ກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 24 ກຸມພາ ນີ້ ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ.
ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 2 ວັນເຕັມ ຊຶ່ງຈະນໍາເອົາບັນຫາສໍາຄັນຂອງພັກ, ຂອງຊາດ ມາພິຈາລະນາ ແລະ ໃຫ້ທິດຊີ້ນໍາ ເປັນຕົ້ນ ການປັບປຸງລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປີ 2015; ການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ການສ້າງຕັ້ງຕາແສງ ເພື່ອນຳເຂົ້າຜ່ານ ແລະ ຮັບຮອງເອົາໃນກອງປະຊຸມສະໄໝ ວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະເປີດຂຶ້ນໃນກາງເດືອນມີນາ ທີ່ຈະມາເຖິງນີ້. ນອກຈາກນັ້ນ, ຍັງຈະໄດ້ເຜີຍແຜ່ຜົນສໍາເລັດ ຂອງວຽກງານພົວພັນຕ່າງປະເທດ ແລະ ທິດທາງການຮ່ວມມືກັບຕ່າງປະເທດ ໃນຕໍ່ໜ້າ ແລະ ການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕື່ມອີກ.
ໃນໂອກາດກ່າວເປີດກອງປະຊຸມ ສະໄໝວິສາມັນ ຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນເນັ້ນໜັກວ່າ: ການທີ່ສູນກາງພັກ ໄດ້ນໍາເອົາບັນຫາສໍາຄັນດັ່ງກ່າວ ມາຄົ້ນຄວ້າ, ອະພິປາຍ, ປຶກສາຫາລື ແລະ ຕົກລົງໃນກອງປະຊຸມສະໄໝວິສາມັນ ໃນຄັ້ງນີ້ ແມ່ນຄວາມຈໍາເປັນ ເພື່ອຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ກ່ຽວກັບການສືບຕໍ່ບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ຊຶ່ງເປັນການຈັດຕັ້ງປະຕິບັດໂດຍກົງ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຮົາ ກໍຄື ບັນດາມະຕິ ຂອງສູນກາງພັກ ໃນໄລຍະຜ່ານມາ ໃຫ້ເຂົ້າສູ່ລວງເລິກ ແລະ ໃຫ້ເປັນຮູບປະທໍາຕົວຈິງ, ກະກຽມເງື່ອນໄຂພື້ນຖານ ແລະ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃນຕົ້ນປີ 2026; ປຶກສາຫາລື, ຕົກລົງ ແລະ ຮັບຮອງ ເອົາທິດທາງ, ບັນຫາໃຫຍ່ໆ ຈໍານວນໜຶ່ງ ເພື່ອຮອງຮັບການຈັດຕັ້ງປະຕິບັດ ຢ່າງເປັນເອກະພາບກັນ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ; ປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນເພື່ອໃຫ້ ສອດຄ່ອງຕາມຫຼັກວິທະຍາສາດ ທັງເປັນການສືບຕໍ່ບູລະນະແນວທາງປ່ຽນແປງໃໝ່ ເຂົ້າສູ່ລວງເລິກ, ໃຫ້ມີຄວາມສອດ ຄ່ອງ ກັບສະພາບຈຸດພິເສດ ແລະ ລັກສະນະຂອງການປະຕິວັດ ຂອງພັກເຮົາ ໃນເງື່ອນໄຂໃໝ່.
(ຂ່າວ: ຫສພ, ພາບ: ສຸກສະຫວັນ)