ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີຕ້ອນຮັບທ່ານ ເສີນ ກ່າງ ເລຂາພັກເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປຈີນ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມຊີ້ນໍາວຽກງານຢູ່ສະຖາບັນຂົງຈື ມຊ ໃນວັນທີ 23 ກຸມພາຜ່ານມາ ໃຫ້ກຽດຕ້ອນຮັບໂດຍທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ, ໂດຍມີທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ມີທ່ານນາງ ເຫວີຍຊື້ເຈີນ ອະທິການບໍດີມະຫາວິທະຍາໄລຊົນເຜົ່າກວາງຊີປະທານສະພາການຄ້າກວາງຊີ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງລາວ-ຈີນເຂົ້າຮ່ວມ.
ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວໄດ້ກ່າວສະແດງຄວາມຂອບໃຈຕໍ່ສະພາການຄ້າກວາງຊີ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ມອບທຶນການສຶກສາໃຫ້ນັກສຶກສາສະຖາບັນຂົງຈືທຸກໆປີ ຫວັງວ່າໃນອະນາຄົດຕໍ່ໜ້າສະພາການຄ້າກວາງຊີຈະສືບຕໍ່ໃຫ້ການສະໜັບສະໜູນເລື້ອຍໆໄປ.
ໃນພິທີໄດ້ມີການເປີດປ້າຍຖານຄົ້ນຄວ້າ ແລະ ຖານຝຶກອົບຮົມພາສາຈີນ (ການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປຈີນ ຊຶ່ງຖານດັ່ງກ່າວຈະເປັນພື້ນຖານໃນການສ້າງເງື່ອນໄຂໃນການສະເໜີໂຄງການຮ່ວມມື,ການແລກປ່ຽນ ແລະຄົ້ນຄວ້າຮ່ວມກັນລະຫວ່າງ 2 ມະຫາວິທະຍາໄລ. ນອກຈາກນັ້ນ, ຍັງມີພິທີເຊັນມອບ-ຮັບທຶນການສຶກສາຈາກສະພາການຄ້າກວາງຊີມູນຄ່າ384 ລ້ານກີບ ຊຶ່ງໄລຍະເວລາໃນການໃຫ້ທຶນແມ່ນກຳນົດ 3 ປີ. ໃນພິທີດັ່ງກ່າວທ່ານ ເສີນກ່າງ ໄດ້ພົບປະໂອ້ລົມພະນັກງານຄູ-ອາຈານ ແລະ ນັກສຶກສາທັງສອງຝ່າຍລາວ-ຈີນ ພ້ອມທັງໄດ້ເນັ້ນໜັກວ່າຈະໃຫ້ການສະໜັບສະໜູນສຸດຂີດຕໍ່ການຮ່ວມມືຂອງສອງມະຫາວິທະຍາໄລ ແລະສະຖາບັນຂົງຈື ໃນຂົງເຂດການສ້າງບຸກຄະລາກອນການແລກປ່ຽນວັດທະນະທໍາສອງຊາດລາວ-ຈີນ.ນອກຈາກນີ້, ທ່ານຍັງເນັ້ນໜັກການພັດທະນາດ້ານ AI ແລະ ພາສາຈີນບວກເຕັກນິກວິຊາຊີບ.
ຂ່າວ-ພາບ: ພູວັນ