ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ໂຕເລກຄາດຄະເນຈາກສູນຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ: ປັດຈຸບັນ ສະຫະລັດ ອາເມຣິກາ ມີຄົນເຈັບພະຍາດໄຂ້ຫວັດໃຫຍ່ໃນລະດູການນີ້ ຢ່າງໜ້ອຍ 24 ລ້ານຄົນ ຊຶ່ງເຂົ້າຮັກສາຕົວໃນໂຮງໝໍ 310,000 ຄົນ ແລະ ເສຍຊີວິດ 13,000 ຄົນ.
ບົດລາຍງານລະບຸວ່າ: ສະຖານະການການລະບາດຂອງພະຍາດໄຂ້ຫວັດໃຫຍ່ຕາມລະດູການຢູ່ ສະຫະລັດ ອາເມຣິກາ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທົ່ວປະເທດ.
ສູນດັ່ງກ່າວລະບຸຕື່ມວ່າ:ມີເດັກນ້ອຍເສຍຊີວິດຍ້ອນສາເຫດທີ່ກ່ຽວກັບພະຍາດໄຂ້ຫວັດໃຫຍ່ໃນວັນທີ 1 ກຸມພາ ຜ່ານມາ ຈຳນວນ10 ຄົນ, ເຮັດໃຫ້ຈໍານວນເດັກນ້ອຍເສຍຊີວິດທັງໝົດໃນໄລຍະການລະບາດເພີ່ມຂຶ້ນເປັນ 57 ຄົນ.
ນອກຈາກນີ້, ຍັງມີການລາຍງານຜູ້ຕິດເຊື້ອໄວຣັດໄຂ້ຫວັດໃຫຍ່ສາຍພັນA ຊະນິດ H1N2 ຈຳນວນ1 ຄົນ.ເຊື້ອໄວຣັດໄຂ້ຫວັດໃຫຍ່ແມ່ນໜຶ່ງໃນຫຼາຍເຊື້ອໄວຣັດທີ່ເຮັດໃຫ້ເກີດພະຍາດທາງເດີນຫາຍໃຈທາງສູນແນະນໍາໃຫ້ຜູ້ທີ່ມີອາຍຸ 6 ເດືອນຂຶ້ນໄປເຂົ້າສັກວັກຊິນໄຂ້ຫວັດໃຫຍ່ປະຈໍາປີ.