
ກະຊວງແຜນການແລະ ການລົງທຶນໄດ້ຈັດກອງປະຊຸມ ປືກສາຫາລືວຽກງານຂະບວນການໂຕະມົນ ປະຈຳປີ 2025 ໃນວັນທີ 26 ກຸມພານີ້ ທີ່ໂຮງແຮມ ດັບເບີນທີ ບາຍຣີວຕັນນະຄອນຫຼວງວຽງຈັນ. ເປັນກຽດໃນກອງປະຊຸມ, ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ Martine Therer (ມາຕິນ ເທເຣີ) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ,ບັນດາທ່ານ ຜູ້ຕາງໜ້າສະຖານເອກອັກຄະລັດຖະທູດ ປະເທດເພື່ອນມິດ, ບັນດາທ່ານ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ບັນດາທ່ານຫົວໜ້າຫ້ອງການ/ຮອງຫົວໜ້າຫ້ອງການ, ຫົວໜ້າກົມ/ຮອງຫົວໜ້າກົມ, ຫົວໜ້າສະຖາບັນ/ຮອງຫົວໜ້າສະຖາບັນ,ຜູ້ຕາງໜ້າຈາກກະຊວງຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສີສົມບູນ ອຸນາວົງກ່າວວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະພາກພູມໃຈ ໃນນາມຫົວໜ້າກອງເລຂາຂະບວນການໂຕະມົນ ລະດັບຊາດ ທີ່ໄດ້ຕາງໜ້າໃຫ້ແກ່ ກະຊວງແຜນການ ແລະການລົງທຶນ ເຂົ້າຮ່ວມກອງປະຊຸມປຶກສາຫາລືວຽກງານຂະບວນການໂຕະມົນ ປະຈຳປີ 2025,ສະແດງຄວາມຂອບໃຈມາຍັງຜູ້ໃຫ້ທຶນ ກໍຄື ລັດຖະບານ ປະເທດ ນິວຊີແລນ ທີ່ໄດ້ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດວຽກງານຂະບວນການໂຕະມົນ ຂອງລັດຖະບານ ສປປ ລາວ, ຂອບໃຈມາຍັງອົງການ ສະຫະປະຊາຊາດເພື່ອການພັດທະນາ ທີ່ໄດ້ຊ່ວຍລະດົມຂົນຂວາຍທຶນຮອນ ທັງໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ, ວິຊາການ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂະບວນການໂຕະມົນເປັນຢ່າງດີ.
ກອງປະຊມປືກສາຫາລືວຽກງານຂະບວນການໂຕະມົນ ປະຈຳປີ 2025 ແມ່ນເປັນກອງປະຊຸມ ລິເລີ່ມໃນການກະກຽມກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIVຊຶ່ງຈຸດປະສົງຂອງກອງປະຊຸມ ເພື່ອນຳສະເໜີກອບໄລຍະເວລາໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ X (2026-2030)ແລະ ຮ່າງແນວຄວາມຄິດ ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີXIV ປະຈຳປີ 2025 ແລະ ລາຍງານຫຍໍ້ບົດລາຍງານຜົນການເຂົ້າຮ່ວມການຕິດຕາມປະສິດທິຜົນ ການຮ່ວມມືເພືື່ອການພັດທະນາ ໃນລະດັບສາກົນ ຄັ້ງທີ IV ຂອງ ສປປ ລາວ. ໃນກອງປະຊຸມ ຈະໄດ້ພ້ອມກັນປືກສາຫາລືວຽກງານຂະບວນການໂຕະມົນ ໂດຍສະເພາະແມ່ນຮ່າງແນວຄວາມຄິດ ກອງປະຊຸມໂຕະມົນສະດັບສູງ ຄັ້ງທີ XIV ປະຈຳປີ 2025 ແລະ ກອບໄລຍະເວລາການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ X (2026-2030) ທີ່ມີສ່ວນຮ່ວມຢ່າງຕັ້ງໜ້າຂອງ 10 ໜ່ວຍງານຂະແໜງການ.
(ຂ່າວ-ພາບ: ແສງຈັນ)