ໃນວັນທີ 19 ກຸມພາ 2025 ຜ່ານມານີ້ ນີ້. ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວກໍຄືຫ້ອງຕໍາຫຼວດ ພະແນກສະກັດກັ້ນຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ຮັບລາຍງານຂ່າວຈາກພົນລະເມືອງດີວ່າ: ຈະມີການຂົນສົ່ງເຄື່ອງຜິດກົດໝາຍ.ສະນັ້ນ, ຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນແຂວງ ເພື່ອຕັ້ງຈຸດສະກັດລົດ ແລະ ກວດກາຕາມແຫຼ່ງຂ່າວ ຈົນຮອດເວລາປະມານ 3 ໂມງ 18 ນາທີ ໃນຕອນເຊົ້າ ຂອງວັນທີ 20 ກຸມພາ 2025 ຈຶ່ງສາມາດກັກລົດກະບະໄດ້ຈໍານວນ 3 ຄັນ ໝາຍເລກທະບຽນ ກກ 6626 ບໍ່ແກ້ວ, ກຂ 0490 ບໍ່ແກ້ວ ແລະ ກຂ 0237 ບໍ່ແກ້ວ ທີ່ແລ່ນລົງມາແຕ່ທາງເມືອງຕົ້ນເຜິ້ງ ຊຶ່ງສາມາດກັກຕົວເປົ້າໝາຍໄດ້ ຈໍານວນ 2 ຄົນ ທີ່ຂັບລົດເປີດທາງມາກ່ອນ; ລົດຄັນທີ 1 ຄື: ທ້າວກໍຢ່າງ ອາຍຸ 26 ປີ ຢູ່ບ້ານຝາຍ ແລະ ທ້າວ ເລົ່າຢ່າງ ອາຍຸ 31 ປີ ຢູ່ບ້ານນໍ້າຕອຍ ທັງສອງ ມີອາຊີບເຮັດໄຮ່ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ສ່ວນລົດຄັນທີ 2 ແລະ 3 ທີ່ຂັບມາຕາມຫຼັງ ແມ່ນໄດ້ຈອດລົດໄວ້ຂ້າງທາງແລ້ວເອົາຕົວລົບໜີ ພ້ອມນັ້ນມີລົດກະບະອີກ 1 ຄັນ ໄດ້ຕ່າວລົດກັບຄືນໄປທາງເມືອງຕົ້ນເຜິ້ງ ຊຶ່ງທາງເຈົ້າໜ້າທີ່ກໍບໍ່ສາມາດນໍາຕາມລົດຄັນດັ່ງກ່າວໄດ້. ຈາກນັ້ນ, ເຈົ້າໜ້າທີ່ກໍໄດ້ກວດຄົ້ນລົດຄັນທີ 1 ບໍ່ພົບເຫັນສິ່ງທີ່ຜິດກົດໝາຍໃດໆ, ສ່ວນຄັນທີ 2 ແລະ 3 ແມ່ນໄດ້ບັນທຸກເປົາຢາເສບຕິດທັງສອງຄັນ. ຮອດເວລາປະມານ 7 ໂມງ 30 ນາທີ ຈຶ່ງໄດ້ນໍາລົດທັງ 3 ຄັນ ຂຶ້ນມາກວດຢູ່ກອງບັນຊາການ ປກສ ແຂວງ ໂດຍສົມທົບກັບອົງການໄອຍາການປະຊາຊົນແຂວງ.ຜ່ານການກວດກາໄດ້ພົບເຫັນຢາເສບຕິດ ປະເພດຢາບ້າ ຈຳນວນ 7,500 ຫໍ່ ເທົ່າກັບ 15,000,000 ເມັດ, ມີນໍ້າໜັກ 1,500 ກິໂລກຼາມ.ປັດຈຸບັນທາງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຈຶ່ງໄດ້ຍຶດເຄື່ອງຂອງກາງທັງໝົດ ພ້ອມດ້ວຍກັກຕົວພວກກ່ຽວທັງສອງໄວ້ ເພື່ອທຳການສຶບສວນ-ສອບສວນ ຊອກຫາກຸ່ມແກ້ງພວກຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
(ແຫຼ່ງຂ່າວ: ປກສ ແຂວງບໍ່ແກ້ວ)