ສູນວັດທະນະທຳຈີນ ປະຈຳລາວ ໄດ້ຈັດກິດຈະກໍາ ຊາສູ່ຄວາມປອງດອງ ພົບປະແລກປ່ຽນຕົ້ນລະດູບານໃໝ່ ແລະ ພິທີເປີດຫ້ອງຮຽນພາສາຈີນ ຊຸດຮຽນລະດູບານໃໝ່ ປະຈໍາປີ 2025 ຂຶ້ນໃນວັນທີ 24 ກຸມພາ ນີ້ ທີ່ສູນດັ່ງກ່າວ. ໂດຍມີ ທ່ານ ນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ນາງ ເບັນຈະມາດ ພົນຊຽງດີ ຮອງປະທານສະມາຄົມການທ່ອງທ່ຽວລາວ, ທ່ານສຸນເປີນສູ້ຫົວໜ້າພະແນກພັດທະນາອຸດສະຫະກໍາຊານະຄອນຫວູໂຈວແຂວງກວາງຊີສປຈີນພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ພາຍໃນງານ, ນັກສິລະປະຊົງຊາ ຈາກນະຄອນຫວູໂຈວ ໄດ້ສະແດງການຊົງຊາ ດ້ວຍການເຄື່ອນໄຫວທີ່ສໍານິຊໍານານ ຊຶ່ງບັນຍາກາດເຕັມໄປດ້ວຍກິ່ນຫອມຂອງຊາ ຊຶ່ງຊາຫຼິ້ວປາວ ມີລັກສະນະພິເສດຄື: ສີແດງ, ເຂັ້ມຂຸ້ນ, ເກັບໄວ້ດົນ, ນຸ້ມນວນ ແລະ ມີກິ່ນຫອມ ໂດຍມີຊື່ສຽງມາແຕ່ສະໄໝລາສະວົງຊິ່ງ, ຊາຫຼິ້ວປາວ ໄດ້ຮັບເລືອກເປັນ 1 ໃນຊາ 24 ຊະນິດທີ່ມີຊື່ສຽງໃນປະເທດຈີນ ຊຶ່ງມີກໍາມະວິທີການຜະລິດຊາ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກວັດທະນະທໍານາມມະທໍາຂອງໂລກ.
ໃນໂອກາດນີ້, ທ່ານ ສຸນເປີນສູ້ ໄດ້ໃຫ້ຮູ້ວ່າ: ຕົ້ນກໍາເນີດຊາຫຼິ້ວປາວ ການພັດທະນາ, ລົດຊາດອັນເປັນເອກະລັກ ແລະ ສັບພະຄຸນຂອງຊາຫຼິ້ວປາວ ສໍາລັບນັກສິລະປະຊົງຊາ ຈາກນະຄອນຫວູໂຈວ ໃສ່ຊຸດເສື້ອຜ້າທີ່ງົດງາມ ໂດຍມີດົນຕີພື້ນເມືອງບັນເລງປະກອບ, ໄດ້ກຽມນໍ້າອຸ່ນ ອຸປະກອນ, ກຽມໃບຊາ, ແຊ່ໃບຊາ, ຊົງຊາ ແລະ ການເສີບຊາ, ດ້ວຍການເຄື່ອນໄຫວທີ່ສໍານິຊໍານານ ແລະ ສະຫງ່າງາມ. ຊາເປັນສື່ກາງໃນການແບ່ງປັນມິດຕະພາບອັນຍາວນານ ລະຫວ່າງລາວ-ຈີນ. ສອງປະເທດເຊື່ອມໂຍງກັນດ້ວຍພູເຂົາ ແລະ ແມ່ນໍ້າ, ມີວັດທະນະທໍາຄ້າຍຄືກັນ, ມິດຕະພາບລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ເປັນດັ່ງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ໄຫຼໄປໂດຍບໍ່ມີທີ່ສິ້ນສຸດ, ຊາກາຍເປັນສາຍເຊື່ອມໂຍງທີ່ສໍາຄັນ ໃຫ້ກັບສອງຊາດໂດຍຕະຫຼອດມາ.
​ໂດຍມີປະຫວັດການປູກມາຫຼາຍກວ່າ 1,500 ປີ. ໃນປີ 2022, ເຕັກນິກການເຮັດຊາຫຼິ້ວປາວ ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ຕົວແທນຂອງມໍລະດົກວັັັດທະນະທໍານາມມະທໍາຂອງມວນມະນຸດຂອງອົງການ UNESCO ໃນຖານະໂຄງການຍ່ອຍຂອງເຕັກນິກການເຮັດຊາແບບດັ່ງເດີມແລະຮີດຄອງປະເພນີທີ່ກ່ຽວຂ້ອງຂອງຈີນຊຶ່ງກິດຈະກໍາຊາສູ່ຄວາມປອງດອງພົບປະແລກປ່ຽນຕົ້ນລະດູບານໃໝ່ຄັ້ງນີ້ ໄດ້ນໍາເອົາຊາຫຼິ້ວປາວເປັນຕົວແທນໃນການສົ່ງເສີມໃຫ້ວັດທະນະທໍາຊາຈີນຢ່າງຕັ້ງໜ້າ, ຖ່າຍທອດວິຖີຊີວິດແລະ ​ແນວ​ຄວາມ​ຄິດ​ທີ່​ສວຍ​ງາມ​ຂອງ​ຈີນ​.
ຂ່າວສູນວັດທະນະທໍາຈີນ ປະຈໍາ ລາວ