ໂດຍ: ຕະວິນຍານ
ໃນຊຸມປີຜ່ານມາຈົນເຖິງປັດຈຸບັນ, ສປປລາວໄດ້ຊຸກຍູ້ສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ ໄດ້ດີຂຶ້ນເປັນລໍາດັບ ໂດຍເພີ່ມບົດບາດຂອງແມ່ຍິງໃນວຽກງານນໍາພາ-ຄຸ້ມຄອງ ແລະ ການມີສ່ວນຮ່ວມຂອງແມ່ຍິງໃນການພັດທະນາເສດຖະກິດ-ສັງຄົມ,ພະນັກງານເພດຍິງມີໂອກາດເຂົ້າຮ່ວມເຄື່ອນໄຫວວຽກງານລວມຂອງພັກ-ລັດ ແລະ ສັງຄົມນັບມື້ເພີ່ມຂຶ້ນ ແລະ ຖືກມອບໝາຍໜ້າທີ່ຕໍາແໜ່ງຂັ້ນນໍາພາ-ຄຸ້ມຄອງໃນລະດັບຕ່າງໆ ມີຈໍານວນເພີ່ມຂຶ້ນ ຊຶ່ງສະແດງອອກ ໃນຕໍາແໜ່ງບໍລິຫານປະເພດ 1-8 ໃນປີ 2022 ທຽບໃສ່ປີ 2017 ເພີ່ມຂຶ້ນ ສະເລ່ຍ 5.25% ໃນວຽກງານການຕ່າງປະເທດແມ່ຍິງເປັນນັກການທູດຫຼາຍທ່ານ. ໃນນັ້ນ,ປີ 2018 ເປັນເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ 3 ທ່ານ, ປີ 2022 ມີ 5 ທ່ານ ເພີ່ມຂຶ້ນອີກ 2 ທ່ານ;
ສໍາລັບເຈົ້າເມືອງ ເຈົ້າຄອງນະຄອນຂັ້ນເມືອງ ມີເພດຍິງ 3 ທ່ານ ໃນຈໍານວນ 148 ທ່ານ, ນາຍບ້ານທີ່ເປັນເພດຍິງກວມເອົາ 0.03% ເທົ່ານັ້ນ; ເພດຍິງທີ່ມີຕໍາແໜ່ງເບື້ອງພັກຄື: ກໍາມະການສູນກາງພັກ 12 ສະຫາຍ ກວມເອົາ 16.9%, ກໍາມະການສູນກາງພັກສໍາຮອງ 2 ສະຫາຍ ກວມເອົາ 20%, ກໍາມະການກົມການເມືອງສູນກາງພັກ 2 ສະຫາຍ ກວມເອົາ 15.38%, ຄະນະເລຂາທິການສູນກາງພັກ 3 ສະຫາຍ ກວມເອົາ 27.27%, ຮອງເລຂາພັກແຂວງ-ນະຄອນຫຼວງ 4 ສະຫາຍ ກວມເອົາ 8.33%, ເລຂາພັກເມືອງ 5 ສະຫາຍ ກວມເອົາ 3.37%, ຄະນະພັກເມືອງ 116 ສະຫາຍ ກວມ 11.01%, ເລຂາພັກບ້ານ 269 ສະຫາຍ ກວມ 3.20%;
ເພດຍິງທີ່ມີຕໍາແໜ່ງເບື້ອງລັດ ມີລັດຖະມົນຕີ ແລະ ທຽບເທົ່າ (ທີ່ບໍ່ນອນໃນກໍາມະການສູນກາງພັກ) 3 ທ່ານ ກວມ 27.27%, ຮອງລັດຖະມົນຕີ ແລະ ທຽບເທົ່າ 24 ທ່ານ ກວມ 23.07%, ຜູ້ຊ່ວຍລັດຖະມົນຕີ 2 ທ່ານ ກວມເອົາ 33.33%, ຫົວໜ້າກົມ ແລະ ທຽບເທົ່າຂັ້ນກະຊວງ-ອົງການ 110 ທ່ານ ກວມເອົາ 18.90% ແມ່ຍິງທີ່ສະໝັກຜ່ານການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX (ສສຊ) ມີ 36 ທ່ານ ກວມເອົາ 21.95% ສະມາຊິກສະພາຂັ້ນແຂວງ (ສສຂ) 150 ທ່ານ ກວມເອົາ 30.48% ຕໍາແໜ່ງໃນສະພາ: ປະທານສະພາ 1 ທ່ານ, ຮອງປະທານສະພາ 1 ທ່ານ ກວມເອົາ 20%, ຮອງກໍາມາທິການ ແລະ ທຽບເທົ່າ 3 ທ່ານ ກວມເອົາ 15.8%; ສະພາຂັ້ນແຂວງມີ ປະທານສະພາປະຊາຊົນຂັ້ນແຂວງ 2 ທ່ານ ກວມເອົາ 11.11%, ຮອງປະທານສະພາປະຊາຊົນຂັ້ນແຂວງ12 ທ່ານ ກວມເອົາ 33.33%.
ນອກຈາກນັ້ນ,ແມ່ຍິງຍັງສັງກັດຢູ່ໃນຕໍາແໜ່ງບໍລິຫານການສຶກສາ,ແພດໝໍ,ລັດວິສະຫະກິດເປັນຈໍານວນຫຼວງຫຼາຍ.