ສະມາຄົມນັກຂ່າວແຫ່ງສປປລາວ ຮ່ວມກັບອົງການແຄຣນາໆຊາດປະຈຳສປປ ລາວ ໄດ້ຈັດກອງປະຊຸມເວທີເສວະນາໃນຫົວຂໍ້ ການລາຍງານຂ່າວບັນຫາສີຂຽວໃນຍຸກດີຈີຕອນຂຶ້ນໃນວັນທີ 25 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປລາວ, ທ່ານນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອຳນວຍການອົງການແຄຣ ນານາຊາດປະຈຳລາວ, ເປັນກຽດເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ, ວິທະຍາກອນຈາກ ສສ ຫວຽດນາມ, ຣາຊະອານາຈັກໄທ, ການນໍາຈາກອົງການສື່, ນັກຂ່າວໃນຂອບເຂດທົ່ວປະເທດເຂົ້າຮ່ວມທັງໃນຮູບແບບເຊິ່ງໜ້າ ແລະ ອອນລາຍ.
ທ່ານ ໂພສີ ແກ້ວມະນີວົງກ່າວວ່າ: “ນັກຮົບສື່ມວນຊົນມີບົດບາດສໍາຄັນຫຼາຍໃນການກະຈາຍຂໍ້ມູນຂ່າວສານສູ່ສັງຄົມຊຶ່ງມັນໄດ້ສະທ້ອນໃຫ້ເຫັນທັງໃນດ້ານບວກ ແລະ ດ້ານລົບຕໍ່ການດໍາລົງຊີວິດປະຈໍາວັນຂອງຄົນໃນຍຸກດີຈີຕອນທີ່ມີການແຂ່ງຂັນກັນພັດທະນາລະບົບສື່ສານ ແລະ ເຊື່ອມສານຂໍ້ມູນຂ່າວສານທັງຮາດແວ ແລະ ຊັອຟແວຢ່າງບໍ່ມີພົມແດນ ແລະ ຂອບເຂດຈໍາກັດ.ສະນັ້ນ, ນັກຂ່າວຈຶ່ງຕ້ອງໄດ້ມີການຮິ່ນຕອງຢ່າງຮອບຄອບ ແລະ ຢຶດໝັ້ນຈັນຍາບັນໃນວິຊາຊີບສື່ຂອງຕົນ.
ກອງປະຊຸມຄັ້ງນີ້ຈັດຂຶ້ນໃນຫົວຂໍ້: “ການລາຍງານຂ່າວບັນຫາສີຂຽວໃນຍຸກດີຈີຕອນ” ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນ ສປປ ລາວ ຈຸດປະສົງເພື່ອໃຫ້ນັກຂ່າວຈາກອົງການສື່ມວນຊົນລາວຮູ້ນໍາໃຊ້ລະບົບດີຈີຕອນ ໂດຍສະເພາະແມ່ນປັນຍາປະດິດຢ່າງຄ່ອງແຄ້ວມາຊ່ວຍໃນການຜະລິດ, ກວດແກ້ຂ່າວ, ດັດແປງຮູບພາບ, ຕັດຕໍ່ວິດີໂອໃສ່ (ໜັງສືພິມ, ໜ້າເວັບໄຊ, ໜ້າສື່ສັງຄົມອອນລາຍຕ່າງໆ) ໄດ້ຢ່າງວ່ອງໄວ ແລະ ທັນກັບສະພາບການ ເພື່ອເພີ່ມທັກສະໃຫ້ແກ່ນັກຮົບສື່ມວນຊົນລາວໃນການລາຍງານຂ່າວບັນຫາສີຂຽວ ແລະ ເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງຖືກຕ້ອງ. ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຮູ້8 ຫົວຂໍ້ຈາກຊ່ຽວຊານສະເພາະດ້ານເຊັ່ນ: ການຄຸ້ມຄອງຫ້ອງຂ່າວດີຈີຕອນຢູ່ຫວຽດນາມ, ການນຳໃຊ້ປັນຍາປະດິດຊ່ວຍຜະລິດຂ່າວຢູ່ໄທ, ລາຍເຊັນດີຈີຕອນ ແລະ ການນຳໃຊ້ສັນຍານອິນເຕີເນັດປະຕູດຽວ, ການນຳໃຊ້ພາສາລາວໃນລະບົບຂອງປັນຍາປະດິດ, ບັນຫາສິ່ງແວດລ້ອມ ແລະ ຜົນກະທົບຕໍ່ການດຳລົງຊີວິດຂອງມະນຸດ ແລະ ຊີວະນາໆພັນ, ການປັບໂຕເຂົ້າກັບສະພາບດິນຟ້າອາກາດ, ການປົກປັກຮັກສາຊີວະນາໆພັນ ແລະ ສິນເຊື່ອກາກບອນ, ຄວາມສຳຄັນຂອງການພັດທະນາສີຂຽວແບບຍືນຍົງ.
ຂ່າວ-ພາບ: ພູວັນ