
ໂດຍ: ບຸນອູ້ມ
ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນໄດ້ມີຄຳເຫັນໃນກອງປະຊຸມໂຄສະນາເຜີຍແຜ່ ແລະແລກປ່ຽນດ້ານການສຶກສາລະຫວ່າງ ລາວ-ຈີນ ຊຶ່ງຈັດຂຶ້ນທີ່ນະຄອນ-ຫຼວງພະບາງ ເມືອງມໍລະດົກໂລກວ່າ: ປັດຈຸບັນ,ສາມາດເວົ້າໄດ້ວ່າສາຍພົວພັນສອງປະເທດໄດ້ກ້າວເຂົ້າສູ່ໄລຍະທີ່ດີທີ່ສຸດ ໃນປະຫວັດສາດ. ລາວ-ຈີນ ໄດ້ກາຍເປັນສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມຈິດໃຈ “4 ດີ” (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ); ສອງເລຂາທິການໃຫຍ່ໄດ້ຮ່ວມກັນລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ;ໃນປີ 2023 ທີ່ຜ່ານມາ ໄດ້ສືບຕໍ່ຮ່ວມລົງນາມແຜນແມ່ບົດດັ່ງກ່າວເປັນສະບັບທີ 2ຊຶ່ງໄດ້ກາຍເປັນຂີດໝາຍສຳຄັນທີ່ມີຄວາມໝາຍທາງປະຫວັດສາດແຫ່ງສາຍພົວພັນສອງຊາດ, ທັງເປັນບ່ອນອີງພື້ນຖານໃຫ້ແກ່ການຜັນຂະຫຍາຍການພົວພັນ ຮ່ວມມືລະຫວ່າງສອງປະເທດໃຫ້ເກີດດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.ບົນພື້ນຖານການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ, ເຫັນໄດ້ວ່າການພົວພັນຮ່ວມມືສອງປະເທດແມ່ນໄດ້ຮັບການພັດທະນາຢ່າງຮອບດ້ານ, ທັງໃນດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ-ການຄ້າ, ວັດທະນະທໍາ-ສັງຄົມ ແລະດ້ານສິ່ງແວດລ້ອມ. ການຮ່ວມມືເຫຼົ່ານັ້ນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.
ສະເພາະໃນດ້ານການສຶກສາ, ສປ ຈີນ ແລະ ສປປ ລາວ ກໍໄດ້ມີການຮ່ວມມືກັນນັບມື້ນັບແໜ້ນແຟ້ນ ແລະ ໄດ້ຮັບໝາກຜົນຕົວຈິງຫຼາຍດ້ານ, ເປັນຕົ້ນ: ແຕ່ລະປີ ໄດ້ມີພະນັກງານ-ນັກສຶກສາ ຈຳນວນຫຼາຍຈາກ ສປປ ລາວ ເດີນທາງໄປສຶກສາຍົກລະດັບດ້ານຕ່າງໆ ທີ່ ສປ ຈີນ, ສ່ວນ ຈີນກໍໄດ້ສົ່ງນັກສຶກສາມາແລກປ່ຽນກັບຝ່າຍລາວນັບມື້ນັບຫຼາຍຂຶ້ນ. ອັນທີ່ເປັນໜ້າດີໃຈແມ່ນ, ບັນດານັກສຶກສາທີ່ຈົບມາ ສ່ວນຫຼາຍແມ່ນມີຄຸນນະພາບ, ສາມາດນໍາເອົາຄວາມຮູ້, ວິທະຍາສາດເຕັກໂນໂລຊີ ທີ່ຮຽນກັບມາເພື່ອພັດທະນາສ້າງສາງປະເທດຊາດໄດ້ເປັນຢ່າງດີ. ນອກຈາກນັ້ນ. ແຕ່ລະປີ ສປ ຈີນ ຍັງໄດ້ຈັດສໍາມະນາ, ຝຶກອົບຮົມຫົວຂໍ້ຕ່າງໆ ໃຫ້ແກ່ຝ່າຍລາວ ຊຶ່ງປີນີ້ ສະເພາະພາກລັດ ກໍມີຈໍານວນຫຼາຍເຖິງ 2,000 ກວ່າເທື່ອຄົນ; ອີກຢ່າງ ສປ ຈີນ ຍັງໃຫ້ຄວາມສໍາຄັນໃນການຊ່ວຍເຫຼືອດ້ານພື້ນຖານໂຄງລ່າງ ແລະ ລະບົບການສຶກສາແກ່ລາວເຊັ່ນ:ໄດ້ຊ່ວຍສ້າງສະຖາບັນເຕັກນິກທາງລົດໄຟ ແລະ ໄດ້ສືບຕໍ່ຮ່ວມມືດ້ານເຕັກນິກ ກັບ ວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ; ນອກນັ້ນ. ຍັງມີການຊ່ວຍສ້າງໂຮງຮຽນ ມສ ເພຍວັດ, ມສ ໄຊທານີ, ສະເພາະຢູ່ຫຼວງພະບາງ, ສປ ຈີນ ກໍາລັງຈະຊ່ວຍປັບປຸງ ມສ ສັນຕິພາບ ແລະ ຍັງອີກຫຼາຍໆແຫ່ງ; ນອກຈາກນັ້ນ ກໍມີການຮ່ວມມືກັນສ້າງສະຖາບັນການສຶກສາເຊັ່ນ: ສະຖາບັນຂົງຈື້ ຢູ່ ມຊ, ສະຖາບັນຂົງຈື້ຢູ່ ມສ ສຸພານຸວົງ ຊຶ່ງໄດ້ກາຍເປັນບ່ອນຮຽນຮູ້ພາສາ ແລະ ວັດທະນະທໍາຈີນ ທີ່ໄດ້ຮັບຄວາມນິຍົມຫຼາຍໃນ ສປປ ລາວ.
ທ່ານ ໄຊຊະນະ ສິດທິພອນ ໄດ້ກ່າວອີກວ່າ: ສະເພາະແຂວງຢຸນນານເປັນແຂວງດຽວ ທີ່ມີຊາຍແດນເຊື່ອມຈອດກັບ ສປປ ລາວ, ໃນໄລຍະທີ່ຜ່ານມາແຂວງຢຸນນານໄດ້ຮັບເອົາຄົນລາວໄປສຶກສາຮ່ຳຮຽນເປັນຈຳນວນຫຼາຍຊຶ່ງອາດຈະຫຼາຍກວ່າໝູ່ໃນປະເທດຈີນກໍວ່າໄດ້. ບັນດາບຸກຄະລາກອນທີ່ເຄີຍຮໍ່າຮຽນສຶກສາຢູ່ ສປ ຈີນ, ກໍຄືແຂວງຢຸນນານ ແລະ ຈົບມານັ້ນ ຕ່າງກໍກາຍເປັນນັກວິຊາການ, ຜູ້ບໍລິຫານ, ການນຳຂັ້ນທ້ອງຖິ່ນຈົນກ້າວໄປເຖິງຂັ້ນສູນກາງ, ຕະຫຼອດຮອດຜູ້ປະກອບກິດຈະການທີ່ດີເດັ່ນ, ກາຍເປັນຊັບພະຍາກອນມະນຸດທີ່ເປັນກຳລັງແຮງສຳຄັນໃນການສ້າງສາພັດທະນາປະເທດຊາດ ແລະ ການເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບລາວ-ຈີນ. ພິເສດພວກເຂົາເຈົ້າເຫຼົ່ານັ້ນຍັງໄດ້ກາຍເປັນນັກການທູດທີ່ດີ ໃນການເຊື່ອມສຳພັນໄມຕີຈິດມິດຕະພາບຂອງສອງຊາດລາວ-ຈີນ.
ປັດຈຸບັນ, ໃນຍຸກແຫ່ງການປ່ຽນແປງຂະໜາດໃຫຍ່ ລາວ ແລະ ຈີນ ຕ່າງກໍຢູ່ໃນໄລຍະໂອກາດ ແລະ ສິ່ງທ້າທາຍທີ່ສໍາຄັນໃນການພັດທະນາຂອງຕົນເອງ. ຕໍ່ໜ້າສະພາບການໃໝ່, ຄວາມທ້າທາຍໃໝ່, ຍິ່ງມີຄວາມຈໍາເປັນຕ້ອງໄດ້ເພີ່ມທະວີການຮ່ວມມືທາງດ້ານການສຶກສານໍາກັນເພື່ອປະກອບສ່ວນກຳລັງແຮງໃໝ່ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບຂອງສອງປະເທດ, ດັ່ງນັ້ນ. ສະເໜີບາງຄໍາເຫັນຕໍ່ການຮ່ວມມືດ້ານການສຶກສາຂອງສອງຝ່າຍ ດັ່ງນີ້:ເພີ່ມທະວີການປະສານດ້ານນະໂຍບາຍ, ປັບປຸງ ແລະ ສ້າງກົນໄກຮ່ວມມືດ້ານການສຶກສາໃຫ້ນັບມື້ນັບດີຂຶ້ນ, ຮັກສາການໄປມາຫາສູ່ ແລະ ແລກປ່ຽນບົດຮຽນລະຫວ່າງຂະແໜງບໍລິຫານການສຶກສາ ກໍຄືມະຫາວິທະຍາໄລ ແລະ ສະຖາບັນຕ່າງໆ ເພື່ອຮ່ວມກັນຄົ້ນຄວ້າ ກຳນົດນະໂຍບາຍການຮ່ວມມືແຕ່ລະໄລຍະ;ເພີ່ມທະວີການຮ່ວມມືຕົວຈິງ ແລະ ຂະຫຍາຍຂົງເຂດການຮ່ວມມືໃຫ້ກວ້າງຂວາງກວ່າເກົ່າ. ສອງຝ່າຍ ຈະເພີ່ມການຮັບເອົານັກຮຽນຂອງກັນ ແລະ ກັນ ໄປຮຽນຢູ່ອີກປະເທດໜຶ່ງໃຫ້ຫຼາຍຂຶ້ນ, ໂດຍສະເພາະ ສປ ຈີນ ມີທ່າແຮງຫຼາຍ ຫວັງວ່າຈະນໍາໃຊ້ທ່າແຮງທຶນຮອນດ້ານຕ່າງໆ ຊ່ວຍສະໜັບສະໜູນ ແລະ ຮັບເອົານັກຮຽນລາວໄປຮຽນຢູ່ຈີນ ຫຼື ຢູ່ຢຸນນານໃຫ້ຫຼາຍຂຶ້ນ.