![](nimg/1145481320250207_132416.jpg)
ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ກຸມ ຜ່ານມາວ່າ: ຕຳຫຼວດລັດເພນຊິລເວເນຍ ຂອງສະຫະລັດ ອາເມຣິກາ ກຳລັງນຳຈັບຄົນຮ້າຍທີ່ບຸກເຂົ້າໄປລັກໄຂ່ໄກ່ປອດສານພິດ ຈຳນວນ 100,000 ໜ່ວຍ ໃນທ້າຍອາທິດຜ່ານມາ ຊຶ່ງມີມູນຄ່າເສຍຫາຍເຖິງ 40 ຕື້ໂດລາ. ທ່າມກາງການຂາດແຄນໄຂ່ໄກ່ ແລະ ລາຄາໄຂ່ໄກ່ທີ່ເພີ່ມຂຶ້ນ.
ທ່ານນາງ ເມແກນ ເຟຣເຊີ ເຈົ້າໜ້າທີ່ຕຳຫຼວດລັດເພນຊິລວາເນຍ ທີ່ຮັບຜິດຊອບຄະດີເປີດເຜີຍຕໍ່ສື່ມວນຊົນວ່າ: ຕະຫຼອດ 12 ປີໃນການປະຕິບັດໜ້າທີ່ ບໍ່ເຄີຍພົບກໍລະນີລັກໄຂ່ໄກ່ມາກ່ອນແລະ ຄະດີທີ່ໃກ້ຄຽງທີ່ສຸດໄດ້ເກີດຂຶ້ນເມື່ອ 10 ປີທີ່ຜ່ານມາ ຄືເຫດການທີ່ມີຄົນລັກລົດພ່ວງທີ່ບັນທຸກໄກ່ເຕັມຄັນ.
ກະຊວງແຮງງານສະຫະລັດ ອາເມລິກາກ່າວວ່າ: ລາຄາໄຂ່ໄກ່ພາຍໃນປະເທດໄດ້ເພີ່ມຂຶ້ນຫຼາຍກວ່າ 50%, ໂດຍສາເຫດສ່ວນໃຫຍ່ແມ່ນຍ້ອນການລະບາດຂອງໄຂ້ຫວັດສັດປີກ. ເຮັດໃຫ້ຊາວກະສິກອນຕ້ອງກຳຈັດໄກ່ນັບລ້ານໂຕເພື່ອຄວບຄຸມການແຜ່ກະລະບາດ.
ກະຊວງກະສິກຳ ສະຫະລັດ ອາເມລິກາ ລະບຸວ່າ: ນັບແຕ່ເດືອນທັນວາ ປີ 2024 ເປັນຕົ້ນມາ, ຈຳນວນໄກ່ທີ່ຖືກກຳຈັດ ມີເຖິງ 13 ລ້ານໂຕ.
ຂໍ້ມູນຈາກ NIQ ຊຶ່ງເປັນອົງການຄົ້ນຄວ້າຜູ້ບໍລິໂພກຂອງສະຫະລັດ ອາເມຣິກາ ລະບຸວ່າ: ລາຄາໄຂ່ໄກ່ໃນທ້າຍເດືອນມັງກອນ ຜ່ານມາ ແມ່ນສູງເຖິງ5.29 ໂດລາຕໍ່ໜຶ່ງໂຫຼ ເພີ່ມຂຶ້ນຈາກ3.50 ໂດລາຕໍ່ ໜຶ່ງໂຫຼ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ສື່ມວນຊົນຫຼາຍແຫ່ງລາຍງານໃນທິດທາງດຽວກັນວ່າ: ວິກິດການລາຄາໄຂ່ໃນສະຫະລັດ ອາເມຣິກາ ເຮັດໃຫ້ຊັ້ນວາງສິນຄ້າໃນຫ້າງສັບພະສິນຄ້າຫຼາຍແຫ່ງວ່າງເປົ່າ. ໃນຂະນະທີ່ຮ້ານອາຫານທີ່ມີຊື່ສຽງເຊັ່ນ: Waffle House ທີ່ມີສາຂາໃນທົ່ວປະເທດ ຈໍາເປັນຕ້ອງເພີ່ມລາຄາເມນູໄຂ່ ຈານລະ 50 ເຊັນຕໍ່ໄຂ່ໜຶ່ງ ໜ່ວຍ.