ກອງປະຊຸມຄະນະຊີ້ນໍາໂຄງການຄັ້ງທີ 4, ໂຄງການຮ່ວມມືດ້ານສະຖິຕິລາວ-ລຸກຊໍາບວກໄດ້ຈັດຂຶ້ນໃນວັນທີ 5ກຸມພານີ້ທີ່ໂຮງແຮມຄຣາວພຣາຊານະຄອນຫຼຼຼວງວຽງຈັນໂດຍການປະທານຮ່ວມຂອງ ທ່ານ ນາງ ເພັດສະໝອນສອນຮອງຫົວໜ້າສູນສະຖິຕິແຫ່ງຊາດ,ທ່ານ ໂທມັດສລາມມາຣອຸປະທູດລຸກຊໍາບວກ ປະຈໍາສປປລາວແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການໄລຍະ IIປະຈໍາປີ2024,ແຜນການຂອງໂຄງການໃນປີ 2025 ລວມທັງແຜນງົບປະມານ ແລະ ການນໍາໃຊ້ຊ່ຽວຊານ,ໃນນັ້ນກອງປະຊຸມຍັງໄດ້ຮ່ວມກັນຕີລາຄາ ປຶກສາຫາລື ຢ່າງກົງໄປກົງມາ ຕໍ່ກັບກົນໄກ ແລະ ວິທີການແກ້ໄຂຂໍ້ຄົງຄ້າງ ແລະສິ່ງທ້າທາຍເພື່ອເປັນບ່ອນອີງໃຫ້ບັນລຸຄາດໝາຍດີກວ່າເກົ່າໃນປີ 2025 .

ທ່ານ ນາງ ເພັດສະໝອນ ສອນ ກ່າວວ່າ:ປີນີ້ເປັນປີທີ 3 ຂອງການຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານສະຖິຕິລາວ-ລຸກຊໍບວກໄລຍະ2LLPS2ຊຶ່ງໄດ້ເສີມສ້າງຄວາມສາມາດໃຫ້ແກ່ພະນັກງານຂອງລະບົບສະຖິຕິຫຼາຍດ້ານ ເປັນຕົ້ນແມ່ນສ້າງສະຖິຕິສິ່ງແວດລ້ອມ, ການຈັດຕັ້ງປະຕິບັດການສໍາຫຼວດການຄຸ້ມຄອງຂີ້ເຫຍື້ອພາກຄົວເຮືອນ ໃນ ສປປ ລາວ ປີ 2024 (LHSWMS), ພັດທະນາເຄື່ອງມື ແລະ ວິທີການໃນການການເກັບກໍາຂໍ້ມູນສະຖິຕິຂີ້ເຫຍື້ອ,ພະລັງງານ,ນໍ້າແລະການນໍາໃຊ້ວັດສະດຸ, ການສ້າງຄວາມອາດສາມາດໃນການປຸງແຕ່ງຂໍ້ມູນ, ວິໄຈ, ຄົ້ນຄວ້າ ແລະ ເຜີຍແຜ່ສະຖິຕິສັງຄົມ, ສະໜັບສະໜູນການປຸງແຕ່ງຂໍ້ມູນ, ການກວດແກ້ຂໍ້ມູນຂອງການສໍາຫຼວດການນໍາໃຊ້ ແລະ ໃຊ້ຈ່າຍພາຍໃນຄົວເຮືອນຄັ້ງທີ 7 (LECS7) ແລະ ການສ້າງຂີດຄວາມສາມາດພະນັກງານວິຊາການ ສຖຕ ດ້ານການວິເຄາະ-ວິໄຈ ແລະ ການລາຍງານຂໍ້ມູນ, ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນ: ສະໜັບສະໜູນການສ້າງຄວາມອາດສາມາດທັກສະພາວະຄວາມເປັນຜູ້ນໍາ, ການຄຸ້ມຄອງບໍລິຫານອົງກອນ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາລະບົບສະຖິຕິແຫ່ງຊາດ, ການຄຸ້ມຄອງຄຸນນະພາບຂອງສະຖິຕິ ແລະ ການສ້າງຕົວຊີ້ວັດແທກຜົນສຳເລັດ ໃນແຜນປະຈຳປີ 2025;ສະຖິຕິທະບຽນ ແລະ ການພະຍາກອນເສດຖະກິດ: ໄດ້ສະໜັບສະໜູນການພັດທະນາລາຍງານສະຖິຕິທະບຽນທຸລະກິດ(SBR) ແລະ ໄດ້ສ້າງຄວາມອາດສາມາດໃຫ້ກັບທີມງານພະຍາກອນເສດຖະກິດ ສຖຕ, ການຄຸ້ມຄອງບໍລິການໂຄງການ: ໄດ້ມີການຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ໂຄງການ, ມີການຕິດຕາມ ແລະ ລາຍງານຄວາມຄືບໜ້າໂຄງການຢ່າງເປັນປົກກະຕິຜ່ານຮູບແບບການດຳເນີນກອງປະຊຸມປະຈຳເດືອນ, ງວດ ແລະ ປະຈຳປີ ກໍຄືກອງປະຊຸມຄົບຄະນະຊີ້ນຳໂຄງການ.

ທ່ານກ່າວຕື່ມວ່າ:ປີ 2025 ແມ່ນປີສຸດທ້າຍຂອງໂຄງການຮ່ວມມືດ້ານສະຖິຕິ ລາວ-ລຸກຊໍາບວກ ໄລຍະ 2, ເຫັນໄດ້ຜົນສໍາເລັດຂອງໂຄງການຫຼາຍດ້ານ, ແຕ່ຄວາມຕ້ອງການຫຼາຍດ້ານທີ່ຈະຕ້ອງໄດ້ສືບຕໍ່ ເປັນຕົ້ນແມ່ນການສະໜອງຂໍ້ມູນທີ່ມີຄຸນນະພາບສູງ ແລະ ທັນເວລາ ເພື່ອສະໜອງຄວາມຕ້ອງການແກ່ຜູ້ຊົມໃຊ້ ເຂົ້າໃນການວາງແຜນວາງນະໂຍບາຍຕ່າງໆ ໂດຍສະເພາະແມ່ນການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ການສ້າງຍຸດທະສາດ 2026-2035 ແລະ ວິໄສທັດ 2040 ແລະ ອື່ນໆ.ສູນສະຖິຕິແຫ່ງຊາດຈະໄດ້ເປັນເຈົ້າການສືບຕໍ່ຮ່ວມມືກັບສາກົນໃນການສ້າງຄວາມອາດສາມາດໃຫ້ສະຖິຕິໂດຍຜ່ານຮູບແບການຝຶກອົບຮົມສຳມະນາ ແລະຊ່ວຍເຫຼືອໂຄງການຕ່າງໆ ຊຶ່ງປັດຈຸບັນສູນສະຖິຕິແຫ່ງຊາດໄດ້ຮັບການສະໜັບສະໜູນໂຄງການສ້າງຄວາມເຂັ້ມແຂງໃນຂົງເຂດສະຖິຕິສິ່ງແວດລ້ອມ ຈາກລັດຖະບານລຸກຊຳບວກ (LLPS2 2021-2026), ໂຄງການສະຖິຕິບົດບາດຍິງ-ຊາຍຈາກການຊ່ວຍເຫຼືອຂອງທະນາຄານພັດທະນາອາຊີ ADB ແລະ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງລະບົບສະຖິຕິແຫ່ງຊາດໄລຍະ 2 (LAOSTAT II) ປີ (2023-2028) ພາຍໃຕ້ເງິນກູ້ຈາກທະນາຄານໂລກ ເພື່ອຍົກລະດັບການພັດທະນາລະບົບສະຖິຕິແຫ່ງຊາດຂອງປະເທດເຮົາ.

(ຂ່າວ-ພາບ:ສຳນານ)