
ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກຸມພາ ຜ່ານມາວ່າ: ສະຖາບັນເຕັກໂນໂລຊີອິດສະຣາແອນເປີດເຜີຍວ່າ: ທີມນັກວິທະຍາສາດຂອງອິດສະຣາແອນໄດ້ຄົ້ນພົບຄຸນສົມບັດພິເສດໃນນໍ້ານົມແມ່ ທີ່ຊ່ວຍໃຫ້ນໍ້ານົມແມ່ເຄື່ອນຍ້າຍຈາກກະເພາະອາຫານ ແລະ ລຳໄສ້ເຂົ້າສູ່ກະແສເລືອດໄດ້ງ່າຍ.
ການຄົ້ນພົບທີ່ພິມເຜີຍແຜ່ໃນວາລະສານControlled Release ອາດສາມາດເປີດທາງໃຫ້ແກ່ການພັດທະນາຢາແບບກິນຊະນິດໃໝ່ເຊັ່ນ: ພູມຕ້ານທາດໂປຣຕີນຢ່າງອິນຊູລິນ ແລະວັກຊິນປ້ອງກັນໂຄວິດ-19 ແລະໄຂ້ຫວັດໃຫຍ່ ຊຶ່ງປັດຈຸບັນຢາເຫຼົ່ານີ້ປົກກະຕິແລ້ວແມ່ນມັກໃຊ້ຜ່ານການສັກເຂົ້າໄປໃນຮ່າງກາຍ.
ທີມນັກຄົ້ນຄວ້າມີຄວາມສົນໃຈຊອກຫາວິທີຮັບວັກຊິນ ແລະ ຢາຜ່ານການກິນ ແລະຊອກຫາແຮງບັນດານໃຈຈາກນໍ້ານົມແມ່ ຊຶ່ງເປັນທາດເຫຼວທີ່ສະລັບສັບຊ້ອນ ແລະ ເຕັມໄປດ້ວຍສ່ວນປະກອບທີ່ມີປະໂຫຍດເຊັ່ນ: ເອນໄຊ, ຮໍໂມນ, ພູມຕ້ານທານແລະໄຂມັນທີ່ມີຄວາມສໍາຄັນຕໍ່ການພັດທະນາສະ ໝອງ, ລະບົບພູມຕ້ານທານ ແລະການຍ່ອຍອາຫານຂອງເດັກເກີດໃໝ່.
ເພື່ອເຮັດໃຫ້ສ່ວນປະກອບເຫຼົ່ານີ້ເຮັດວຽກໄດ້ຈະຕ້ອງຜ່ານຊັ້ນປ້ອງກັນໃນລໍາໄສ້ທີ່ແຍກລໍາໄສ້ອອກຈາກກະແສເລືອດ. ໂດຍຊັ້ນປ້ອງກັນນີ້ແມ່ນປະກອບດ້ວຍຈຸລັງແລະນໍ້າເມືອກເຮັດໜ້າທີ່ຄ້າຍຄືການກັ່ນຕອງໂດຍການສະກັດສານອັນຕະລາຍແລະ ປ່ອຍໃຫ້ສານອາຫານຜ່ານເຂົ້າໄປໄດ້.
ນັກວິທະຍາສາດເຊື່ອວ່ານໍ້ານົມແມ່ນັ້ນມີ "ກະແຈພິເສດ" ທີ່ຊ່ວຍໃຫ້ສ່ວນປະກອບຕ່າງໆຂອງນໍ້ານົມແມ່ສາມາດຜ່ານຊັ້ນປ້ອງກັນນີ້ໄດ້ ຊຶ່ງການສຶກສາໄດ້ເປີດເຜີຍໃຫ້ເຫັນວ່າ ທາດໂປຣຕີນບາງຊະນິດໃນນໍ້ານົມແມ່ມີບົດບາດສຳຄັນເນື່ອງຈາກສ້າງຊັ້ນເຄືອບຂຶ້ນອ້ອມຮອບອະນຸພາກຂະໜາດນ້ອຍ ຊຶ່ງອະນຸຍາດໃຫ້ອະນຸພາກຕ່າງໆເຈາະເຂົ້າໄປໃນຊັ້ນປ້ອງກັນຂອງລໍາໄສ້ ແລະປະສິດທິພາບຂອງຊັ້ນເຄືອບແມ່ນຂຶ້ນກັບຄ່າໄຟຟ້າຂອງອະນຸພາກເຫຼົ່ານັ້ນ.
ທັງນີ້, ນັກຄົ້ນຄວ້າໄດ້ທົດສອບທິດສະດີໂດຍໃຊ້ຈຸລັງລໍາໄສ້ຂອງມະນຸດແລະ ໝູ. ນອກຈາກນັ້ນ, ຍັງເຮັດການປຽບທຽບນໍ້ານົມແມ່ ກັບ ນໍ້ານົມງົວ, ນົມຝົງສໍາລັບເດັກແລະພົບວ່ານໍ້ານົມແມ່ມີປະສິດທິພາບສູງທີ່ສຸດໃນການຊ່ວຍໃຫ້ສານຕ່າງໆຜ່ານເຂົ້າຊັ້ນປ້ອງກັນລໍາໄສ້.