
ກອງປະຊຸມສະຫຼຸບວຽກງານຫ້ອງວ່າການແລະ ວຽກງານກໍ່ສ້າງຮາກຖານການເມືອງທົ່ວແຂວງບໍ່ແກ້ວ ປະຈໍາປີ 2024 ແລະ ທິດທາງແຜນການ 2025 ຂຶ້ນໃນວັນທີ 25 ກຸມພານີ້ ທີ່ຫ້ອງວ່າການແຂວງ, ມີບັນດາ ທ່ານເຈົ້າເມືອງ, ຫົວໜ້າຫ້ອງວ່າການເມືອງ,ຕ່າງໜ້າພະແນກການ-ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ທ່ານ ຫົງແກ້ວ ວິໄນວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້, ໄດ້ສະຫຼຸບຄືນ ວຽກງານຫ້ອງວ່າການແຂວງ ແລະ ວຽກງານກໍ່ສ້າງຮາກຖານການເມືອງທົ່ວແຂວງ ປະຈໍາປີ 2024, ຊຶ່ງເປັນໂອກາດທີ່ດີໃຫ້ແກ່ແຕ່ລະພາກສ່ວນທີ່ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນໍາ ຢູ່ແຕ່ລະກົມກອງຂອງຕົນ.
ທ່ານ ຄໍາຫຼ້າ ຈັນທະວົງ ຮອງຫົວໜ້າ ຫ້ອງວ່າການແຂວງໄດ້ຜ່ານຮ່າງບົດສະຫຼຸບວຽກງານຮອບດ້ານຂອງຫ້ອງວ່າການ ປະຈຳປີ 2024 ຊຶ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ ໃນການການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານເປັນຕົ້ນ: ດ້ານການເມືອງ-ແນວຄິດ,ວຽກງານຄົ້ນຄວ້າ-ສັງລວມ,ວຽກງານຄຸ້ມຄອງບໍລິຫານ, ພິທີການ ແລະ ການເງິນ,ວຽກງານຈັດຕັ້ງ-ກວດກາ,ວຽກງານກໍ່ສ້າງຮາກຖານການເມືອງແລະຜ່ານທິດທາງແຜນການ ວຽກງານຈຸດສຸມແຕ່ລະດ້ານ ປີ 2025.
ທ່ານ ສີວິໄລ ສີແສນດີ ຮອງຫົວໜ້າ ຫ້ອງວ່າການແຂວງ ໄດ້ສະຫຼຸບວຽກກໍ່ສ້າງຮາກຖານການເມືອງ-ວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຂອງແຂວງ ປີ 2024,ເພື່ອຕີລາການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ,ດ້ານການປັບປຸງລະບົບການເມືອງ.ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ດ້ານວຽກງານເສດຖະກິດ, ວຽກງານວັດທະນະທໍາ-ສັງຄົມ. ວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ, ການຈັດສັນພູມລຳເນົາ ແລະ ອາຊີບ,ຜົນງານການເຄື່ອນໄຫວໃນການຊີ້ນໍາໆພາຜ່ານມາແລະບັນດາດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ ວາງທິດທາງແຜນການ 2025, ຄາດໝາຍສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ບັນລຸຜົນສໍາເລັດ.
ກອງປະຊຸມ ບັນດາຜູ້ເຂົ້າຮ່ວມຕ່າງໜ້າແຕ່ລະພາກສ່ວນ ໄດ້ມີຄໍາເຫັນຕາມຄໍາຖາມເຈາະຈີ້ມຂອງປະທານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ໃນການປະສານງານ ວຽກງານຫ້ອງວ່າການແຂວງ.ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ,ບັນຫາຄວາມຫຍຸ້ງຍາກວິທີຈະສືບຕໍ່ແກ້ໄຂໃນສະເພາະໜ້າ ແລະ ຂໍສະເໜີຕ່າງໆ ຕໍ່ພາກສ່ວນກ່ຽວຂ້ອງ ໃນການລົງໃກ້ສິດ ຕິດແທດກັບຮາກຖານ,ດ້ານງົບປະມານ ແລະ ດ້ານວຽກງານອື່ນໆ
(ຂ່າວ: ເງິນຫຼົງ ຈິດພູວົງ)