ພິທີເຄື່ອນຍ້າຍອັດຖິທ່ານ ພັນດວງຈິດ ວົງສາ ອະດີດກຳມະການສູນກາງພັກສະໄໝທີ VI, VII, VIII ແລະ IX; ອະດີດສະມາຊິກສະພາແຫ່ງຊາດ ຊຸດທີ III, VI ແລະ VII; ອະດີດປະທານສູນກາງແນວລາວສ້າງຊາດ; ອະດີດລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທຳ; ອະດີດຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ; ອະດີດຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ອະດີດຫົວໜ້າບັນນາທິການວາລະສານອາລຸນໃໝ່ ແລະ ອະດີດຄະນະເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ (ຫຼັກ 24) ໃນວັນທີ 6 ກຸມພາຜ່ານມາເປັນກຽດເຂົ້າຮ່ວມມີທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານນາງ ອິນລາວັນ ແກ້ວບຸນພັນກໍາມະການສູນກາງພັກຮອງປະທານ ສນຊ; ມີບັນດາການນໍາພັກ, ລັດຈາກຫຼາຍພາກສ່ວນ, ທ່ານ ປ້າ ວຽງເງິນ ໄຂຄໍາພິທູນ ພ້ອມດ້ວຍຄອບຄົວການນໍາຂັ້ນສູງ, ຍາດຕິພີ່ນ້ອງລູກຫຼານຂອງທ່ານ ພັນດວງຈິດ ວົງສາ ແລະ ພະນັກງານຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ໃນພິທີ, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານ ສນຊ ຜູ້ປະຈໍາການໄດ້ຂຶ້ນກ່າວບົດສະດຸດີໂດຍຫຍໍ້ຂອງທ່ານ ພັນດວງຈິດ ວົງສາ. ຈາກນັ້ນ, ຕາງໜ້າຄອບຄົວຂຶ້ນກ່າວຄໍາຂອບໃຈ ແລະດໍາເນີນພິທີທາງສາສະໜາຕາມຮີດຄອງປະເພນີ.
ຂ່າວ-ຮູບ: ລີ