ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ໂດຮຸງວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມນູແວນເຊລັງ ຕາມການເຊີນຂອງນາຍົກລັດຖະມົນຕີ ນູແວນເຊລັງ ແລະ ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງຄັ້ງທີ 13 ລະຫວ່າງ ຫວຽດນາມ ແລະ ນູແວນເຊລັງ ແລະ ເຮັດວຽກກັບບາງຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ການຄ້າ ນູແວນເຊລັງ.
ທ່ານ ຄຣິສຕອບເຟີ ລູຊອນ ນາຍົກລັດຖະມົນຕີນູແວນເຊລັງ ໄດ້ສະແດງຄວາມດີໃຈຕໍ່ການພັດທະນາຢ່າງແຂງແຮງຂອງການພົວພັນລະຫວ່າງ ຫວຽດນາມ - ນູແວນເຊລັງ ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (1975 - 2025) ແລະ 5 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານຄຣິສຕອບເຟີ ລູຊອນ ເນັ້ນໜັກວ່າ: ຫວຽດນາມ ແລະ ນູແວນເຊລັງ ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ແບ່ງປັນຫຼາຍຈຸດຄ້າຍຄືກັນ ແລະ ຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນບັນດາຂົງເຂດໃໝ່ໄປຄຽງຄູ່ກັບບັນດາຂົງເຂດທີ່ມີມາແຕ່ດົນນານຄື: ກະສິກຳ ແລະ ການສຶກສາ.
ໃນກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ສອງກະຊວງການຕ່າງປະເທດ ແລະ ໃນການແລກປ່ຽນກັບບັນດາຄູ່ຮ່ວມມືນູແວນເຊລັງ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນ, ທາບທາມຄຳເຫັນສອງຝ່າຍ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃຫ້ຫຼາຍກວ່າເກົ່າ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຜັນຂະຫຍາຍບັນດາມາດຕະການຢ່າງແຮງ, ໃນນັ້ນມີການເພີ່ມທະວີການສຳຜັດກັບຕະຫຼາດໃຫ້ແກ່ຜະລິດຕະພັນຂອງສອງຝ່າຍ ເພື່ອແນໃສ່ນຳວົງເງິນການຄ້າສອງຝ່າຍບັນລຸເປົ້າໝາຍ 3 ຕື້ໂດລາ.