![](nimg/71450759720250206_093622.jpg)
ກອງປະຊຸມເຜີຍແຜ່ແຜນປະຕິບັດງານປະຈໍາປີ 2025 ຂອງໂຄງການຈັສຕິກ(JuSTICE)ເພື່ອສ້າງຄວາມຮູ້ກ່ຽວກັບວຽກງານຍຸຕິທໍາທາງດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດອົງປະກອບ 4 (CEJ) ຂຶ້ນໃນວັນທີ 3 ກຸມພາຜ່ານມາທີ່ນະຄອນຫຼວງວຽງຈັນເປັນກຽດເຂົ້າຮ່ວມຂອງທ່ານ ເກດສະໜາ ພົມມະຈັນຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເກດສະໜາ ພົມມະຈັນ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດໂຄງການເພື່ອໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ເຂົ້າເປັນພາຄີ, ໃນນັ້ນມີສັນຍາປາຣີ ແລະ ຕອບສະໜອງເປົ້າໝາຍຂອງປະເທດໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ໄດ້ 60% ໃນປີ 2030. ການຮ່ວມມືລະຫວ່າງບັນດາອົງການລັດ, ຜູ້ຊ່ຽວຊານດ້ານກົດໝາຍ ແລະ ຄູ່ຮ່ວມມືສາກົນ ເພື່ອບັນລຸເປົ້າໝາຍດັ່ງກ່າວຮ່ວມກັນ.
ການເຜີຍແຜ່ດັ່ງກ່າວ ເປັນຈຸດເລີ່ມຕົ້ນຂອງແຜນປະຕິບັດງານປະຈໍາປີ 2025 ເພື່ອແນໃສ່ເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍສິ່ງແວດລ້ອມ ແລະ ຊຸກຍູ້ຄວາມຍຸຕິທໍາທາງດ້ານດິນຟ້າອາກາດໃນທົ່ວສປປ ລາວ. ໂຄງການມີງົບປະມານທັງໝົດ 4 ລ້ານເອີໂຣ ໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ແລະ ການພັດທະນາແບບຍືນຍົງ. ໂຄງການໄດ້ສ້າງຄວາມອາດສາມາດຂອງສະຖາບັນກ່ຽວກັບມາດຕະຖານສິ່ງແວດລ້ອມ, ປູກຈິດສຳນຶກ ແລະ ຈັດຕັ້ງປະຕິບັດຂໍ້ລິເລີ່ມທີ່ສົ່ງເສີມການເຄົາລົບ ແລະ ການບັງຄັບໃຊ້ກົດໝາຍສິ່ງແວດລ້ອມເພື່ອແກ້ໄຂສິ່ງທ້າທາຍທາງດ້ານສິ່ງແວດລ້ອມອັນຮີບດ່ວນເຊັ່ນ: ການທຳລາຍປ່າໄມ້, ການສູນເສຍຊີວະນາໆພັນ ແລະ ຜົນກະທົບທີ່ເພີ່ມຂຶ້ນຂອງການປ່ຽນແປງດິນຟ້າອາກາດຊຶ່ງໄດ້ສົ່ງຜົນກະທົບຕໍ່ຊຸມຊົນທີ່ມີຄວາມສ່ຽງໃນທົ່ວປະເທດ.
ໃນພິທີໄດ້ລາຍງານແຜນການຈັດຕັ້ງປະຕິບັດໂຄງການຈັສຕິກໃນປີ 2025 ໂດຍມີບັນດາຄູ່ຮ່ວມງານທີ່ສຳຄັນເຂົ້າຮ່ວມເພື່ອສ້າງຄວາມເຂັ້ມແຂງດ້ານຄວາມຍຸຕິທໍາທາງດ້ານສິ່ງແວດລ້ອມໃນ ສປປ ລາວ. ແຜນປະຕິບັດງານດັ່ງກ່າວລວມມີການຝຶກອົບຮົມສະເພາະສໍາລັບຜູ້ພິພາກສາ, ໄອຍະການ ແລະ ທະນາຍຄວາມ; ຂໍ້ລິເລີ່ມການສ້າງຈິດສຳນຶກໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງຮັບຮູ້ມາດຕະຖານສິ່ງແວດລ້ອມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການບັງຄັບໃຊ້ ແລະ ຮັບປະກັນໃຫ້ໄດ້ຮັບໝາກຜົນທີ່ເປັນຈິງ.
ທ່ານນາງ ນາທາລີ ບຣາທຫົວໜ້າຝ່າຍຮ່ວມມືຂອງສະຖານທູດຝຣັ່ງປະຈໍາສປປ ລາວ ໄດ້ມີຄໍາເຫັນເນັ້ນໜັກເຖິງການຮ່ວມມືຢ່າງເຂັ້ມແຂງຂອງປະເທດຝຣັ່ງ ແລະ ສປປ ລາວ ລວມທັງຄໍາໝັ້ນສັນຍາຕໍ່ກັບຄວາມຍຸຕິທໍາທາງດ້ານສິ່ງແວດລ້ອມ ໂດຍເນັ້ນໜັກໃສ່ຄວາມສໍາຄັນຂອງການສົ່ງເສີມ ຄຸ້ມຄອງ ແລະ ຮັບປະກັນການເຂົ້າເຖິງຄວາມຍຸຕິທໍາທາງດ້ານສິ່ງແວດລ້ອມ ຊຶ່ງສະທ້ອນໃຫ້ເຫັນເຖິງວິໄສທັດຮ່ວມກັນໃນການແກ້ໄຂສິ່ງທ້າທາຍທາງດ້ານສິ່ງແວດລ້ອມໃນທົ່ວໂລກ ແລະ ທ້ອງຖິ່ນ ໂດຍການເສີມຂະຫຍາຍລະບຽບກົດໝາຍທາງດ້ານສິ່ງແວດລ້ອມ, ແຜນປະຕິບັດງານດັ່ງກ່າວໄດ້ເນັ້ນໜັກເຖິງການຮັບມືກັບສິ່ງທ້າທາຍ 2 ດ້ານໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການເຊື່ອມໂຊມຂອງສິ່ງແວດລ້ອມ ເພື່ອຮັບປະກັນຄວາມຍຸຕິທຳ ແລະ ຄວາມຍືນຍົງໃຫ້ຄົນຮຸ່ນຫຼັງ.
ກະຊວງຍຸຕິທໍາໄດ້ຮັບການສະໜັບສະໜູນຈາກປະເທດຝຣັ່ງ ໂດຍຜ່ານອົງການຝຣັ່ງເພື່ອການພັດທະນາ (AFD), ໄດ້ຈັດພິທີເຜີຍແຜ່ແຜນປະຕິບັດງານປະຈໍາປີ 2025 ຂອງໂຄງການຈັສຕິກເພື່ອສ້າງຄວາມຮູ້ກ່ຽວກັບວຽກງານຍຸຕິທໍາທາງດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດອົງປະກອບ 4.
ຂ່າວ: ກະຊວງຍຸຕິທຳ