
ໃນຕອນບ່າຍວັນທີ 24 ກຸມພາຜ່ານມາ ທີ່ເດີ່ນຕະຫຼາດກະສິກໍາ (ຕະຫຼາດ ເອດີບີ) ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ພິທີເປີດງານວາງສະແດງຫຸ່ນເຟືອງໃຫຍ່ ຕິດພັນກັບງານວາງສະແດງ ແລະ ຈໍາໜ່າຍສິນຄ້າປະຈໍາປີ 2025,ໂດຍການເປັນປະທານຂອງ ທ່ານ ພູເງິນ ຈັນທະສອນ ຮອງເລາຂາພັກເມືອງ ຜູ້ຊີ້ນໍາວຽກງານ ເສດຖະກິດ. ມີແຂກທີ່ຖືກເຊີນ, ນັກທຸລະກິດ, ພໍ່ຄ້າ ຊາວຂາຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ນີລາ ສີສຸກ ຕາງໜ້າຜູ້ຈັດງານໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້,ກໍເພື່ອ ເປັນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໄຊບູລີວາງອອກ, ເພື່ອເປັນການກະຕຸ້ນເສດຖະກິດ ພາຍໃນເມືອງໃຫ້ມີການແລກປ່ຽນຊື້-ຂາຍ ສິນຄ້າຂອງພໍ່ແມ່ປະຊາຊົນ. ປີນີ້, ມີຫຸ່ນເຟືອງໃຫຍ່ ທີ່ນໍາມາວາງສະແດງທັງໝົດ 4 ລາຍການ ມາຈາກ 4 ບ້ານຄື: ຫຸ່ນແຂ້ໃຫຍ່ມາຈາກບ້ານນາວເໜືອ, ຫຸ່ນຄວາຍໃຫຍ່ ມາຈາກບ້ານນາວໃຕ້, ຫຸ່ນປາໃຫຍ່ມາຈາກບ້ານກ້າງປາ ແລະ ຫຸ່ນກອງໃຫຍ່ ມາຈາກ ບ້ານສະກອງ. ພາຍໃນງານ ມີຮ້ານຄ້າ-ຂາຍທັງໝົດ 25 ຮ້ານ.
ທ່ານ ພູເງິນ ຈັນທະສອນ ໄດ້ກ່າວເປີດງານວ່າ: ງານວາງສະແດງຫຸ່ນເຟືອງໃຫຍ່ ປີນີ້ແມ່ນໄດ້ຈັດຂຶ້ນເປັນປີທີ 3. ໂດຍ ມີຈຸດປະສົງ ເພື່ອວາງສະແດງ ແລະ ຈໍາ ໜ່າຍ ສິນຄ້າທຸກປະເພດ ເພື່ອກະຕຸກຊຸກຍູ້ ເສດຖະກິດຂອງປະຊາຊົນເປັນຕົ້ນ: ຜົນຜະລິດ ທາງດ້ານກະສິກໍາ, ຫັດຖະກໍາ, ສິນຄ້າອຸປະໂພກ-ບໍລິໂພກຕ່າງໆ ພາຍໃນເມືອງໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງ, ເປັນຈຸດຈໍາໜ່າຍສິນຄ້າ ແລະ ເຮັດໃຫ້ຜູ້ຄ້າ-ຂາຍຮູ້ລະບຽບກົດໝາຍຂຶ້ນຕື່ມ ທັງເປັນການປະກອບສ່ວນເຮັດໃຫ້ເມືອງມີຖານລາຍຮັບທີ່ໝັ້ນຄົງ. ໂອກາດດັ່ງກ່າວ, ທ່ານ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ມາຮ່ວມງານ ຈົ່ງມີສະຕິ ໃນການຮັກສາຄວາມສະຫງົບ, ປອດໄຟ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ ຕະຫຼອດການຈັດງານ.
(ແຫຼງຂ່າວ: ເມືອງໄຊບູລີ)