ຂ່າວຕ່າງປະເທດລາຍງານໃນວັນທີ 5 ກຸມພາ ຜ່ານມາວ່າ: ທ່ານ ຊຸນດາ ພິໄຊ ປະທານກຳມະການບໍລິຫານ(CEO) ຂອງ Google ໄດ້ສະແດງຄວາມຊົມເຊີຍນັກພັດທະນາ DeepSeek ປັນຍາປະດິດ (AI) ຂອງຈີນແລະກ່າວວ່າການຫຼຸດຕົ້ນທຶນດ້ານ AI ຈະເປັນຜົນດີສໍາລັບບໍລິສັດGoogleແລະກ່ຽວກັບຄວາມຕ້ອງການຂອງ AI ທົ່ວໄປ, ຂະນະທີ່ CEOຂອງ Apple, Microsoft ແລະ Meta ຍັງໄດ້ສະແດງຄວາມຊົມເຊີຍຕໍ່ DeepSeek ເຊັ່ນດຽວກັນ.
ທ່ານ ພິໄຊກ່າວ​ວ່າ: ເມື່ອຄ່າໃຊ້ຈ່າຍໃນການໃຊ້ງານຂອງ AI (AI inference) ຫຼຸດລົງ, ການນຳAI ໄປໃຊ້ໃນດ້ານຕ່າງໆກໍຈະມີຄວາມເປັນໄປໄດ້ຫຼາຍຂຶ້ນ ຊຶ່ງເປັນໂອກາດສໍາລັບບໍລິສັດເຕັກໂນໂລຊີຍັກໃຫຍ່ຂອງສະຫະລັດ ອາເມຣິກາ, ໂດຍ AI Inference ໝາຍເຖິງການນໍາໃຊ້ໂມເດລAI ທີ່ໄດ້ຮັບການຝຶກຝົນແລ້ວມາຕອບຄໍາຖາມຫຼືສ້າງເນື້ອຫາ.
Nikkei Asia ລາຍງານວ່າ:DeepSeek ໄດ້ກາຍເປັນຫົວຂໍ້ສຳຄັນໃນອຸດສາຫະກໍາເຕັກໂນໂລຊີໃນການລາຍງານຜົນປະກອບການ. ໂດຍເກືອບທຸກບໍລິສັດໃຫຍ່ໆໄດ້ຖືກຖາມກ່ຽວກັບບໍລິສັດນີ້.
DeepSeek-R1 ຊຶ່ງເປັນລຸ້ນໂມເດລທີ່ມີການເປີດເຜີຍໃນອາທິດທີ່ຜ່ານມາ ແລະ ສ້າງຄວາມຮືຮາໃນ Silicon Valley ແລະ Wall Street ຫຼັງຈາກ DeepSeek ກ່າວວ່າມີປະສິດທິພາບໃກ້ຄຽງກັບໂມເດຍ o1 ຂອງ OpenAIແຕ່ມີຄ່າໃຊ້ຈ່າຍຕ່ໍາໃນການພັດທະນາ.
ທ່ານ ພິໄຊ ກ່າວຕື່ມວ່າ: ໂມເດລ Gemini 2.0 flash ແລະ 2.0 flash thinkingຂອງ Google ນັ້ນ ກໍມີປະສິດທິພາບໃກ້ຄຽງກັບ DeepSeek-R1.