
ໂດຍ:ວັນໄຊ ຕະວິນຍານ
ບ້ານກະດັນ ເມືອງມຸນລະປາໂມກ ແຂວງຈຳປາສັກ,ປະຊາຊົນມີອາຊີບເຮັດນາເປັນຕົ້ນຕໍ ແລະ ລ້ຽງງົວເປັນສໍາຮອງ.ໃນເມື່ອກ່ອນການລ້ຽງງົວຂອງແຕ່ລະຄອບຄົວແມ່ນລ້ຽງແບບປະຖົມປະຖານ ປ່ອຍຫາກິນຕາມທໍາມະຊາດ, ອາຫານບໍ່ພຽງພໍ,ນໍ້າໜັກບໍ່ໄດ້ມາດຕະຖານ,ບໍ່ມີການປ້ອງກັນພະຍາດທີ່ຮັບປະກັນ,ຍິ່ງໄປກວ່ານັ້ນ ຝູງງົວຍັງໄປກິນຜົນລະປູກຂອງປະຊາຊົນເປັນຈໍານວນບໍ່ໜ້ອຍ.
ທ້າວ ກິເປດ ໄຊໂກສີຫົວໜ້າກຸ່ມລ້ຽງງົວເປັນສິນຄ້າ ບ້ານກະດັນ ເມືອງມຸນລະປາໂມກ ແຂວງຈຳປາສັກ ກ່າວວ່າ:ໂດຍອີງໃສ່ທີ່ຕັ້ງ ແລະ ສະພາບຈຸດພິເສດຂອງທ້ອງຖິ່ນ ເຫັນວ່າບ້ານກະດັນ ເໝາະສົມຕໍ່ການລ້ຽງສັດ ບວກກັບຄວາມດຸໝັ່ນພາກພຽນຂອງປະຊາຊົນ, ພະແນກກະສິກໍາ-ປ່າໄມ້ ຂອງເມືອງ ຈຶ່ງໄດ້ລົງມາປຶກສາຫາລື ຮ່ວມກັບອົງການປົກຄອງບ້ານ ສ້າງຕັ້ງກຸ່ມລ້ຽງງົວເປັນສິນຄ້າຂຶ້ນ ໂດຍເບື້ອງຕົ້ນ ມີສະມາຊິກ 15 ຄອບຄົວ, ມີ 94 ຄົນຍິງ 46 ຄົນ, ໃນນັ້ນ,ມີແຮງງານຕົ້ນຕໍ ມີ 58 ຄົນຍິງ 31 ຄົນ, ມີງົວທັງໝົດ 750 ໂຕ, ໃນນັ້ນ,ພໍ່ພັນ 25 ໂຕ,ແມ່ພັນ 341 ໂຕ, ງົວອາຍຸ 2-3 ປີ ມີ 230 ໂຕ,ງົວນ້ອຍ 154 ໂຕ.ອໍານາດການປົກຄອງເມືອງໄດ້ອະນຸຍາດເນື້ອທີ່ດິນສໍາລັບການລ້ຽງງົວ 100 ເຮັກຕາ ແລະ ເນື້ອທີ່ທົ່ງຫຍ້າທຳມະຊາດຂອງບ້ານອີກຈໍານວນໜຶ່ງ ຈຶ່ງເຮັດໃຫ້ການຂະຫຍາຍຕົວຂອງຝູງສັດ ພາຍໃນກຸ່ມເພີ່ມຂຶ້ນ.
ມາຮອດປີ 2024 ຈໍານວນງົວຈາກ 750 ໂຕ ໄດ້ເພີ່ມຂຶ້ນເປັນ 1,004 ໂຕ, ພໍ່ພັນ 29 ໂຕ, ແມ່ພັນ 409 ໂຕ,ງົວອາຍຸ 2-3 ປີ ມີ 312 ໂຕ,ງົວນ້ອຍ 254 ໂຕ.
ເມື່ອການລ້ຽງງົວຂະຫຍາຍຕົວດີຂຶ້ນ,ອໍານາດການປົກຄອງເມືອງ ແລະ ແຂວງ ຍິ່ງເຫັນຄວາມສໍາຄັນ ແລະ ເອົາໃຈໃສ່ ໂດຍໄດ້ນໍາເອົາການຊ່ວຍເຫຼືອຈາກ ສສ ຫວຽດນາມ (ແຂວງກວາງຫງາຍ) ເຂົ້າມາຊ່ວຍ ເຄື່ອງບົດຫຍ້າ 1 ເຄື່ອງ, ພໍ່ພັນງົວ 1 ໂຕ (ສາມາດໃຫ້ຜົນຜະລິດລູກໄດ້ 10 ໂຕ),ຊ່ວຍຝຶກອົບຮົມຍົກລະດັບດ້ານການຮັກສາສຸຂະພາບສັດ,ການຄັດເລືອກພໍ່-ແມ່ພັນ,ການນໍາໃຊ້ຢາວັກຊິນ,ການປິ່ນປົວ,ການເຮັດກ້ອນແຮ່ທາດ,ເຟືອງໝັກ ແລະ ອື່ນໆອີກ.
ຜ່ານການລ້ຽງງົວແບບເປັນກຸ່ມ ເຮັດໃຫ້ແຕ່ລະຄອບຄົວ ມີຄວາມສະດວກຍິ່ງຂຶ້ນ,ມີການຄຸ້ມຄອງທີ່ດີ,ມີຕະຫຼາດຈໍາໜ່າຍ,ມີທຶນຮອນຈໍານວນໜຶ່ງເພື່ອຂະຫຍາຍການຜະລິດ, ມີລາຍໄດ້ເພີ່ມຂຶ້ນ ເຮັດໃຫ້ຊີວິດຂອງຄອບຄົວດີຂຶ້ນເປັນລໍາດັບ, ສະມາຊິກຂອງກຸ່ມຈຳນວນໜຶ່ງມີລາຍໄດ້ເພີ່ມຂຶ້ນ ສາມາດປຸກເຮືອນຢູ່ຖາວອນ, ມີດິນປຸກສ້າງ, ດິນທໍາການຜະລິດ, ພ້ອມທັງພາຫະນະຮັບໃຊ້, ມີທຶນການສຶກສາໃຫ້ລູກຮຽນອີກຈໍານວນໜຶ່ງ.
ທ້າວ ກິເປດ ໄຊໂກສີ ກ່າວຕື່ມວ່າ:ເຖິງວ່າຈະມີຜົນສໍາເລັດໃນລະດັບໜຶ່ງແຕ່ກຸ່ມລ້ຽງງົວ ຂອງພວກຂ້າພະເຈົ້າຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງເປັນຕົ້ນແມ່ນສະຖານທີ່ລ້ຽງຍັງຈຳກັດ, ການປ່ອຍງົວຕາມທົ່ງຫຍ້າທຳມະຊາດເຮັດໃຫ້ເກີດຄວາມສ່ຽງຕໍ່ການລະບາດຂອງພະຍາດ, ການຈັດການລະບົບນ້ຳໃນການປູກຫຍ້າ ແລະ ການເກັບສະສົມເຟືອງເປັນອາຫານໃນລະດູແລ້ງຍັງບໍ່ທັນພຽງພໍ, ການປ້ອງກັນພະຍາດລະບາດ, ເຮັບ, ເຫົາ ຍັງບໍ່ທັນໄດ້ດີ.
ເພື່ອສ້າງຄວາມຍືນຍົງໃຫ້ກັບກຸ່ມລ້ຽງງົວ ພວກເຮົາຈະຕັດສິນໃຈ ເພີ່ມຄວາມເຂັ້ມງວດທາງດ້ານເຕັກນິກວິຊາການ,ຊຸກຍູ້ສະມາຊິກພາຍໃນກຸ່ມສັກຢາວັກຊິນໃຫ້ສັດລ້ຽງຂອງຕົນໃຫ້ຄົບຕາມລະດູການ, ເກັບເຟືອງໄວ້ໃນໄລຍະລະດູແລ້ງໃຫ້ພຽງພໍ, ສ້າງບໍ່ນໍ້າທີ່ສະອາດ, ສ້າງໂຮງເຮືອນທີ່ຖາວອນໃຫ້ສັດ.
ໃນ 5 ປີ ຕໍ່ໜ້າຈະສູ້ຊົນ ຂະຫຍາຍສະມາຊິກຂອງກຸ່ມໃຫ້ເພີ່ມຂຶ້ນເປັນ 25 ຄອບຄົວ,ເພີ່ມຈໍານວນງົວໃຫ້ໄດ້ 2.500 ໂຕ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວນັບມື້ນັບສູງຂຶ້ນ.