ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ອົງການທ່ອງທ່ຽວຍີ່ປຸ່ນຈະເລີ່ມດຳເນີນໂຄງການຊ່ວຍເຫຼືອເທດສະບານເມືອງ ແລະ ທຸລະກິດຕ່າງໆ ເພື່ອດຶງດູດdigital nomadຊຶ່ງໝາຍເຖິງຜູ້ທີ່ນຳໃຊ້ເຕັກໂນໂລຊີດີຈີຕອນເຮັດວຽກໄດ້ຈາກທຸກບ່ອນໃນໂລກໃນປີງົບປະມານ2025.
ຫ້ອງການດັ່ງກ່າວ ຈະຈັດສັນເງິນອຸດໜູນຈໍານວນໜຶ່ງສໍາລັບຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບການສ້າງບ່ອນເຮັດວຽກ ແລະ ທີ່ພັກໃຫ້ເໝາະສົມກັບຄົນກຸ່ມນີ້. ໂດຍເງິນອຸດໜູນດັ່ງກ່າວຈະສະໜັບສະໜູນການພັດທະນາຫ້ອງການໃຊ້ຮ່ວມກັນ 24 ຊົ່ວໂມງ, ຮ້ານກາເຟແລະບາ ທີ່ສາມາດນັ່ງເຮັດວຽກໄດ້ ແລະທີ່ພັກອາໄສທີ່ສະດວກໃນການເຮັດວຽກ.
ຈຸດປະສົງຂອງໂຄງການແມ່ນເພື່ອສົ່ງເສີມການພັກເຊົາທີ່ຍາວນານແລະ ເພີ່ມການໃຊ້ຈ່າຍຈາກຄົນກຸ່ມນີ້ທີ່ເປັນຊາວຕ່າງປະເທດເມື່ອທຽບກັບນັກທ່ອງທ່ຽວແບບດັ່ງເດີມ.
ທັງນີ້, ຫ້ອງການດັ່ງກ່າວໄດ້ປະຕິບັດໂຄງການທົດລອງໃນ 5 ເຂດ ຂອງປີງົບປະມານ 2024 ເພື່ອຄົ້ນຄວ້າ ສຳຫຼວດ ແລະ ຫາວິທີດຶງດູດຄົນກຸ່ມນີ້. ໂດຍຍີ່ປຸ່ນຈະກຳນົດທິດທາງໃຫ້ແກ່ເຂດອື່ນໆ ທີ່ສົນໃຈຈະດຳເນີນໂຄງການລັກສະນະດຽວກັນນີ້ດ້ວຍ.