ຂ່າວຕ່າງປະເທດລາຍງານໃນວັນທີ 10 ກຸມພາ ນີ້ວ່າ: ຜູ້ນຳປະເທດຝຣັ່ງຈະປະກາດການລົງທຶນ109 ຕື້ເອີໂຣເພື່ອພັດທະນາໂຄງສ້າງພື້ນຖານ AI ຂອງປະເທດ ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່ນະຄອນຫຼວງ​ປາຣີ.
ຂ່າວລາຍງານວ່າ: ປະເທດຝຣັ່ງຈະປະກາດການລົງທຶນຂອງພາກເອກະຊົນ ມູນຄ່າທັງໝົດ 109 ຕື້ເອີໂຣເຂົ້າໃນຂະແໜງປັນຍາປະດິດຂອງປະເທດໃນຕະຫຼອດໄລຍະຫຼາຍປີຂ້າງໜ້າໃນລະຫວ່າງກອງປະຊຸມສຸດຍອດປາຣີ AI ຊຶ່ງຈັດຂຶ້ນໃນວັນທີ 10 ກຸມພານີ້.
ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງເປີດເຜີຍວ່າ: ບໍລິສັດເອກະຊົນທີ່ຈະເຂົ້າມາຮ່ວມການລົງທຶນລວມມີ Brookfield ຂອງການາດາ ຊຶ່ງຈະລົງທຶນ 20 ຕື້ເອີໂຣໃນໂຄງການ AI ຕ່າງໆ. ຂະນະ​ທີ່​ການ​ລົງທຶນ​ຈາກ​ສະຫະລັດ​ອາຣັບ​ເອມີ​ເຣດ (UAE)​ຈະ​ບັນລຸ 50 ຕື້​ເອີ​ໂຣ​ໃນ​ຫຼາຍ​ປີ​ຕໍ່ໜ້າ
ທຳນຽບປະທານາທິບໍດີຝຣັ່ງ ລະບຸວ່າ: ການລົງທຶນຈາກUAE ອາດ​ຈະ​ລວມ​ເຖິງ​ການ​ສ້າງ​ສູນ​ຂໍ້​ມູນ​ພະ​ລັງ​ງານ 1 ກິ​ກກາ​ວັດ, ໃນຂະນະທີ່ສື່ມວນຊົນຝຣັ່ງລາຍງານວ່າ: ການລົງທຶນຈຳນວນຫຼາຍຂອງ ບໍລິສັດ Brookfield ກໍຈະໄປລົງໃນການສ້າງສູນຂໍ້ມູນເຊັ່ນດຽວກັນ.
ທັງນີ້, ການບໍລິຫານຄຸ້ມຄອງປັນຍາປະດິດ ນັ້ນຈຳເປັນຕ້ອງໃຊ້ພະລັງງານມະຫາສານໃນການຂັບເຄື່ອນສູນຂໍ້ມູນ ຊຶ່ງເອີຣົບກໍາລັງປະເຊີນກັບບັນຫາພະລັງງານບໍ່ພຽງພໍກັບຄວາມຕ້ອງການໃນອະນາຄົດ.
ໃນເດືອນມັງກອນ ຜ່ານມາ, ທ່ານ ໂດນັລ ທຣໍາ ປະທານາທິບໍດີສະຫະລັດ ອາເມຣິກາ ໄດ້ປະກາດວ່າ ບໍລິສັດOpenAI ກັບ ທະນາຄານ SoftBank Group ແລະ ບໍລິສັດOracle ຈະລົງທຶນ ຈຳນວນ 500 ຕື້ໂດລາ. ເພື່ອພັດທະນາພື້ນຖານໂຄງລ່າງ AI ໃນສະຫະລັດ ອາເມຣິກາ ໃນໄລຍະ 4 ປີຂ້າງໜ້າເພື່ອໃຫ້ສະຫະລັດ ອາເມຣິກາ ນຳໜ້າຄູ່ແຂ່ງອື່ນໆ.