ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ກຸມພາຜ່ານມາ,ທ່ານນາງເອີຊູລາ ວອນ ເດີ ເລເຢນ ປະທານຄະນະກຳມະການເອີຣົບ (EC)ຢັ້ງຢືນວ່າ: ສະຫະພາບເອີຣົບ ກຽມພ້ອມໃຫ້ແກ່ການເຈລະຈາດ້ານການຄ້າກັບ ສະຫະລັດ ອາເມຣິກາ ເພື່ອແນໃສ່ປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງກຸ່ມ. ສານດັ່ງກ່າວໄດ້ຍົກອອກພາຍຫຼັງທີ່ທ່ານ ໂດນັລ ທຣຳ ປະທານາທິບໍດີ ອາເມຣິກາ ປະກາດແຜນການຈັດວາງພາສີສຳລັບສິນຄ້ານຳເຂົ້າຈາກ EU.
ກ່າວຄຳເຫັນໃນກອງປະຊຸມ, ທ່ານນາງ ເອີຊູລາ ວອນ ເດີ ເລເຢນ ເນັ້ນໜັກເຖິງສາຍພົວພັນເສດຖະກິດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ EU ແລະ ສະຫະລັດ ອາເມຣິກາ. ປັດຈຸບັນ, ຍອດວົງເງິນການຄ້າລະຫວ່າງ EU ແລະ ອາເມຣິກາ ບັນລຸປະມານ 1.500 ຕື້ໂດລາ. ທ່ານໃຫ້ຮູ້ຕື່ມວ່າ:EU ຢາກຮັກສາ ແລະ ຊຸກຍູ້ການຮ່ວມມືນີ້, ເຖິງຢ່າງໃດກໍພ້ອມທີ່ຈະເຈລະຈາ, ເພື່ອຊອກຫາມາດຕະການໃຫ້ແກ່ບັນດາຄວາມແຕກໂຕນ ແລະ ວາງພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືແບບຍືນຍົງກວ່າເກົ່າ.