ສະມາຄົມແພດພາຍໃນລາວ ຮ່ວມກັບສະມາຄົມອາຍຸຣະແພດແຫ່ງປະເທດໄທ ພາຍໃຕ້ການຊີ້ນຳຂອງກະຊວງສາທາລະນະສຸກ ແຫ່ງ ສປປ ລາວໄດ້ຈັດກອງປະຊຸມທົບທວນວິຊາການອາຍຸຣະສາດຮ່ວມມືລາວ-ໄທ ຄັ້ງທີ 7 ແລະກອງປະຊຸມທົບທວນວິຊາການອາຍຸຣະສາດລາວ ຄັ້ງທີ 20ພາຍໃຕ້ຫົວຂໍ້ “ຍຸກໃໝ່ແຫ່ງການບົ່ງມະຕິ ແລະ ປິ່ນປົວ ຕາມຫຼັກການປະຕິບັດທາງການແພດໃນປັດຈຸບັນ ຂຶ້ນໃນວັນທີ 25-26 ກຸມພານີ້ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະສະສຸກ, ທ່ານ ວາລີ ແກ້ວຫຼວງໂຄດ ປະທານສະມາຄົມແພດພາຍໃນລາວ (LIMA), ທ່ານ ວິໄນ ວັນນານຸກຸນ ວ່າທີປະທານຣາຊະວິທະຍາໄລອາຍຸຣະແພດ ແຫ່ງປະເທດໄທ (RCPT) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພວັນ ແກ້ວປະເສີດ ກ່າວວ່າ: ປັດຈຸບັນ, ວຽກງານທາງດ້ານການແພດແມ່ນໄດ້ມີການຄົ້ນຄວ້າ ແລະ ພັດທະນາວິທະຍາສາດຂອງວິທີການໃນການບົ່ງມະຕິພະຍາດ ແລະ ການປິ່ນປົວດ້ວຍວິທີການຕ່າງໆຢ່າງບໍ່ຢຸດຢັ້ງ ຊຶ່ງວິທະຍາສາດທາງດ້ານການແພດ ແມ່ນມີຄວາມສຳຄັນ ແລະ ເປັນປະໂຫຍດຢ່າງຍິ່ງຕໍ່ກັບວຽກງານສາທາລະນະສຸກ, ເປັນວຽກງານໜຶ່ງໃນການສົ່ງເສີມໃຫ້ພະນັກງານໃນຂົງເຂດສາທາລະນະສຸກ ສາມາດນໍາຜົນການຄົ້ນຄວ້າວິທະຍາສາດມາປະຍຸກໃຊ້ໃນການປະຕິບັດຕົວຈິງທາງຄຣີນິກ. ນອກນັ້ນ, ຍັງສາມາດເຮັດການຄົ້ນຄວ້າໄດ້ດ້ວຍຕົນເອງ ແລະ ສາມາດເຜີຍແຜ່ຜົນການຄົ້ນຄ້ວາທີ່ເປັນປະໂຫຍດ ແລະ ຖືກຕາມຫຼັກຈັນຍາທຳແພດ ລວມທັງມີການສົ່ງເສີມສຸຂະພາບ, ປ້ອງກັນພະຍາດ ແລະພັດທະນາການຮຽນ-ການສອນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລະກອນ ໃຫ້ທັນກັບສະພາບການປ່ຽນແປງ ແລະ ການພັດທະນາທາງດ້ານເຕັກໂນໂລຊີ ກໍຄືວິທີການປິ່ນປົວຄົນເຈັບໃນລະດັບສາກົນ ເພື່ອຊຸກຍູ້ ແລະ ສົ່ງເສີມຂີດຄວາມສາມາດຂອງບັນດາທ່ານໝໍໃນການເບິ່ງແຍງ ແລະ ບໍລິການປະຊາຊົນໃນສັງຄົມ ພ້ອມທັງສາມາດນໍາແນວທາງໃນການປະຕິບັດດ້ານຄຣີນິກໃນຊີວິດປະຈໍາວັນໄປສູ່ການຄົ້ນຄວ້າ ແລະ ພັດທະນາແນວທາງໃນການເບິ່ງແຍງຄົນເຈັບກໍຄືການສຶກສາດ້ານການແພດທາງອາຍຸຣະສາດ, ຍົກລະດັບຄວາມຮູ້ໃໝ່ໆ ທາງດ້ານການແພດອາຍຸຣະສາດ ໃຫ້ແກ່ພະນັກງານແພດໝໍ ແລະ ບຸກຄະລາກອນທາງດ້ານສາທາລະນະສຸກຕ່າງໆ, ຍັງລວມໄປເຖິງນັກສຶກສາ ແລະ ຜູ້ອື່ນໆ ທີ່ມີຄວາມສົນໃຈ ໃນວຽກງານການແພດດ້ານອາຍຸຣະສາດ. ນອກຈາກນີ້, ຍັງເປັນການພັດທະນາຊຸກຍູ້ ແລະ ສົ່ງເສີມໃຫ້ການຄົ້ນຄວ້າ, ການຮຽນ-ການສອນ ການປິ່ນປົວ ແລະ ປ້ອງກັນພະຍາດທາງດ້ານອາຍຸຣະສາດ ໃຫ້ແທດເໝາະກັບຍຸກສະໄໝປັດຈຸບັນ ແລະ ສອດຄ່ອງກັບຫຼັກການປະຕິບັດຂອງພາກພື້ນ ແລະ ສາກົນ. ບົດທີ່ນໍາມາສະເໜີໃນຄັ້ງນີ້, ປະກອບມີ 21 ບົດນໍາສະເໜີທາງດ້ານວິຊາການຈາກ 9 ໜ່ວຍວິຊາພາຍໃນສາຂາອາຍຸຣະສາດ.
(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ)