ໃນວັນທີ່ 6 ກຸມພານີ້, ອົງການກາແດງແຂວງຫຼວງພະບາງ ຮ່ວມກັບ ຮ້ານໜ່າຍລົດຈັກເຫຼົາເອີສຸກກະເສີມ ຮອນດາຫຼວງພະບາງ ໄດ້ຈັດຂະບວນການປຸກລະດົມການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ. ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ການປຸກລະດົມໃຫ້ທົ່ວສັງຄົມ ຮ່ວມສະໝັກໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມ ຢູ່ແຂວງຫຼວງພະບາງໃນປີຜ່ານມາ ສາມາດບັນລຸໄດ້ເກີນແຜນການທີ່ກຳນົດ ໂດຍແມ່ນອົງການກາແດງແຂວງ ສົມທົບກັບບັນດາຫົວໜ່ວຍທຸລະກິດ ແລະຫ້າງຮ້ານ ລວມທັງອົງການຈັດຕັ້ງຂອງພາກລັດ ໃຫ້ການຊຸກຍູ້ຊ່ວຍເຫຼືອ. ສະເພາະປີນີ້, ເພື່ອຮອງຮັບຄວາມຕ້ອງການນຳໃຊ້ເລືອດ ຢູ່ບັນດາໂຮງໝໍພາຍໃນແຂວງ ຈະຕ້ອງປຸກລະດົມການບໍລິຈາກເລືອດໃຫ້ໄດ້ 5,500 ຖົງ, ຊຶ່ງເປັນວຽກງານທີ່ທຸກພາກສ່ວນ ຕ້ອງເພີ່ມທະວີໃນການປຸກລະດົມ ໃຫ້ທົ່ວສັງຄົມພ້ອມກັນຮ່ວມບໍລິຈາກເລືອດໃຫ້ຫຼາຍຂຶ້ນ ເພື່ອບັນລຸຕາມຕົວເລກຄາດໝາຍທີ່ວາງໄວ້.
ສໍາລັບການບໍລິຈາກເລືອດຄັ້ງນີ້, ມີຜູ້ສະໝັກໃຈບໍລິຈາກເລືອດຈາກຫຼາຍພາກສ່ວນ. ຕາມຄາດໝາຍແມ່ນຈະໃຫ້ໄດ້ 200 ຖົງຂຶ້ນໄປ ແລະ ຜູ້ທີ່ຮ່ວມບໍລິຈາກເລືອດ ຈະໄດ້ຮັບເສື້ອຍືດ, ໝໍ້ກາຕົ້ມນ້ຳຮ້ອນ ແລະໄດ້ຮັບສິດໃນການປ່ຽນນ້ຳມັນເຄື່ອງລົດຈັກໂດຍບໍ່ເສຍຄ່າ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)