ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)ໄດ້ຈັດກອງປະຊຸມສະຫຼຸບວຽກງານ ຖວທ ທົ່ວປະເທດປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂຶ້ນໃນວັນທີ 6-7 ກຸມພານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງ ຖວທ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານ ຖວທ, ບັນດາຫົວໜ້າກົມ-ຮອງກົມ,ບັນດາອະດີດການນໍາກະຊວງ ຖວທ, ພະນັກງານຫຼັກແຫຼ່ງຂະແໜງ ຖວທ ຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ສວນສະຫວັນ ວິຍະເກດ ກ່າວວ່າ:ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ, ແມ່ນວຽກງານສ້າງພື້ນຖານອະລິຍະທຳທາງດ້ານຈິດໃຈຂອງສັງຄົມ ຊຶ່ງເປັນປັດໄຈປະກອບສ່ວນເຂົ້າໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາໃຫ້ທຽບທັນກັບບັນດາອະລິຍະປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າຂອງຂະບວນວິວັດແຫ່ງການພັດທະນາໃນໂລກໄດ້. ຕະຫຼອດໄລຍະ 1 ປີຜ່ານມາ, ຄະນະພັກ, ຄະນະນຳແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມຮັບຜິດຊອບສູງປະກອບສ່ວນເຂົ້າໃນການນໍາພາ-ຊີ້ນຳວຽກງານ ຖວທ ຢ່າງໃກ້ຊິດຕິດແທດ ຊຶ່ງໄດ້ສະແດງອອກໃນການເອົາໃຈໃສ່ຕໍ່ກັບການກຳນົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູງກາງ ແລະ ທ້ອງຖິ່ນຢ່າງຖືກຕ້ອງສອດຄ່ອງ; ພະນັກງານ-ລັດຖະກອນທົ່ວຂະແໜງການ ຖວທໄດ້ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ການເມືອງຂອງຕົນ. ໃນນີ້, ບັນດາກົມ, ກອງອ້ອມຂ້າງກະຊວງ ແລະ ບັນດາພະແນກ ຖວທ ແຂວງ ແລະ ນະຄອນຫຼວງໄດ້ເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງສາມາດເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ກໍຄືຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນອັນໄດ້ເຮັດໃຫ້ວຽກງານ ຖວທ ມີຜົນສຳເລັດຫຼາຍດ້ານທັງດ້ານປະລິມານ ແລະ ຄຸນນະພາບປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ. ພ້ອມທັງເຮັດໃຫ້ຊາດເຮົາມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນຢູ່ທາງດ້ານວັດຖຸກໍຄືຈິດໃຈນັບມື້ນັບດີຂຶ້ນໄປເລື້ອຍໆ.ຄຽງຄູ່ກັບດ້ານຕັ້ງໜ້າທີ່ໄດ້ກ່າວມານັ້ນເຫັນວ່າ: ວຽກງານ ຖວທ ຍັງມີບາງຈຸດຄົງຄ້າງອັນເປັນພື້ນຖານທ່ວງດຶງການພັດທະນາວຽກງານ ຖວທ ໃນທາງກົງ ແລະ ທາງອ້ອມ ແລະ ອື່ນໆ. ຢ່າງໃດກໍຕາມຂໍຢືນຢັນວ່າ: ການຈັດຕັ້ງປະຕິບັດວຽກງານ ຖວທ ໃນ 1 ປີຜ່ານມາ ແມ່ນຍັງສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ, ມີຜົນສຳເລັດຫຼາຍດ້ານ ແລະ ມີອັນພົ້ນເດັ່ນແຕ່ກໍປາສະຈາກບໍ່ໄດ້ບາງວຽກງານທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການທີ່ໄດ້ກຳນົດໄວ້ໃນປີ 2024.
ທ່ານນາງ ສວນສະຫວັນ ວິຍະເກດ ຍັງຮຽກຮ້ອງມາຍັງຜູ້ແທນກອງປະຊຸມຈົ່ງພ້ອມກັນຄົ້ນຄວ້າລົົງເລິກຕີລາຄາບົນພື້ນຖານຮ່າງບົດສະຫຼຸບວຽກງານ ຖວທ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025ເພື່ອຊ່ວຍປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນຢ່າງພາວະວິໄສ, ກົງໄປ-ກົງມາເພື່ອພ້ອມກັນເສີມຂະຫຍາຍດ້ານຕັ້ງໜ້າໄປຄຽງຄູ່ກັບການຕີຖອຍດ້ານອ່ອນ-ຂໍ້ຄົງຄ້າງ, ຊອກຫາສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃຫ້ມີຄວາມສອດຄ່ອງ, ເໝາະສົມກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງໃນ 1 ປີຜ່ານມາ ແລະ ມາດຕະການຈະຈັດຕັ້ງປະຕິບັດໃນຕໍ່ໜ້າ ແນໃສ່ໃຫ້ການພັດທະນາວຽກງານ ຖວທ ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ, ໜັກແໜ້ນ ແລະ ຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າໃນຕໍ່ໜ້າ.
ຈາກນັ້ນ, ທ່ານວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ຂຶ້ນສະຫຼຸບລາຍງານວຽກງານ ຖວທ ປີ 2024 ແລະ ທິດທາງແຜນການປີ 2025 ໂດຍສະເພາະວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນໄດ້ດໍາເນີນການຢ່າງເປັນລະບົບໂດຍໃຫ້ຄວາມສໍາຄັນກັບການໂຄສະນາກິດຈະກໍາ ແລະ ນະໂຍບາຍຂອງພັກ-ລັດ. ໃນປີ 2024, ສື່ເອເລັກໂຕຣນິກໄດ້ຜະລິດ ແລະ ອອກຂ່າວ 25,884 ເທື່ອ, ຂ່າວພາສາຊົນເຜົ່າ 7,416 ຂ່າວ, ສື່ສິ່ງພິມພາສາຕ່າງປະເທດ 3,924 ຂ່າວແລະ ຂ່າວອອນລາຍ 5,712 ຄັ້ງ; ພາສາລາວ 4,624 ຂ່າວ, ຖ່າຍຮູບ 51,240 ຮູບ, ພາສາອັງກິດ 3,364 ຂ່າວ, ເຜີຍແຜ່ຜ່ານເຟສບຸກ 3,664,249 ຄຣິບ ແລະ ສົ່ງຜ່ານມືຖື 1,026 ຂ່າວ.ສໍາເລັດຄາດໝາຍຕົ້ນຕໍຂອງວຽກງານຖະແຫຼງຂ່າວ-ສື່ມວນຊົນຄື:ໂທລະໂຄ່ງໄລຍະ II ຈຳນວນ 1,000 ຊຸດ, ໄດ້ຮັບການຊ່ວຍເຫຼືອ 130 ຊຸດ, ປະຕິບັດແລ້ວ 1,097 ຊຸດ; ສໍາຫຼວດຂໍ້ມູນເພື່ອສ້າງ ແລະ ຕິດຕັ້ງສະຖານີ FM ສຳເລັດ 11 ເມືອງ; ມອບ-ຮັບ ແລະ ຕິດຕາມການປັບປຸງສະຖານີວິທະຍຸ-ໂທລະພາບແຂວງໄຊສົມບູນ ແລະ ຫົວພັນ.ປັດຈຸບັນມີສື່ສິ່ງພິມ 116 ສະບັບ, ວິທະຍຸ 168 ສະຖານີ, ໂທລະພາບ 49 ສະຖານີ, ໜ້າຂ່າວອອນລາຍ 86 ໜ້າ ແລະ ໂທລະໂຄ່ງ 7,725 ຊຸດ.
(ຂ່າວ-ພາບ: ວັນເພັງ+ບຸນອູ້ມ)