ຂ່າວຕ່າງປະເທດລາຍງານໃນວັນທີ 3 ກຸມພາຜ່ານມາວ່າ: ບໍລິສັດ Softbank Group (SBG) ແລະ OpenAI ປະກາດສ້າງຕັ້ງບໍລິສັດຮ່ວມທຶນທີ່ມີຊື່ວ່າ:SB OpenAI Japan ເພື່ອພັດທະນາວິທີແກ້ໄຂປັນຍາປະດິດ (AI) ທີ່ເໝາະສົມກັບອົງການຈັດຕັ້ງຂອງຍີ່ປຸ່ນ ໂດຍສະເພາະ.
ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ: ບໍລິສັດໃໝ່ນີ້ ຖືຫຸ້ນເທົ່າກັນລະຫວ່າງOpenAI ແລະ SoftBank. ບໍລິສັດ ໂທລະຄົມມະນາຄົມຂອງກຸ່ມ SoftBank ມີຈຸດປະສົງເພື່ອສ້າງໂມເດລAI ທີ່ປະສົມປະສານຂໍ້ມູນຂອງອົງການແຕ່ລະແຫ່ງ ແລະສົ່ງເສີມການນໍາປັນຍາປະດິດແບບສ້າງສັນມາໃຊ້ໃນປະເທດຍີ່ປຸ່ນ.
ບໍລິສັດດັ່ງກ່າວ ຈະເປີດບໍລິການ AI ສໍາລັບອົງການຈັດຕັ້ງທີ່ເອີ້ນວ່າ Crystal Intelligence ຊຶ່ງໃຫ້ບໍລິການສະເພາະບໍລິສັດຂະໜາດໃຫຍ່ຂອງຍີ່ປຸ່ນເທົ່ານັ້ນ.
ນອກ​ເໜືອ​ຈາກ​ການ​ນໍາ​ໃຊ້​ປັນຍາປະດິດແບບ​ດັ່ງ​ເດີມແລ້ວ ບໍລິສັດຍັງມີຈຸດປະສົງພັດທະນາໂມເດລ AI ພິເສດທີ່ເອີ້ນວ່າ AI agentທີ່ປະສົມປະສານຂໍ້ມູນຊັບພະຍາກອນມະນຸດ, ການຕະຫຼາດແລະການດໍາເນີນງານ. ເພື່ອສະໜັບສະໜູນການຕັດສິນໃຈໃນກອງປະຊຸມທຸລະກິດ.