
ກົມເສດຖະກິດກະຊວງການຕ່າງປະເທດ ຮ່ວມກັບ ສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳເຂດປົກຄອງພິເສດຮົງກົງ ແລະ ມາກາວສປຈີນ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ຂອງ ສປປ ລາວ ແລະ ພາກເອກະຊົນ ຈາກເຂດປົກຄອງພິເສດຮົງກົງ, ສປ ຈີນ ພາຍໃຕ້ວຽກງານສົ່ງເສີມການທູດເສດຖະກິດ ຂອງ ສປປ ລາວຂຶ້ນໃນວັນທີ 25 ກຸມພານີ້ທີ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC)ນະຄອນຫຼວງວຽງຈັນໂດຍການເປັນປະທານ ຂອງ ທ່ານ ໄມທອງ ທຳມະວົງສາຮອງລັດຖະມົນຕີກະຊວງການຕ່າງປະເທດ; ມີບັນດານັກທຸລະກິດ ແລະ ຜູ້ຕາງໜ້າຈາກບັນດາບໍລິສັດຊັ້ນນໍາຕ່າງໆຂອງເຂດປົກຄອງພິເສດຮົງກົງ ແລະ ຈີນແຜ່ນດິນໃຫຍ່, ສປ ຈີນ ເຂົ້າຮ່ວມປະມານ 20 ກວ່າບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ແມ່ນເພື່ອຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ຂອງ ສປປ ລາວ ຊຶ່ງໄດ້ໂຄສະນາ, ເຜີຍແຜ່ນະໂຍບາຍການລົງທຶນຕ່າງປະເທດ ແລະ ດຶງດູດການຄ້າ, ການລົງທຶນ ຈາກເຂດປົກຄອງພິເສດຮົງກົງ ແລະ ຈີນແຜນດິນໃຫຍ່ ໃຫ້ມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຍິ່ງຂຶ້ນ.ໃນຂະນະດຽວກັນ, ຜູ້ຕາງໜ້າຈາກ 4 ກະຊວງທີ່ກ່ຽວຂ້ອງ ຄື: ກະຊວງແຜນການ ແລະ ການລົງທຶນ;ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ;ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີບົດກ່ຽວກັບ ທ່າແຮງ, ກາລະໂອກາດ ແລະ ຄວາມຕ້ອງການໃນການລົງທຶນຂອງແຕ່ລະຂະແໜງການບຸລິມະສິດຢູ່ໃນ ສປປ ລາວ ໃຫ້ແກ່ ຄະນະນັກທຸລະກິດຮົງກົງ ແລະ ຈີນແຜ່ນດິນໃຫຍ່, ສປ ຈີນ ໄດ້ຮັບຮູ້ ແລະ ເຂົ້າໃຈຍິ່ງຂຶ້ນ.
ນອກຈາກນັ້ນ,ບັນດານັກທຸລະກິດຮົງກົງ ແລະ ຈີນແຜ່ນດິນໃຫຍ່, ສປ ຈີນ ຍັງໄດ້ເຂົ້າຮ່ວມພົບປະເຮັດວຽກຮ່ວມກັບກະຊວງສາທາລະນະສຸກ(ສະຖາບັນການແພດ ແລະ ການຢາພື້ນເມືອງລາວ), ມະຫາວິທະຍາໄລແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຢ້ຽມຊົມເຂດເສດຖະກິດພິເສດ, ດ່ານບໍລິການດ້ານໂລຈິສຕິກທ່າບົກ-ທ່ານາແລ້ງ ແລະ ເຂດການພັດທະນາອຸດສາຫະກຳ ຢູ່ ນະຄອນຫຼວງວຽງຈັນ ເພື່ອສຶກສາ ແລະ ຊອກຫາຊ່ອງທາງຊຸກຍູ້ການຮ່ວມມືໃນຕໍ່ໜ້າ.
(ຂ່າວ-ພາບ:ສຳນານ)