ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວປະທານຄະນະກໍາມະການຊີ້ນຳລະດັບຊາດໃນການຈັດປີທ່ອງທ່ຽວລາວ 2024, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີບັນດາຮອງລັດຖະມົນຕີ, ຮອງປະທານໃນຄະນະກໍາມະການຊີ້ນຳລະດັບຊາດການຈັດປີທ່ອງທ່ຽວລາວ 2024, ມີຫົວໜ້າພະແນກ-ຮອງພະແນກ ຖວທ ທົ່ວປະເທດ, ມີຜູ້ຕາງໜ້າຈາກພາກລັດ-ທຸລະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ການທ່ອງທ່ຽວແມ່ນອຸດສາຫະກຳຂະແໜງໜຶ່ງ ທີ່ສາມາດສ້າງລາຍຮັບອັນມະຫາສານໃຫ້ແກ່ປະເທດ. ຍ້ອນແນວນັ້ນ, ໃນໄລຍະທີ່ຜ່ານມາອີງໃສ່ທ່າແຮງບົ່ມຊ້ອນຂອງ ສປປ ລາວ. ພັກ ແລະ ລັດຖະບານຈຶ່ງໄດ້ຖືເອົາວຽກງານການທ່ອງທ່ຽວເປັນຂະແໜງເສດຖະກິດປາຍແຫຼມທີ່ຊ່ວຍກະຕຸ້ນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສະພາບເສດຖະກິດໃນທົ່ວໂລກເວົ້າລວມ, ເວົ້າສະເພາະ ກໍຄືເສດຖະກິດພາຍໃນປະເທດເຮົາໄດ້ປະສົບກັບຄວາມຫຍຸ້ງຍາກໄດ້ສິ້ນສຸດລົງ, ລັດຖະບານໄດ້ຕັດສິນໃຈກຳນົດເອົາປີ 2024ເປັນປີທ່ອງທ່ຽວລາວເປັນທາງການດ້ວຍຮູບແບບຈັດກິດຈະກໍາຕ່າງໆທີ່ມີລັກສະນະກວມລວມທົ່ວປະເທດ ແລະ ລັກສະນະຈຳເພາະຂອງແຕ່ລະທ້ອງຖິ່ນຕະຫຼອດຮອດກຳນົດ ແລະ ປັບປຸງນະໂຍບາຍນິຕິກຳທີ່ຈຳເປັນເພື່ອສັງລວມການທ່ອງທ່ຽວແນໃສ່ເຮັດໃຫ້ການທ່ອງທ່ຽວປະກອບສ່ວນ ແລະ ເປັນແຮງຍູ້ໜູນການພັດທະນາເສດຖະກິດ-ສັງຄົມຂອງຊາດທັງທາງກົງ ແລະ ທາງອ້ອມ, ຍູ້ໜູນການຜະລິດ, ການບໍລິການ ແລະ ອື່ນໆ ທັງສ້າງລາຍຮັບ, ສ້າງວຽກເຮັດງານທຳໃຫ້ປະຊາຊົນພົນລະເມືອງຊ່ວຍຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຕາມແນວທາງຂອງພັກ ແລະ ລັດຖະບານວາງອອກ.
ຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາໃນປີທ່ອງທ່ຽວ 2024 ໃນຂອບເຂດທົ່ວປະເທດເຫັນວ່າທຸກກິດຈະກໍາທີ່ກຳນົດໄວ້ໄດ້ດຳເນີນການໄປຕາມແຜນ ແລະ ພາຍໃຕ້ບັນຍາກາດເປັນຂະບວນການຟົດຟື້ນ ສາມາດກະຕຸ້ນ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວປະເທດເຮົາໃຊ້ຈ່າຍຢູ່ພາຍໃນລາວເຮົາຫຼາຍຂຶ້ນ. ສາມາດສ້າງລາຍຮັບທີ່ຕິດພັນກັບການທ່ອງທ່ຽວຫຼາຍຂຶ້ນ. ພ້ອມກັນນີ້, ການເປີດປີທ່ອງທ່ຽວຍັງໄດ້ຟື້ນຟູ, ສົ່ງເສີມ, ອະນຸລັກ ແລະ ປົກປັກຮັກສາມໍຣະດົກທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໃຫ້ມີຄວາມຍືນຍົງຄົງຢູ່ກັບປະຊາຊົນລາວບັນດາເຜົ່າຕະຫຼອດໄປ; ຂະແໜງການທ່ອງທ່ຽວໄດ້ຮັບການຍົກລະດັບ ການພັດທະນາສູງຂຶ້ນອີກບາດກ້າວໜຶ່ງ ເພື່ອໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນເທື່ອລະກ້າວ.ຈາກນີ້ເຮັດໃຫ້ຊື່ສຽງຂອງສປປ ລາວ ສູງຂຶ້ນໃນປະຊາຄົມໂລກ.
ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ວ່າ: ປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພຊື່ນໃຈໃນວັດທະນະທຳທຳມະຊາດ ແລະ ປະຫວັດສາດ” ປະກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກເປັນ 2 ລະດັບຄື: ກິດຈະກໍາລະດັບຊາດ 14 ກິດຈະກໍາ ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາ ສາມາດຈັດຕັ້ງປະຕິບັດໄດ້ 98.5%. ຕະຫຼອດປີ 2024 ໄດ້ມີການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຄຶກຄື້ນໃນທົ່ວປະເທດ, ຢູ່ບັນດາແຂວງກໍໄດ້ສ້າງກິດຈະກຳທ່ອງທ່ຽວພາຍໃນແຂວງຕະຫຼອດຮອດຂັ້ນເມືອງຕາມສະພາບທ່າແຮງດ້ານການທ່ອງທ່ຽວຂອງຕົນຢ່າງເປັນຂະບວນຟົດຟື້ນ. ເພື່ອຊຸກຍູ້ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ລັດຖະບານໄດ້ໃຫ້ຄວາມສໍາຄັນເປັນພິເສດໂດຍໄດ້ສະໜອງດ້ານງົບປະມານຈຳນວນໜຶ່ງເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳທ່ອງທ່ຽວຕ່າງໆ ແລະ ກຳນົດນະໂຍບາຍວີຊາຈຳນວນໜຶ່ງເພື່ອດຶງດູດນັກທ່ອງທ່ຽວຈາກທົ່ວໂລກ.ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ໄດ້ສົ່ງຜົນປະໂຫຍດດ້ານດີໃຫ້ການທ່ອງທ່ຽວລາວເຮົາຫຼາຍພໍສົມຄວນ ສະແດງອອກໃນປີ 2024 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວໄດ້ລື່ນຄາດໝາຍຖ້າທຽບໃສ່ ປີ 2023. ນັກທ່ອງທ່ຽວພາຍໃນມີຈໍານວນ 3,904,483 ເທື່ອຄົນ ເພີ່ມຂຶ້ນ 102%ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວໄດ້ເຖິງ 632,526,246 ໂດລາ; ນັກທ່ອງທ່ຽວສາກົນຈໍານວນ 4,120,832 ເທື່ອຄົນ ເພີ່ມຂຶ້ນ 21%ສາມາດກະຈາຍລາຍຮັບໄດ້ເຖິງ 1,138,003,848 ໂດລາ. ພ້ອມນີ້, ຍັງມີຫຼາຍກຸ່ມຕະຫຼາດທ່ອງທ່ຽວທີ່ເພີ່ມຂຶ້ນເຊັ່ນ: ກຸ່ມຕະຫຼາດອາຊຽນເພີ່ມຂຶ້ນ 7%, ກຸ່ມຕະຫຼາດອາຊີ ແລະ ປາຊີຟິກເພີ່ມຂຶ້ນ 59%; ກຸ່ມຕະຫຼາດເອີຣົບເພີ່ມຂຶ້ນ 22%; ກຸ່ມຕະຫຼາດອາເມຣິກາ ເພີ່ມຂຶ້ນ 19% ແລະ ກຸ່ມຕະຫຼາດອາຟຣິກາ ແລະ ຕາເວັນອອກກາງເພີ່ມຂຶ້ນ 13%; ການອອກນະໂຍບາຍຍົກເວັ້ນວີຊາໃຫ້ບາງປະເທດກຸ່ມເປົ້າໝາຍໄລຍະປີທ່ອງທ່ຽວລາວ 2024 (ເລີ່ມແຕ່ວັນທີ 1 ກໍລະກົດ ຫາ ວັນທີ 31 ທັນວາ 2024 ລວມ 6 ເດືອນ) ເຫັນວ່ານັກທ່ອງທ່ຽວຈີນແມ່ນໄດ້ຮັບຜົນດີເກີນຄາດໝາຍທີ່ວາງໄວ້ ມີນັກທ່ອງທ່ຽວຈຳນວນ 1,048,034 ເທື່ອຄົນ ເພີ່ມຂຶ້ນ 63%; ການເປີດປີທ່ອງທ່ຽວລາວ 2024 ເປັນໂອກາດທີ່ດີໃນການປັບປຸງຄຸນນະພາບການບໍລິການຂອງທຸລະກິດການທ່ອງທ່ຽວ ແລະ ຂະແໜງການບໍລິການທີ່ປິ່ນອ້ອມ, ຫຼາຍຫົວໜ່ວຍທຸລະກິດໄດ້ຮັບການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ.
ກອງປະຊຸມໃນຄັ້ງນີ້,ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດກິດຈະກຳການທ່ອງທ່ຽວຂອງທ້ອງຖິ່ນຈຳນວນໜຶ່ງ ແລະ ຍັງໄດ້ພ້ອມກັນຕີລາຄາຢ່າງກົງໄປ-ກົງມາຕໍ່ໝາກຜົນທີ່ຍາດມາໄດ້ກ້າວໄປເຖິງການຖອດຖອນໄດ້ບາງບັນຫາທີ່ສຳຄັນທີ່ຕ້ອງເສີມຂະຫຍາຍເພື່ອຍູ້ແຮງການທ່ອງທ່ຽວ, ໄດ້ເອົາໃຈໃສ່ປຶກສາຫາລືເພື່ອກຳນົດທິດທາງ, ວິທີການ, ມາດຕະການແກ້ໄຂບາງບັນຫາຈຳນວນໜຶ່ງທີ່ເປັນຈຸດອ່ອນ, ຂໍ້ຄົງຄ້າງຕ້ອງສຸມໃສ່ແກ້ໄຂຢ່າງທັນການ. (ຂ່າວ-ພາບ: ວັນເພັງ+ບຸນອູ້ມ)