ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂຶ້ນ ໃນວັນທີ 25 ກຸມພານີ້ ທີ່ລັດວິສາຫະກິດ ຟຟລ, ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ຊີ້ນໍາວຽກງານລັດວິສາຫະກິດໄຟຟ້າລາວ ທັງເປັນຫົວໜ້າຄະນະຊ່ວຍວຽກປະຕິຮູບຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ລາຍງານສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 1 ປີຜ່ານມາ ສະພາບເສດຖະກິດໂລກ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍ ແລະ ຄວາມບໍ່ແນ່ນອນຫຼາຍດ້ານ ຊຶ່ງໄດ້ສົ່ງຜົນກະທົບໂດຍລວມຕໍ່ເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງພວກເຮົາ ສືບຕໍ່ພົບກັບຄວາມຫຍຸ້ງຍາກຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະບັນຫາອັດຕາເງິນເຟີ້-ເງິນກີບອ່ອນຄ່າ ທີ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ຜົນການດໍາເນີນທຸລະກິດຂອງ ຟຟລ ເນື່ອງຈາກ ຟຟລ ເກັບຄ່າກະແສໄຟຟ້າເປັນສະກຸນເງິນກີບກັບປະຊາຊົນ ແລະ ພາກລາຍຈ່າຍຂອງ ຟຟລ ສ່ວນໃຫຍ່ ແມ່ນເປັນເງິນຕາຕ່າງປະເທດ ເປັນຕົ້ນ: ຄ່າຊື້ກະແສໄຟຟ້າຈາກແຫຼ່ງຜະລິດ, ໜີ້ເງິນກູ້, ຄ່າບໍລິຫານ-ດຳເນີນງານ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ ລັດວິສາຫະກິດໄຟຟ້າລາວ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼັກການ ແລະ ນະໂຍບາຍການດໍາເນີນທຸລະກິດ ຂອງ ໄຟຟ້າລາວ ໃນໄລຍະໃໝ່ ໂດຍສະເພາະແມ່ນທິດທາງແຜນການປະຕິຮູບລັດວິສາຫະກິດໄຟຟ້າລາວ ເພື່ອເປັນພື້ນຖານໃຫ້ການດໍາເນີນວຽກງານ ໄຟຟ້າລາວ ໃຫ້ມີປະສິດທິຜົນ. ພ້ອມກັນນັ້ນ, ກໍໄດ້ພະຍາຍາມທຸກວິທີທາງ ເພື່ອນໍາໃຊ້ທ່າແຮງທີ່ມີຢູ່ສ້າງລາຍຮັບເພີ່ມເຂົ້າ ໄຟຟ້າລາວ ຈໍານວນໜຶ່ງ ແລະ ປະຢັດລາຍຈ່າຍບໍລິຫານຕ່າງໆ ເພື່ອຫຼຸດຜ່ອນລາຍຈ່າຍ ທີ່ບໍ່ຈໍາເປັນລົງ.
ທ່ານກ່າວຕື່ມວ່າ: ຄະນະພັກຮາກຖານ, ຄະນະອໍານວຍການ ໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍ ບັນດາມະຕິກອງປະຊຸມ ແລະ ເອກະສານສໍາຄັນຕ່າງໆ ຂອງພັກ ແລະ ລັດຖະບານ, ໂດຍຖືເອົາວຽກງານສຶກສາອົບຮົມ ນໍາພາທາງດ້ານການເມືອງ-ແນວຄິດຂອງອ້າຍນ້ອງພະນັກງານ ໃຫ້ມີຄວາມເຂົ້າໃຈທີ່ຖືກ ຕ້ອງກ່ຽວກັບໜ້າທີ່ຮັບຜິດຊອບທາງດ້ານການເມືອງ ແລະ ສະພາບການດຳເນີນທຸລະກິດ ຂອງ ໄຟຟ້າລາວ ນັບແຕ່ຂອດວຽກງານບໍລິການລູກຄ້າ ກໍຄືປະຊາຊົນບັນດາເຜົ່າ ຈົນຮອດທິດທາງລວມໃນການແກ້ໄຂສະພາບບັນຫາຕ່າງໆປິ່ນອ້ອມ ເພື່ອເສຍສະຫຼະເຫື່ອແຮງ, ສະຕິປັນຍາ ແກ້ໄຂວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ກໍານົດແບບແຜນວິທີເຮັດວຽກທີ່ມີຫຼັກການ, ໂປ່ງໃສ ແລະ ກວດສອບໄດ້, ເພື່ອບຸກທະລຸບາດກ້າວໃນການພັດທະນາ ແລະ ແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ໃຫ້ມີການປັບປຸງແກ້ໄຂດີຂຶ້ນຢ່າງຕໍ່ເນື່ອງຕາມທິດທາງນະໂຍບາຍຂອງພັກ-ລັດ ວາງອອກ ແຕ່ລະໄລຍະ. ໂດຍລວມແລ້ວ ອ້າຍນ້ອງພະນັກງານແມ່ນມີຄວາມສາມັກຄີ, ສະຫງົບ, ເຊື່ອໝັ້ນຕໍ່ການຈັດຕັ້ງ ແລະ ການຊີ້ນໍາ-ນໍາພາ ຂອງຂັ້ນເທິງ.
ຄຽງຄູ່ກັນນັ້ນ, ໃນໄລຍະປີ 2024 ຜ່ານມາ ລັດວິສາຫະກິດໄຟຟ້າລາວ ໄດ້ສຸມໃສ່ວຽກງານວິຊາສະເພາະຂອງຕົນເອງ ຄື: ວຽກງານຈຳໜ່າຍ ໄດ້ມີການຈຳໜ່າຍພະລັງງານໄຟຟ້າ ໃຫ້ກັບສັງຄົມ ປະຕິບັດໄດ້ 12,610 GWh ໃນປີ 2024 ທຽບໃສ່ແຜນການສາມາດບັນລຸໄດ້ເທົ່າກັບ 90%. ທາງດ້ານວຽກງານຄຸ້ມຄອງລະບົບສົ່ງ ແລະ ລະບົບຈໍາໜ່າຍໄຟຟ້າ ໄດ້ສຸມໃສ່ວຽກງານການປັບປຸງ-ຂະຫຍາຍລະບົບສາຍສົ່ງ-ສະຖານີໄຟຟ້າ ແລະ ລະບົບຈຳໜ່າຍໄຟຟ້າ ເພື່ອໃຫ້ສາມາດນໍາສົ່ງພະລັງງານໄຟຟ້າ ຈາກແຫຼ່ງຜະລິດໄປເຖິງຜູ້ຊົມໃຊ້ໄຟຟ້າໃນຂອບເຂດທົ່ວປະເທດ. ມາຮອດປັດຈຸບັນ ທົ່ວປະເທດ ມີສະຖານີໄຟຟ້າແຮງສູງ ທັງໝົດ 80 ແຫ່ງ, ລວມກໍາລັງຕິດຕັ້ງ ທັງໝົດ 8,884 MVA, ມີລະບົບສາຍສົ່ງໄຟຟ້າແຮງສູງ 500 kV ລວງຍາວ ທັງໝົດ 372 km/ວົງຈອນ, 230 kV ລວງຍາວ ທັງໝົດ 3,530 km/ວົງຈອນ, ລະບົບສາຍສົ່ງໄຟຟ້າ 115 kV ລວງຍາວ ທັງໝົດ 7,119.26 km/ວົງຈອນ, ລະບົບຕາຂ່າຍແຮງດັນກາງ 22 kV-35 kV ລວງຍາວທັງໝົດ 38,010 km/ວົງຈອນ ແລະ ລະບົບຕາຂ່າຍແຮງດັນຕໍ່າ 0.4 kV ລວງຍາວທັງໝົດ 22,262.58 km/ວົງຈອນ, ມີໝໍ້ແປງລະບົບຈໍາໜ່າຍທັງໝົດ 40,176 ໜ່ວຍ, ລວມກໍາລັງຕິດຕັ້ງ 6,899,419 kVA, ມີຈໍານວນໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງຂອງໄຟຟ້າລາວ ທັງໝົດ 1,772,174ໜ່ວຍ. ທາງດ້ານວຽກພະລັງງານຕົກເຮ່ຍ ປະຕິບັດໄດ້ ເທົ່າກັບ 6.78%, ທຽບໃສ່ປີ 2023 ຈໍານວນ 6.80%, ຫຼຸດລົງ 0.02%. ເອົາໃຈໃສ່ວຽກງານການປັບປຸງລະບົບຈໍາໜ່າຍ ໃນຂອບເຂດທົ່ວປະເທດ, ໂດຍສະເພາະ ນະຄອນຫຼວງວຽງຈັນ ໃຫ້ມີຄວາມຮັບປະກັນສູງຂຶ້ນ ເພື່ອຫຼຸດຜ່ອນບັນຫາແຮງດັນຕົກ (ໄຟບໍ່ພໍ) ໂດຍແນໃສ່ການປັບປຸງປ່ຽນສາຍຈາກສາຍຂະໜາດນ້ອຍ ເປັນສາຍຂະໜາດໃຫຍ່, ເສີມໝໍ້ແປງໄຟຟ້າ ເພື່ອໃຫ້ແທດເໝາະກັບສະພາບຂອງການຊົມໃຊ້ໄຟຟ້າຕົວຈິງ ໃນແຕ່ລະເຂດ, ເຮັດໃຫ້ການສະໜອງໄຟຟ້າມີທ່າອ່ຽງສະຖຽນລະພາບສູງຂຶ້ນ, ບັນຫາແຮງດັນຕົກ ແລະ ໄຟຕົກ-ໄຟມອດ ຫຼຸດລົງຈໍານວນຫຼາຍ ໂດຍສະເພາະ ໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ. ສຳເລັດການຄົ້ນຄວ້ານະໂຍບາຍ ແລະ ສົ່ງເສີມການເຂົ້າເຖິງ Solar Rooftop, ໂດຍສະເພາະສໍາເລັດ ຂໍ້ກໍານົດ ແລະ ນະໂຍບາຍການຮັບຊື້ໄຟຟ້າ ຈາກ Solar Rooftop ສໍາລັບພາກທີ່ຢູ່ອາໄສ ເພື່ອຊ່ວຍຫຼຸດຜ່ອນການສະໜອງໄຟຟ້າໃຫ້ກັບພາກທີ່ຢູ່ອາໄສ ເນື່ອງຈາກເປັນລາຄາທີ່ລັດຖະບານໃຫ້ການເກື້ອກູນ ແລະ ຊ່ວຍຫຼຸດຜ່ອນພະລັງງານຕົກເຮ່ຍໃນລະບົບຂອງ ຟຟລ. ອັນທີ່ພົ້ນເດັ່ນ ສໍາເລັດການສະໜອງໄຟຟ້າຮັບໃຊ້ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນໄລຍະທ້າຍປີ 2024 ທີ່ຜ່ານມາ ຊຶ່ງມີຜົນສໍາເລັດ ແລະ ສາມາດຮັບປະກັນການສະໜອງໄຟຟ້າໄດ້ 100%.
ໃນນັ້ນ, ກອງປະຊຸມຍັງໄດ້ສະເໜີທິດທາງ ແຜນການສູ້ຊົນປະຈໍາປີ 2025 ເພື່ອກໍານົດຈຸດສຸມການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ປະກອບມີ 168 ໜ້າວຽກຫຼັກ ແລະ 7 ຕົວຊີ້ວັດ ທີ່ຂຶ້ນກັບຝ່າຍຄຸ້ມຄອງລະບົບໄຟຟ້າ 3 ພາກ, ມີພິທີມອບຫຼຽນ ແລະ ໃບຍ້ອງຍໍໃຫ້ບຸກຄົນ, ກົມ, ກອງ ທີ່ມີຜົນງານເດັ່ນ ປະຈຳປີ 2024 ມອບພັນທະອາກອນໃຫ້ລັດຖະບານ ປະຈຳປີ 2024 ແລະ ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອນຳເອົາເນື້ອໃນດັ່ງກ່າວໄປຜັນຂະຫຍາຍເຂົ້າໃນວຽກງານໃຫ້ປະສົບຜົນສຳເລັດຕາມແຜນການທີ່ກຳນົດໄວ້.
(ຂ່າວ-ພາບ: ສຳນານ)