![](nimg/114798316820250210_114635.jpg)
ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ເຈຍ ວັນເດກ ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ຂອງກຳປູເຈຍ ເປີດເຜີຍຈຳນວນຜູ້ໃຊ້ອິນເຕີເນັດທີ່ຈົດທະບຽນໃນປະເທດກຳປູເຈຍມີເຖິງ 18.98 ລ້ານຄົນ.
ທ່ານ ວັນເດກກ່າວໃນພິທີປິດກອງປະຊຸມຂອງກະຊວງດັ່ງກ່າວວ່າ: ມີຜູ້ສະໝັກໃຊ້ອິນເຕີເນັດເຄື່ອນທີ່ປະມານ 18,28 ລ້ານຄົນ, ສະໝັກໃຊ້ອິນເຕີເນັດບ້ານ 708,234 ຄົນ, ລວມທັງມີຜູ້ລົງທະບຽນໃຊ້ໂທລະສັບມືຖື 20,6 ລ້ານຄົນແລະຜູ້ໃຊ້ໂທລະສັບຕັ້ງໂຕະ 31,601 ຄົນ.
ຈໍານວນຜູ້ໃຊ້ອິນເຕີເນັດ ແລະໂທລະສັບໃນກໍາປູເຈຍ ແມ່ນສູງກວ່າປະຊາກອນທັງໝົດຂອງປະເທດ ຊຶ່ງຢູ່ທີ່ 17 ລ້ານຄົນ ເນື່ອງຈາກປະຊາຊົນບາງຄົນສະໝັກໃຊ້ອິນເຕີເນັດ ຫຼືໂທລະສັບຫຼາຍກວ່າໜຶ່ງບໍລິການ.
ທ່ານ ວັນເດກ ກ່າວວ່າ: ປັດຈຸບັນ ເຄືອຂ່າຍມືຖື 4G ກວມເອົາພື້ນທີ່ 82% ຂອງກຳປູເຈຍ ແລະເຂົ້າເຖິງ 93.2% ຂອງປະຊາກອນ, ທ່ານກ່າວຕື່ມວ່າ: ກະຊວງດັ່ງກ່າວ ໃຫ້ຄຳໝັ້ນສັນຍາຈະຂະຫຍາຍການບໍລິການໂທລະສັບໃຫ້ກວມທຸກຂົງເຂດທົ່ວປະເທດໃນປີ 2027
ນອກນີ້, ກຳປູເຈຍຍັງມີບໍລິສັດໂທລະສັບມືຖື 4 ແຫ່ງ, ບໍລິສັດໂທລະສັບບ້ານ 4 ແຫ່ງ ແລະ ໃຫ້ບໍລິການອິນເຕີເນັດ 39 ບໍລິສັດ.