ເມື່ອບໍ່ດົນມານີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ ແລະ ເກັບກຳຂໍ້ມູນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການຈັດຕັ້ງວຽກງານ 3 ສ້າງ, ວຽກງານພັດທະນາຊົນເຜົ່າ-ສາສະໜາ ຢູ່ 2 ຈຸດຂອງແຂວງໄຊຍະບູລີຄື: ບ້ານຫ້ວຍຄູນ ຈຸດສຸມປາກເປັດ ເມືອງຊຽງຮ່ອນ ແລະ ບ້ານຄົກແອກ ເມືອງຫົງສາໂດຍການຕ້ອນຮັບຂອງຄະນະນຳເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຕະຫຼອດຮອດພໍ່ແມ່ປະຊາຊົນ.
ການເຄື່ອນໄຫວໃນແຕ່ລະຈຸດ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມຄະນະ ໄດ້ຮັບຟັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງບ້ານໃນໄລຍະຜ່ານມາ ຊຶ່ງຍົກໃຫ້ເຫັນຄວາມເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງອົງການປົກຄອງບ້ານ ແລະ ມີຄວາມຮັກແພງສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຂ້າງ ທີ່ຈະໄດ້ພ້ອມກັນສຸມໃສ່ແກ້ໃນຕໍ່ໜ້າ; ຈາກນັ້ນ, ກໍພ້ອມກັນແລກປ່ຽນຄຳຄິດຄຳເຫັນ ແລະ ຄຳສະເໜີຕໍ່ການຈັດຕັ້ງວຽກງານຕ່າງໆ ເພື່ອນຳໄປພິຈາລະນາ ແລະ ສະເໜີຕໍ່ອົງການທີ່ກ່ຽວຂ້ອງແກ້ໄຂໃນຕໍ່ໜ້າ.
ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ບັນດາປັດໄຈຕັດສິນໃນການພັດທະນາເສດຖະກິດຢູ່ເຂດຫ່າງໄກສອກຫຼີກ ແລະ ບັນດາຄາດໝາຍໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ເພື່ອແກ້ບັນດາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະໃຫ້ເອົາໃຈໃສ່ເຂັ້ມງວດໃນການປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍ. ພ້ອມນີ້, ກໍຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານ 3 ສ້າງ ແລະ 4 ດ້ານ ອັນເປັນຮາກຖານສຳຄັນຂອງການພັດທະນາປະເທດຊາດ; ພ້ອມນັ້ນ, ກໍໃຫ້ສືບຕໍ່ຮັກສາຄວາມສາມັກຄີໃຫ້ແໜ້ນແຟ້ນເປັນຈິດໜຶ່ງໃຈດຽວ ເພື່ອພ້ອມກັນເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນເງື່ອນໄຂທີ່ຍັງມີຄວາມຫຍຸ້ງຍາກ ແລະ ກ້າວຂຶ້ນເປັນບ້ານພັດທະນາຢ່າງແທ້ຈິງໃນອະນາຄົດ.
ການເຄື່ອນໄຫວຄັ້ງນີ້, ຍັງໄດ້ນຳເອົາອຸປະກອນການສຶກສາ, ເຂົ້າສານ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ໃນຄົວເຮືອນຈຳນວນໜຶ່ງ ມອບໃຫ້ບ້ານ ແລະ ໂຮງຮຽນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ແລະ ອັກຄີໄພ ໃນໄລຍະຜ່ານມາ.
(ຂ່າວ-ພາບ: ສພຊ)