ຈຳນວນນັກກິລາເຂົ້າຮ່ວມຫຼາຍທີ່ສຸດ.
ຂ່າວລະບຸວ່າ: ຜົນການຕອບແບບສອບຖາມ ທີ່ໂທລະພາບສາກົນຈີນ ຫຼືCGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຈັດຂຶ້ນຕໍ່ຜູ້ໃຊ້ອິນເຕີເນັດທົ່ວໂລກ ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 96% ເຫັນວ່າ ງານກິລາເອຊຽນເກມລະດູໜາວ ຈະຊຸກຍູ້ຄວາມກະຕືລືລົ້ນຂອງປະຊາຊົນຢູ່ປະເທດພາຍໃນອາຊີຕໍ່ກິລາເທິງນ້ຳກ້ອນ ແລະ ຫິມະ ທັງຍົກສູງລະດັບກິລາເທິງນ້ຳກ້ອນ ແລະ ຫິມະຂອງປະເທດໃນອາຊີ ກໍຄືທົ່ວໂລກ; ຜູ້ຕອບແບບສອບຖາມ 87.8% ເຫັນວ່າ, ງານກິລາເອຊຽນເກມລະດູໜາວ ຈະມີຜົນດີຕໍ່ການຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະເທດໃນອາຊີແລະ ຜູ້ຕອບແບບສອບຖາມ 94.7% ເຫັນວ່າ, ຄຽງຄູ່ກັບນະໂຍບາຍຍົກເວັ້ນວີຊາຂອງຈີນໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ຫວັງວ່າຈະໄດ້ເຫັນປະເທດຈີນເປີດປະຕູສູ່ພາຍນອກຢ່າງກວ້າງຂວາງກວ່າເກົ່າ ແລະ ມີຊີວິດຊີວາຫຼາຍກວ່າເກົ່າ.