ກອງປະຊຸມໃຫຍ່ຄັ້ງທີ VII ຜູ້ແທນອົງຄະນະພັກເມືອງທ່າພະບາດໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 6 ກຸມພານີ້ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ແຂວງບໍລິຄໍາໄຊ, ພາຍໃຕ້ການເປັນປະທານຂອງສະຫາຍ ສົມສົດ ແສງອາພອນ ເລຂາຄະນະບໍລິຫານພັກເມືອງທ່າພະບາດ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ສົມສົດ ແສງອາພອນ ໄດ້ກ່າວໄຂກອງປະຊຸມ ພ້ອມທັງກ່າວຈຸດປະສົງວາລະດຳເນີນກອງປະຊຸມ, ຊຶ່ງຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກພ້ອມກັບປະຊາຊົນບັນດາເຜົ່າພາຍໃນເມືອງທ່າພະບາດ ໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມບຸກບືນກ້າວຂຶ້ນ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ, ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ທາງດ້ານວັດຖຸ ແລະ ຈິດໃຈນັບມື້ດີຂຶ້ນ; ພ້ອມກັນນັ້ນ ກໍໄດ້ສຸມໃສ່ການລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ປະກອບສ່ວນເຂົ້າໃນການປັບປຸງບູລະນະລະບົບການເມືອງຢູ່ຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ລະດົມແຫຼ່ງທຶນຈາກທຸກພາກສ່ວນຂອງສັງຄົມເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ອັນພົ້ນເດັ່ນແມ່ນການກໍ່ສ້າງເສັ້ນທາງເບຕົງຢູ່ບັນດາບ້ານຕ່າງໆ, ສ້າງຮ້ານຄ້າໂອດ໋ອບ; ການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ບັນລຸຕາມແຜນການທີ່ວາງໄວ້.
ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສັງເກດຕີລາຄາເຖິງຜົນສໍາເລັດການຈັດຕັ້ງແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ແລະ ຈະໄດ້ຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາທິດທາງ, ໜ້າທີ່ການເມືອງໃນສະເພາະໜ້າປີ 2025-2029 ແລະ ຈະໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງທ່າພະບາດ ຊຸດໃໝ່ ແລະ ປ່ອນບັດເລືອກເອົາຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ.
(ຂ່າວ-ພາບ: ຄຳຟອງ)