
ບໍລິສັດເຄພີຈໍາກັດ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຄົບຮອບ 30 ປີຂຶ້ນໃນວັນທີ 21 ກຸມພາຜ່ານມາທີ່ໂຮງແຮມແລນມາກນະຄອນຫຼວງວຽງຈັນ; ເປັນກຽດເຂົ້າຮ່ວມພິທີມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາແຂກຖືກເຊີນຈາກຮ້ານຄ້າ ແລະ ຄູ່ຮ່ວມທຸລະກິດທັງຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ປະສາດໄຊ ພິລາພັນເດຊ ປະທານບໍລິສັດ ເຄພີ ຈໍາກັດ ໄດ້ກ່າວວ່າ: “ໃນຍຸກປັດຈຸບັນ, ໜ້າທີ່ ແລະ ພາລະບົດບາດອັນສຳຄັນ ສຳລັບການເຮັດທຸລະກິດ, ພວກເຮົາຕ້ອງໄດ້ເອົາໃຈໃສ່ພັດທະນາ 2 ດ້ານທີ່ສໍາຄັນໄປຄຽງຄູ່ກັນຄື: 1) ການປັບປຸງ ແລະ ພັດທະນາອົງກອນໃຫ້ທ່ວງທັນກັບຍຸກສະໄໝດີຈີຕອນ ເປັນຕົ້ນແມ່ນການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນການດຳເນີນທຸລະກິດຂອງພວກເຮົາ ຢ່າງມີຄຸນນະພາບ ແລະ ເກີດປະສິດທິຜົນສູງສຸດ ເພື່ອເຮັດໃຫ້ທຸລະກິດຂອງພວກເຮົາເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດແຂ່ງຂັນກັບບັນດາຄູ່ແຂ່ງ ຫຼື ໃຫ້ທຽບເທົ່າກັບທຸລະກິດອື່ນໆໃນສັງຄົມປັດຈຸບັນ; 2) ຕ້ອງພັດທະນາບຸກຄະລາກອນໃຫ້ມີຄວາມສາມາດນຳໃຊ້ AI ເປັນເຄື່ອງມືໃນການເຮັດວຽກ ແລະ ການຕັດສິນໃຈຂອງເຂົາເຈົ້າຊຶ່ງຂ້າພະເຈົ້າ, ຄິດວ່າເປັນ 2 ພາລະກິດ ທີ່ໜັກໜ່ວງພໍສົມຄວນ ທີ່ຈະຕ້ອງໄດ້ຮັບການພັດທະນາ ເພື່ອສາມາດນຳພາທຸລະກິດຂອງ ບໍລິສັດ ເຄພີ ໃຫ້ກ້າວໜ້າໄປຢ່າງຍືນຍົງ ແລະ ໝັ້ນຄົງໄດ້.”
ໃນພິທີສະເຫຼີມສະຫຼອງນີ້, ໄດ້ເປີດເຜີຍວ່າ: ບໍລິສັດເຄພີຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1995 ໂດຍໄດ້ສືບທອດເຈດຕະນາລົມຂອງ ທ່ານ ຄຳໃບ ພິລາພັນເດຊຜູ້ເປັນພໍ່ ທີ່ໄດ້ເລີ່ມເຮັດທຸລະກິດນັບແຕ່ ປີ 1940, ບໍລິສັດ ໄດ້ດໍາເນີນທຸລະກິດ ພາຍໃຕ້ການເປັນປະທານຂອງ ທ່ານ ວິຣະຈິດ ພິລາພັນເດຊ ຊຶ່ງເລີ່ມຈາກທຸລະກິດຊື້ມາຂາຍໄປທີ່ເປັນທຸລະກິດຂະໜາດນ້ອຍຂອງຄອບຄົວພິລາພັນເດຊ ແນໃສ່ການນໍາເຂົ້າສິນຄ້າທີ່ມີຄຸນນະພາບຈາກຕ່າງປະເທດເພື່ອມາຈຳໜ່າຍ ແລະ ສະໜອງໃຫ້ປະຊາຊົນລາວໄດ້ຊົມໃຊ້ແຕ່ຊຸມປີ 1990 ເປັນຕົ້ນມາ. ມາເຖິງ ປີ 2004, ບໍລິສັດເຄພີ ໄດ້ເຕີບໃຫຍ່ຂະຫຍາຍຕົວເໝືອນດັ່ງຕົ້ນໄມ້ທີ່ກໍາລັງແຕກກິ່ງກ້ານໃບພາຍໃຕ້ການເຂົ້າມາຮັບຕໍາແໜ່ງ ປະທານບໍລິສັດ ຕໍ່ຈາກຜູ້ເປັນອ້າຍຂອງ ທ່ານ ເຂັມຊາດ ພິລາພັນເດຊປະທານ ຜູ້ທີ 2. ບໍລິສັດເຄພີຈຳກັດ ໄດ້ຂະຫຍາຍທຸລະກິດເພີ່ມຂຶ້ນ 20 ບໍລິສັດ ຊຶ່ງປະກອບດ້ວຍທຸລະກິດຫຼາກຫຼາຍຮູບແບບເຊັ່ນ: ທຸລະກິດຈຳໜ່າຍລົດຍົນ ແລະ ການບໍລິການຫຼັງການຂາຍ, ທຸລະກິດໂຮງງານຜະລິດ ແລະ ສົ່ງອອກ, ທຸລະກິດດ້ານກະສິກຳ, ທຸລະກິດການຂົນສົ່ງ ແລະ ການບໍລິການນຳເຂົ້າສິນຄ້າ, ທຸລະກິດການເປັນຕົວແທນຈຳໜ່າຍສິນຄ້າ ແລະ ການບໍລິການອື່ນໆ.ໃນປີ 2024, ບໍລິສັດເຄພີຈຳກັດ ໄດ້ສົ່ງຕໍ່ຕໍາແໜ່ງຜູ້ບໍລິຫານລະດັບສູງກໍຄື ປະທານບໍລິສັດ ໃຫ້ແກ່ ທ່ານ ປະສາດໄຊ ພິລາພັນເດຊຜູ້ເປັນນ້ອງຊາຍ ເພື່ອສືບຕໍ່ເຮັດໜ້າທີ່ໃນການນຳພາ ບໍລິສັດ ເຄພີ ຈຳກັດ ກ້າວໜ້າຕໍ່ໄປຢ່າງເຂັ້ມແຂງ ແລະ ຍືນຍົງ.
ນອກຈາກການຂະຫຍາຍທຸລະກິດໃຫ້ເຕີບໃຫຍ່ ແລະ ເຂັ້ມແຂງແລ້ວ, ບໍລິສັດເຄພີ ຍັງໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປ ລາວ ໂດຍການຊ່ວຍເຫຼືອສັງຄົມໃນດ້ານຕ່າງໆຕະຫຼອດໄລຍະເວລາ 30 ປີ ທີ່ຜ່ານມາ; ໃນນັ້ນ, ອັນທີ່ພົ້ນເດັ່ນແມ່ນການປະກອບສ່ວນຊຸກຍູ້ໃນການສ້າງຄວາມເຂັ້ມແຂງດ້ານກິລາ (ໄດ້ໃຫ້ການສະໜັບສະໜູນສະຫະພັນເຕະບານ, ກິລາຍິມນາສຕິກ, ກິລາບູໂດ ແລະ ສະຫະພັນກິລາອື່ນໆ). ນອກຈາກນີ້,ບໍລິສັດເຄພີຍັງໄດ້ປະກອບສ່ວນຊ່ວຍເຫຼືອດ້ານວັດຖຸ ແລະ ປັດໄຈ ແກ່ຜູ້ປະສົບເຄາະຮ້າຍຈາກໄພພິບັດທາງທຳມະຊາດຕ່າງໆ, ຊ່ວຍເຫຼືອກໍ່ສ້າງໂຮງຮຽນຫຼາຍແຫ່ງ, ທຸລະກິດຂອງພວກເຮົາ ແມ່ນເປັນທຸລະກິດຂອງຄົນລາວຊຶ່ງພວກເຮົາບໍ່ເຄີຍປ່ອຍປະພາລະໜ້າທີ່ອັນສຳຄັນນີ້, ເພາະວ່າວຽກງານຕ່າງໆຂອງບໍລິສັດຈະເລີນເຕີບໃຫຍ່ຂະຫຍາຍຕົວໄດ້ແມ່ນຍ້ອນມີປະຊາຊົນລາວເປັນຜູ້ສົ່ງເສີມ, ສະໜັບສະໜູນ ແລະ ເປັນກໍາລັງແຮງ ທີ່ສຳຄັນໃຫ້ພວກເຮົາມີການປັບປຸງທຸລະກິດຂອງພວກເຮົາຢູ່ສະເໝີ. ສະນັ້ນ, ໃນໂອກາດຄົບຮອບ 30 ປີ ແຫ່ງການກໍ່ຕັ້ງ ບໍລິສັດເຄພີ, ພວກເຮົາຂໍສະແດງຄວາມຂອບໃຈ ມາຍັງທຸກໆທ່ານທີ່ເປັນລູກຄ້າຂອງພວກເຮົາບໍ່ວ່າໂດຍທາງກົງ ຫຼື ທາງອ້ອມທີ່ໄດ້ສົ່ງເສີມທຸລະກິດຂອງພວກເຮົາຕະຫຼອດມາ ແລະ ຈາກນີ້ກໍຫວັງວ່າທຸກໆທ່ານຈະສືບຕໍ່ເປັນລູກຄ້າຂອງພວກເຮົາຕະຫຼອດໄປ.
(ຂ່າວ-ພາບ: ແສງຈັນ)