
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 24 ກຸມພາ ຜ່ານມາ, 6 ພາກສ່ວນຂອງຈີນ ເປັນຕົ້ນ ກະຊວງຊັບພະຍາກອນທໍາມະຊາດ ແລະ ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດ ໄດ້ຮ່ວມກັນອອກ “ຄວາມເຫັນຊີ້ນຳກ່ຽວກັບການຊຸກຍູ້ການນຳໃຊ້ພະລັງງານທະເລຂະໜາດໃຫຍ່” ໂດຍລະບຸວ່າ: ພະຍາຍາມຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານທະເລ ໃຫ້ໄດ້ 400.000 ກິໂລວັດ ເມື່ອຮອດປີ 2030.
ຄວາມເຫັນຊີ້ນຳດັ່ງກ່າວ ລະບຸວ່າ: ຕ້ອງບຳລຸງສ້າງກຳລັງການຜະລິດໃນຄຸນນະພາບໃໝ່ໃນຂົງເຂດທະເລ, ຊຸກຍູ້ການພັດທະນາເຕັກນິກໃໝ່ ແລະ ຮູບແບບໃໝ່ຂອງພະລັງງານທະເລ, ຊຸກຍູ້ການນຳໃຊ້ພະລັງງານທະເລທີ່ມີຂະໜາດໃຫຍ່ຢ່າງມີປະສິດທິຜົນ. ຄວາມເຫັນດັ່ງກ່າວ ຍັງຊີ້ອອກວ່າ: ການຊຸກຍູ້ການພັດທະນາພະລັງງານທະເລແບບເຊື່ອມໂຍງເຂົ້າກັນ ແລະ ຂະຫຍາຍຂົງເຂດການນຳໃຊ້ພະລັງງານທະເລ ເປັນທິດທາງສຳຄັນແຫ່ງການຊຸກຍູ້ການນຳໃຊ້ພະລັງງານທະເລຂະໜາດໃຫຍ່.